Ad

Ad

29 January 2016

ສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດເພື່ອການຮ່ວມມື ແລະ ພັດທະນາຕ່າງຝ່າຍຕ່າງມີຜົນປະໂຫຍດ

ບົນພື້ນຖານທັດສະນະຂອງພັກເຮົາກໍຄືທ່າອ່ຽງລວມຂອງຍຸກສະໄໝນັ້ນແມ່ນການເຊື່ອມໂຍງ, ການຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາ ແລະ ແກ້ໄຂບັນຫາຮ່ວມກັນເພື່ອສັນຕິພາບ, ສະ ຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ. ສະນັ້ນ ໃນຊຸມປີຕໍ່ໜ້ານີ້ພວກເຮົາຈະຕ້ອງໄດ້ສືບຕໍ່ຢືດໝັ້ນໃນແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດແບບຫລາຍທິດ, ຫລາຍຝ່າຍ, ຫລາຍລະດັບບົນພື້ນຖານຫລັກການເຄົາລົບເອກະລາດ, ອໍານາດອະທິປະໄຕຊຶ່ງກັນ ແລະ ກັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

ເພີ່ມທະວີການເສີມຂະຫຍາຍສາຍພົວພັນມີດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ໃນນັ້ນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບ ສສ ຫວຽດນາມໃຫ້ເຂົ້າສູ່ລວງເລິກ, ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອກັບ ສປຈີນ ບົນຈິດໃຈຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ, ເສີມຂະຫຍາຍການພົວພັນຮ່ວມມືທີ່ດີກັບບັນດາປະເທດໃກ້ຄຽງ, ບັນດາປະເທດໃນອາຊຽນ ແລະ ປະເທດເພື່ອນມິດອື່ນໆ ກໍຄືອົງການຈັດຕັ້ງສາກົນຕ່າງໆ ໂດຍມີຍຸດທະສາດການພົວພັນທີ່ສອດຄ່ອງກັບແຕ່ລະເປົ້າໝາຍ, ສືບຕໍ່ເພີ່ມທະວີການພົວພັນສາມັກຄີ, ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນກັບບັນດາພັກການເມືອງທີ່ກ້າວໜ້າໃນປະເທດຕ່າງໆ.
          ເພີ່ມທະວີການປະສານງານລະຫວ່າງການເຄື່ອນໄຫວຕ່າງປະເທດຂອງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ການທູດພາກປະຊາຊົນ; ເອົາໃຈໃສ່ຄຸ້ມຄອງການເຄື່ອນໄຫວຕ່າງປະເທດຢ່າງລວມສູນເປັນເອກະພາບໃນທົ່ວປະເທດ; ປະສານສົມທົບຢ່າງກົມກຽວລະຫວ່າງວຽກງານການຕ່າງປະເທດກັບວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບຕິດພັນກັບການພັດທະນາເສດ ຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຮັບປະກັນການຄຸ້ມຄອງບັນດາອົງການຈັດຕັ້ງສາກົນ, ໂຄງການຮ່ວມມື ແລະ ການຊ່ວຍເຫລືອຂອງຕ່າງປະເທດໃຫ້ມີປະສິດທິຜົນ, ໄປຕາມທິດທາງທີ່ພັກ-ລັດເຮົາວາງໄວ້ທັງຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ.

           ສືບຕໍ່ເພີ່ມທະວີການເຄື່ອນໄຫວການທູດປ້ອງກັນຊາດ ແລະ ບຸກທະລຸເພື່ອປົກປ້ອງຄວາມໝັ້ນຄົງຂອງລະບອບ, ປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ​. ສຸມໃສ່ການແກ້ຂບັນຫາຊາຍແດນທີ່ຍັງຄົງຄ້າງກັບປະເທດ ເພື່ອນບ້ານໃຫ້ສຳເລັດໂດຍພື້ນຖານ. ເພີ່ມທະວີການຮ່ວມມືໃນຂອບເຂດຂອງປະຊາຄົມອາຊຽນ ແລະ ບັນດາຂອບການຮ່ວມມືຂອງອະນຸພາກພື້ນ; ຍົກສູງຄວາມສາ ມາດໃນການແຂ່ງຂັນ, ຊຸກຍູ້ການເຊື່ອມໂຍງເສດຖະກິດສາກົນທັງໃນຂອບປະຊາຄົມເສດ ຖະກິດອາຊຽນ ແລະ ອົງການການຄ້າໂລກ. ເພີ່ມທະວີການຍາດແຍ່ງກຳລັງແຮງຂອງຍຸກສະໄໝ ເປັນຕົ້ນທຶນຮອນ, ການຊ່ວຍເຫລືອ, ການຮ່ວມມື, ເຕັກໂນໂລຊີທັນສະໄໝເຂົ້າໃນການພັດທະນາປະເທດ, ຊຸກຍູ້ແກ້ໄຂຄວາມທຸກ ຍາກ, ການປະຕິບັດເປົ້າໝາຍການພັດທະນາທີ່ຍືນຍົງ (SDGs) ຫລັງປີ 2015; ສະແດງບົດບາດທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນການປະຕິບັດພັນທະພາຍ ໃຕ້ສົນທິສັນຍາສາກົນຕ່າງໆທີ່ ສປປ ລາວ ເປັນພາຄີ. ພ້ອມກັນນັ້ນ ກໍອອກແຮງ ຍາດແຍ່ງຜົນປະໂຫຍດ ແລະ ປົກປ້ອງສິດອັນຊອບທຳຂອງລາວເຮົາຢູ່ເວທີສາກົນຕ່າງໆ. ເພີ່ມທະວີການສ້າງຖັນແຖວພະນັກ ງານທີ່ເຮັດວຽກພົວພັນຮ່ວມມືກັບຕ່າງປະເທດໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີຄຸນນະພາບ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງການເປີດກວ້າງການຮ່ວມມື ແລະ ເຊື່ອມໂຍງສາກົນ.

No comments:

Post a Comment