Ad

Ad

29 January 2016

ສະ​ຫະ​ລັດ​ອາ​ເມ​ລິ​ກາ​ຈະໃຫ້​​ທຶນ​ຊ່ວຍ​ເຫລືອ​​ຈຳ​ນວນ 6 ລ້ານ​ໂດ​ລາ​ສະ​ຫະ​ລັດ ແກ່​ໂຄງ​ການໂພ​ຊະ​ນາ​ການ​

ລັດຖະບານສະຫະລັດອາເມລິກາໄດ້ປະກາດທຶນຊ່ວຍເຫລືອຈຳນວນ 6 ລ້ານໂດລາສະຫະລັດແກ່​​ໂຄງການໂພຊະນາການໃນວັນທີ 28 ມັງກອນ, ເຊິ່ງໂຄງການດັ່ງກ່າວຖືກຈັດຕັ້ງປະຕິບັດໂດຍອົງການຊ່ວຍເຫລືອເດັກ (Save the Children) ເພື່ອປັບປຸງສຸຂະພາບຂອງແມ່ຍິງແລະເດັກນ້ອຍໃນລາວ. ​ໄລຍະ​ 3 ປີໃນຕໍ່ໜ້າອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID) ​ຈະຊ່ວຍຫລຸດຜ່ອນອັດຕາການຂາດສານອາຫານໃນເດັກແລະປັບປຸງໂພຊະນາການຂອງຄົວເຮືອນ, ລວມໄປເຖິງກິດຈະກຳນ້ຳສະອາດ, ສຸຂາພິບານ ແລະ ສຸຂະອະນາໄມ​​ໃນຊຸມຊົນ.

ສ້າງຄວາມເຂັ້ມແຂງພາຍ​ໃນຊຸມຊົນທ້ອງຖິ່ນເພື່ອໃຫ້​ເຂົາ​ເຈົ້າເປັນຜູ້ນໍາໃນການປັບປຸງສະພາບການສໍາລັບຄອບຄົວຂອງເຂົາເຈົ້າເປັນຈຸດສຸມທີ່ສໍາຄັນຂອງໂຄງການໃຫມ່ຂອງພວກເຮົາກ່າວ​ໂດຍທ່ານ ໂຈນາທານ ສະໄຕເວີ້ສ, ຮອງ​ຜູ້​ບໍ​ລິ​ຫານ​ສຳ​ລັບ​ຂົງ​ເຂດ​ອາ​ຊີ ຂອງ ໂຄງ​ການ​ພັດ​ທະ​ນາ​ສາ​ກົນ​ຂອງ​ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ລິ​ກາ. ນອກ​ຈາກນັ້ນ​, ເພິ່ນ​ຍັງ​ໄດ້​ກ່າວ​ອີກວ່າ:“ພວກ​ເຮົາ​ມີ​ຄວາມຍິນ​ດີ​ທີ່​ຈະ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ໃຫ້​ເດັກ​ນ້ອຍ​ໄດ້​ມີ​ສຸ​ຂະ​ພາບ​ທີ່​ດີ​, ມີ​ໂອ​ກາດ​ໃນ​ການ​ຮ່ຳ​ຮຽນ ແລະ ເຂົ້າ​ເຖິງ​ສັກ​ກະ​ຍະ​ພາບ​ຂອງ​ການ​ເປັນ​ຜູ້​ໃຫ​ຍ່​ທີ່​ມີ​ປະ​ສິດ​ທິ​ພາບ​.
ເຖິງແມ່ນວ່າຈະມີການຂະຍາຍຕົວທາງດ້ານເສດຖຸກິດແລ້ວກໍ່ຕາມ, ປລາວມີ​​ການເສຍຊີວິດຂອງແມ່ແລະເດັກນ້ອຍລວມທັງການຂາດສານອາຫານໃນອັດຕາທີ່ສູງສຳລັບປະເທດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້. ປະມານ 44% ​ຂອງເດັກນ້ອຍໃນສປລາວແມ່ນມີພາວະຂາດສານອາຫານແລະ 27% ​ແມ່ນອັດຕາຂອງເດັກນ້ອຍທີ່ມີນ້ຳໜັກຕ່ຳກວ່າມາດຕະຖານ.
ໂຄງການດັ່ງກ່າວຈັດຕັ້ງປະຕິບັດໂດຍອົງກອນຊ່ວຍເຫລືອເດັກຮ່ວມກັບອົງການພັດທະນາຂອງປະເທດເນເທີແລນ (SNV) ໄດ້ເຮັດວຽກຮ່ວມກັບຜູ້ປະສານງານກ່ຽວກັບດ້ານສາທາລະນະສຸກລະດັບຊຸມຊົນແລະບັນດາໝູ່ບ້ານ​​ເພື່ອຝຶກອົບຮົມການໃຫ້ອາຫານເດັກອ່ອນແລະເດັກນ້ອຍຮ່ວມກັບແມ່ມານແລະເດັກນ້ອຍອາຍຸຕ່ຳກວ່າ 2ປີ. ນອກຈາກນັ້ນ, ສະມາຊິກຂອງໂຄງການຍັງຊ່ວຍເຫລືອຊຸມຊົນໃນການປັບປຸງລະບົບສຸຂາພິບານອີກດ້ວຍ.
ການລົງທຶນທາງດ້ານວຽກງານໂພຊະນາການ​​ກໍຄືການລົງທຶນເພື່ອການພັດທະນາທາງເສຖະກິດກ່າວໂດຍທ່ານນາງເບັດເພ, ຜູ້ອຳວຍການຂອງອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາປະຈຳພາກພື້ນອາຊີ.

ການປະກາດໂຄງການໃໝ່ນີ້ເກີດຂຶ້ນໃນລະຫວ່າການມາຢ້ຽມຢາມສປລາວຄັ້ງທຳອິດຂອງທ່ານສະໄຕເວີ້. ໃນໄລຍະການຢ້ຽມຢາມ, ເພິ່ນໄດ້ໄປເບິ່ງໝູ່ບ້ານຢູ່ແຂວງຫລວງພະບາງເພື່ອໄປເບິ່ງສະພາບ​​ກິດຈະກຳດ້ານສາທາລະນະສຸກແລະການສຶສາ. ກ່ອນທີ່ຈະເດີນທາງກັບໃນວັນທີ 29 ມັງກອນ, ເພິ່ນໄດ້ເຂົ້າພົບທ່ານເອສະຫວ່າງວົງວິຈິດ ລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍເອກອັກຄະລັດຖະທູດແຫ່ງສະຫະລັດອາເມລິກາທ່ານແດນຽວເອຄລູນພ້ອມດ້ວຍທີມງານຜູ້ຊົງຄຸນນະວຸດທັງຝ່າຍລາວແລະສະຖານທູດອາເມລິກາ

No comments:

Post a Comment