Ad

Ad

29 January 2016

ຈາ​ກົວ​ແລນ​ໂລ​ເວີ ​ນຳ​ສະ​ເໜີສູນ​ລວມບໍລິ​ການ​ແຫ່ງ​ໃໝ່​ໃນ​ນະຄອນ​ຫລວງ​ວຽງ​ຈັນ

          ໃນວັນທີ 28 ມັງກອນນີ້, ບໍລິສັດ ຈາກົວແລນໂລເວີ ຢູ່ລາວໄດ້ນຳສະເໜີສູນລວມບໍລິການແຫ່ງໃໝ່, ​ຕັ້ງຢູ່ຖະໜົນກຳແພງເມືອງ, ບ້ານໂພນທັນເມືອງໄຊເສດຖາ, ນະຄອນຫລວງວຽງຈັນ​ ​ປະກອບມີ: ຫ້ອງສະແດງສິນຄ້າທີ່ກ້ວາງຂວາງ ສາມາດຈອດລົດໄດ້ 8 ຄັນ, ສູນສ້ອມແປງ ທີ່ມີຄຸນນະພາ ແລະ ສູນອາໄຫລ່ທີ່ໄດ້ມາດຕະຖານສາກົນ ອາໄຫລ່ຂອງແທ້ຈາກຕ່າງປະເທດ, ພ້ອມນີ້ຍັງມີທິມນາຍຊ່າງທີ່ມີປະສົບການສູງແລະ ສາມາດສ້ອມແປງລົດ​​​ໄດ້ຢ່າງວ່ອງໄວ.

          ບໍລິສັດແລນໂລເວີແມ່ນໜຶ່ງບໍລິສັດຜູ້ສົ່ງອອກລົດຂອງປະເທດອັງກິດ, ​ເຊິ່ງກວມເອົາ 80% ຂອງລາຍໄດ້ຈາກການສົ່ງອອກທັງໝົດ, ບໍລິສັດດັ່ງກ່າວແມ່ນຕົວແທນຈຳໜ່າຍພຽງໜຶ່ງດຽວຢູ່ໃນ ສປປ ລາວ ຂອງລົດຍີ່ຫໍ້ ຈາກົວແລະແລນໂລເວີ ສູນຂາຍແລະ ບໍລິການຫລັງການຂາຍ, ​ພ້ອມນີ້ແລນໂລເວີ ຍັງໄດ້ນຳເຂົ້າລົດປະ​​ເພດຫລູລາ, ທັນສະໄໝແລະ ມີລະດັບເພື່ອໃຫ້ຜູ້ທີ່ສົນໃຈເຂົ້າມາ​​​ຊົມແລະ ​​ເລືອກຊື້​​ໄດ້.

No comments:

Post a Comment