Ad

Ad

25 January 2016

ໂຮມ​ຊຸມນຸມ​ໃຫຍ່​ຊົມ​ເຊີຍ​ຜົນສຳ​ເລັດ​ກອງ​ປະຊຸມ​ໃຫຍ່​ຜູ້​​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ

 ​ໃນວັນທີ 23 ມັງກອນນີ້, ຢູ່ຫໍວັດທະນະທຳແຫ່ງຊາດ ຄະນະພັກ, ອຳນາດການປົກຄອງແລະ ຊາວນະຄອນຫລວງວຽງຈັນໄດ້ຈັດງານໂຮມຊຸມນຸມໃຫຍ່ເພື່ອຂ່ຳນັບຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວໂດຍການ​​ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ກຳມະການສູນກງານພັກສະໄໝທີ່ X ​ເຂົ້າຮ່ວມນຳດ້ວຍ
     ​ໃນໂອກາດນີ້ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກເລຂາຄະນະພັກ, ​ເຈົ້າຂອງນະຄອນຫລວງວຽງຈັນໄດ້ກ່າວສູນທອນພົດຕໍ່ງານໂຮມຊຸມນຸມໃຫຍ່ດັ່ງກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວໃນຄັ້ງນີ້ແມ່ນເຫດການ-ການເມືອງທີ່ສຳຄັນແລະເປັນປະຫວັດສາດໃນຂະບວນວິວັດແຫ່ງການກຳເນີ, ​ເຕີບໃຫຍ່ແລະ ຂະ ຫຍາຍຕົວຂອງພັກເຮົາ
ຕະຫລອດໄລຍະ 60 ປີຜ່ານມາ, ທັງເປັນບາດລ້ຽວສຳຄັນແຫ່ງການກ້າວເດີນຂອງປະເທດຊາດແລະ ປະຊາຊົນລາວເຮົາໃນໄລຍະໃໝ່, ​ເຊິ່ງກອງປະຊຸມໃຫຍ່ໄດ້ຕີລາຄາຢ່າງພາ ວະວິໄສເຖິງການຜັນຂະຫຍາຍແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ​ໃນຕະຫລອດໄລຍະ 5 ປີຜ່ານມາ ສາມາດຍາດໄດ້ຜົນສຳເລັດທີ່ໜ້າພາກພູມໃຈໃນຫລາຍດ້ານແລະ ອັນເປັນພື້ນຖານແມ່ນອຳນາດອະທິປະໄຕແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ, ສະຖຽນລະພາບທາງດ້ານການເມືອງມີຄວາມໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ​ເສດຖະກິດຂະຫຍາຍຕົວຈັງຫວະໄວຕໍ່ເນື່ອງແລະ ໝັ້ນທ່ຽງ ສະເລ່ຍບັນລຸໄດ້ 7,9% ລາຍໄດ້ສະເລ່ຍຕໍ່ຫົວຄົນບັນລຸ 1.970 ​ໂດລາສະຫະລັດ, ສາມາດບັນລຸແກ້ໄຂຄວາມທຸກຍາກຂອງປະຊາຊົນຫລຸດລົງ ຍັງເຫລືອພຽງແຕ່ 5% ​ກວ່າເທົ່ານັ້ນ. ພັເຮົາຢຶດໝັ້ນການພັດທະນາເສດຖະກິດເປັນໃຈກາງ, ຕິດພັນກັບການພັດທະນາສັງຄົມແລ ການປົກປັກຮັກສາສິ່ງແວດລ້ອມໄປຕາມທິດພັດທະນາແບບຍືນຍົງ, ດຳເນີນນະໂຍບາຍສົ່ງເສີມກຳລັງແຮງຂອງທຸກພາກສ່ວນເສດຖະກິດເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢ່າງແຂງແຮງ, ການຫັນເປັນອຸດສາຫະກຳແລະ ທັນສະໄໝເປັນຕົ້ນແມ່ນໂຄງການພັດທະນາດ້ານໄຟຟ້າພະລັງນ້ຳ, ​ບໍ່ແຮ່, ຄົມມະນາຄົມ, ອຸດສາຫະກຳປຸງແຕ່ງ, ​ໄດ້ເປັນຕົນເປັນຕົວຂຶ້ນ, ພ້ອມກັນນັ້ນ ຂົງເຂດວຽກງານການເງິນ​-ທະນາຄານ, ​ໂທລະຄົມມະນາຄົມ, ​ເຂດ​​ເສດຖະກິດພິເສດ, ​ເຂດ​​ເສດຖະກິດສະເພາະແລະ ຕະຫລາດຫລັກຊັບໄດ້ຮັບການຊຸກຍູ້ໃຫ້ມີການຂະຫຍາຍຕົວໄວໄປຕາມທິດທັນສະໄໝ, ​ເຊິ່ງໄດ້ປະ ກອບສ່ວນສຳຄັນເຂົ້າໃນການຫັນປ່ຽນໂຄງປະກອບເສດຖະກິດແລະ ຊ່ວຍຊຸກຍູ້ຈັງຫວະການເຕີບໂຕເສດຖະກິດຂອງຊາດຢ່າງຕໍ່ເນື່ອງ.
     ຜົນສຳເລັດດັ່ງກ່າວ, ບັນຫາສຳຄັນແມ່ນຍ້ອນພັກເຮົາ ບໍ່ພຽງແຕ່ວາງແນວທາງທີ່ຖືກຕ້ອງເທົ່ານັ້ນ, ຫາກຍັງໄດ້ຊີ້ບອກເຖິງຄວາມສາມາດຊີ້ນຳ-ນຳພາໃນການຈັດຕັ້ງປະຕິບັດແນວທາງ, ​ແຜນນະໂຍບາຍຕ່າງໆດ້ວຍການປະສານສົມທົບຢ່າງກົມກຽວ ລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບວຽກງານປ້ອງກັນຊາ-ປ້ອງກັນຄວາມສະຫງົບແລະ ການຕ່າງປະເທດ, ​ເຊິ່ງສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການທຳມາຫາກິນຂອງປະຊາຊົນລາວບັນດາເຜົ່າ, ສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນ, ຜູ້ປະກອບການທັງພາຍໃນແລະ ຕ່າງປະເທດ, ຮັບປະກັນໃຫ້ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ກໍຄືການເຊື່ອມໂຍງກັບພາກພື້ນແລະ ສາກົນໄດ້ຢ່າງເປັນເຈົ້າການ.

     ຂ່າວໃຫ້ຮູ້ວ່າ: ​ໃນຕອນເຊົ້າຂອງວັນດຽວກັນ ຄະນະບໍລິຫານງານສູນກາງພັກສະໄໝທີ X ​ເຊິ່ງນຳໂດຍສະຫາຍ​ ​ເລຂາທິການໃຫຍ່ບຸນຍັງ ວໍລະຈິດໄດ້ເຂົ້າວາງກະຕ່າດອກໄມ້ທີ່ອານຸສອນສະຖານປະທານ​ ​ໄກສອນ ພົມວິຫານເພື່ອສະແດງຄວາມເຄົາລົບຊາດຍາດເອົາ​​ເອກກະລາດແລະ ຄວາມເປັນເອກກະພາບມາໃຫ້ປະເທດຊາດ, ສ້າງເງື່ອນໄຂໃຫ້ປວງຊົນລາວທັງຊາດໄດ້ເສີມຂະຫຍາຍເຫື່ອແຮງສະຕິປັນຍາຂອງຕົນເຂົ້າໃນພາລະກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີຍຮຸ່ງເຮືອງສີວິໄລຍິ່ງໆຂຶ້ນ.

No comments:

Post a Comment