Ad

Ad

29 January 2016

ເທດສະການ​ອາຫານ​ລາວ​ປະຈຳ​ປີ 2016 ​ໄດ້​ຈັດ​ຂຶ້ນທີ່​ສ່ວນ​ເຈົ້າ​ອານຸວົງ

ງານ​​ເທດສະການອາຫານລາວປະຈຳປີ 2016 ​ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 28 ມັງກອນນີ້, ຢູ່ສ່ວນເຈົ້າອານຸວົງ,​​ ເຂດແຄມຂອງນະຄອນຫຼວງວຽງຈັນ ໂດຍສະມາຄົມນັກທຸລະກິດ​​ແມ່ຍິງລາວ,​ຊຶ່ງໄດ້ຮັບການສະໜັບສະໜູນຈາກບໍລິສັດຫ້າງຮ້ານຕ່າງໆເປັນຈຳນວນຫຼາຍ.
ທ່ານ ນາງ ຈັນທະຈອນວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ​, ທັງເປັນປະທານຈັດງານດັ່ງກ່າວມີຄຳເຫັນໃນພິທີວ່າ: ງານ​​ເທດສະການອາຫານລາວ​​ໄດ້ຮັບການຈັດຂຶ້ນທຸກໆປີນັບ​​ແຕ່ປີ 2006 ​ປັນຕົ້ນມາແລະ ປີນີ້ກໍເປັນປີທີ 11 ​ແລ້ວ, ຊຶ່ງຈະດຳເນີນໄປເປັນ
ເວລາ 3 ວັນນັບແຕ່ວັນທີ 28 - 30 ມັງກອນນີ້​, ຊຶ່ງນອກຈາກການວາງສະແດງແລະ ຂາຍອາຫານແລ້ວທຸກຄ່ຳຄືນຈະມີການສະແດງສິລະປະວັນນະຄະດີໃຫ້ຜູ້ທີ່ມີທ່ຽວງານໄດ້ເບິ່ງໄດ້ຊົມແລະເປັນການໃຫ້ມວນຊົນລາວຮູ້ຈັກສະຫງວນຮັກ​ ​ແລະ ສົ່ງເສີມຮີດຄອງປະເພນີ​ ​ແລະ ວັດທະນະທຳທາງດ້ານອາຫານການກິນແລະ ການນຸ່ງຖືໄວ້ໃຫ້ຍືນຍົງ, ທັງເປັນການສ້າງໂອກາດໃຫ້ແມ່ຍິງຜູ້ປະກອບການໃນຂະແໜງການປຸງແຕ່ງອາຫານຢູ່ທ້ອງຖິ່ນ, ຕ່າງໆໄດ້ເຂົ້າມາຮ່ວມວາງສະແດງແລະ ຂາຍຜະລິດຕະພັນຂອງຕົນ, ສ້າງໂອກາດໃຫ້ແມ່ຍິງໄດ້ສະແດງອອກຄວາມສາມາດບົ່ມຊ້ອນ, ຫົວຄິດປະດິດສ້າງແລະ ສະຕິປັນ ຍາຂອງຕົນໃນ​​ການປຸງ​​ແຕ່ງອາຫານ, ​ພ້ອມທັງເປັນ​​ໂອກາດແລະເງື່ອນໄຂໃຫ້ເຂົາເຈົ້າໄດ້ແລກປ່ຽນບົດຮຽນ, ປະສົບການ, ຮູ້ຈັກປັບປຸງຜົນການຜະລິດແລະ ຕອບສະໜອງ​​ໄດ້ຕາມຄວາມຕ້ອງການຂອງຕະຫຼາດ, ​ໃຫ້​​ແມ່ຍິ່ງສາມາດປະກອບສ່ວນໃນການຜະລິດເປັນສິນຄ້າແລະ ສ້າງລາຍຮັບເຂ້າຄອບຄົວນັບມື້ຫຼາຍຂຶ້ນ.

ທ່ານປະທານສະມາຄົມນັກທຸລະກິດແມ່ຍິງກ່າວວ່າ: ​ເທດສະການອາຫານລາວປີນີ້​​ໄດ້ມີຮ້ານວາງສະແດງແລະ ຂາຍອາຫານເຄື່ອງດື່ມ, ສະໝຸນໄພແລະເຄື່ອງຫັດຖະກຳຈາກພາຍໃນແລະ ຕ່າງປະເທດ​​ເຂົ້າຮ່ວມ 160 ກວ່າຮ້ານ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 40 ກວ່າຮ້ານ, ​​ໃນນັ້ນ​ 150 ຮ້ານແມ່ນມາຈາກທ້ອງຖິ່ນຕ່າງໆ, ນອກນັ້ນ​​ແມ່ນມາຈາກປະເທດໃກ້ຄຽງ, ພາຍໃນງານຍັງມີການຈັດສຳມະນາໃຫ້ຄວາມຮູ້ກ່ຽວກັບການປຸງແຕ່ງອາຫານປະເພດຕ່າງໆອີກດ້ວຍ.

No comments:

Post a Comment