Ad

Ad

29 January 2016

ໂຕ​ໂຍຕາ ມອບ​ປຶ້ມ​ແບບຮຽນ​ໃຫ້​ໂຮງຮຽນ​ມັດທະຍົມ 18 ​ແຂວງ​ທົ່ວ​ປະ​ເທດ

           ພິທີມອບ-ຮັບປຶ້ມແບບຮຍນຊັ້ນມັດທະຍົມຈຳນວນຫລາຍກວ່າ​ 1 ​ແສນເຫລັ້ມໄດ້ມີຂຶ້ນໃນວັນທີ 28 ມັງກອນນີ້, ຢູ່ກະຊວງສຶກສາທິການແລະ ກິລາ, ນະຄອນຫລວງວຽງຈັນ ລະຫວ່າງທ່ານ ກຳພົນ​ ​ເອກເມທີພັນ ຮອງປະທານຝ່າຍປະຕິບັດການສຳນັກງານເຂດພູມີພາກ​​ແມ່ນ້ຳຂອງ ບໍລິສັດໂຕໂຍຕາ ມໍເຕີ ປະເທດໄທ ຈຳກັດແລະ ທ່ານ ກອງສີແສງມະນີ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການແລະ ກິລາ.
           ທ່ານຮອງປະທານຝ່າຍປະຕິບັດການສຳນັກງານເຂດພູມີພາກແມ່ນ້ຳຂອງ ກ່າວໃນພິທີວ່າ: ນີ້ເປັນກິດຈະກຳໜຶ່ງທີ່ໂຕໂຕຍາໄດ້ຈັດຂຶ້ນ, ພາຍໃຕ້​​ໂຄງການ “​ໃຈດີໃຫ້ນ້ອງນັບແຕ່ປີ 2011 ມາຮອດປັດຈຸບັນແລະ ​​ໃນຄັ້ງນີ້ ມີປຶ້ມຈຳນວນ 1 ​ແສນກວ່າເຫລັ້ມເພື່ອມອບໃຫ້ນ້ອງໆນັກຮຽນຂອງໂຮງຮຽນຊັ້ນ
ມັດທະຍົມຕ່າງໆໃນທົ່ວປະເທດ, ​ໂດຍສະເພາະແມ່ນບັນດາແຂວງທີ່ຂາດເຂີນອຸປະກອນການຮຽນ-ການສອນ, ພ້ອມນີ້ໂຕໂຍຕາ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຈັດກິດຈະກຳຕ່າງໆເພື່ອສັງຄົມລາວຕໍ່ໄປແລະ ຜ່ານມາໂຕໂຍຕາ ກໍເຄີຍໄດ້ມອບປຶ້ມແບບຮຽນດັ່ງກ່າວໃຫ້ໂຮງຮຽນຕ່າງທມາແລ້ວຫລາຍກວ່າ 4 ​ແສນ​​ເຫລັ້ມ.

           ທ່ານລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການແລະກິລາໄດ້ກ່າວຂອບໃຈມາຍັງຜູ້ບໍລິຫານ ກໍຄືບໍລິສັດໂຕໂຍຕາ ທີ່ໄດ້ນຳເອົາອຸປະກອນການຮຽນ-ການສອນ ກໍຄືປຶ້ມແບບຮຽນຊັ້ນມັດທະຍົມມາມອບໃຫ້ນ້ອງນັກຮຽນຄັ້ງນີ້, ອັນຈະ​​ໄດ້ປະກອບສ່ວນສຳຄັນເຂົ້າ​​ໃນການຍົກສູງຄຸນນະພາບການສຶກສາທີ່ດີຂຶ້ນ, ພ້ອມຍັງໄດ້ຊ່ວຍໃຫ້ນ້ອງນັກຮຽນຜູ້ທີ່ຂາດເຂີນ, ດ້ອຍໂອກາດໄດ້ນຳໃຊ້ປຶ້ມຈຳນວນດັ່ງກ່າວໃຫ້ມີປະໂຫຍແກ່ຕົນເອງແລະ ປະເທດຊາດ.

No comments:

Post a Comment