Ad

Ad

1 February 2016

ລົດເຄນ 6 ລໍ້ ປິ້ນລົງຂ້າງທາງ ຢູ່ບໍລິຄຳໄຊ ເສຍຊີວິດ 2 ຄົນ

     ເຊົ້າວັນທີ 29 ມັງກອນນີ້ຜ່ານມາ, ຢູ່ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ເກີດເຫດລົດເຄນຂະໜາດນ້ອຍ ໝາຍເລກທະ ບຽນ ບກ 8937 ເສຍຫລັກປິ້ນລົງເຫວເລິກຫລາຍແມັດ, ເຮັດໃຫ້ຜູ້ທີ່ນັ່ງມາໃນລົດ 2 ຄົນ ເສຍຊີວິດຄາທີ່.
     ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ເຫດການດັ່ງກ່າວເກີດຂຶ້ນໃນຂະນະລົດຄັນດັ່ງກ່າວ ຮີບ ຮ້ອນໄປຊ່ວຍເຫລືອລົດວີໂກ້ທີ່ປິ້ນຢູ່ເຂດບ້ານໂພນທອງ, ບວກໃສ່ສະພາບອາກາດມີໝອກໜາເຮັດໃຫ້ການເບິ່ງເຫັນເສັ້ນທາງໄດ້ຢາກສົ່ງຜົນໃຫ້ລົດເສຍຫລັກປິ້ນລົງເຫວຂ້າງທາງ ຢູ່ບໍລິເວນພູແດນເມືອງ.
     ຂະນະດຽວກັນ ທ່ຽງຄືນຂອງວັນທີ 26 ມັງກອນ, ຢູ່ເຂດບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ໄດ້ເກີດອຸປະຕິເຫດລົດຕຸກໆໝາຍເລກທະບຽນ ສກ 0884 ກຳແພງນະຄອນ ເສຍຫລັກປິ້ນເອງເຮັດໃຫ້ຜູ້ໂດຍສານທີ່ນັ່ງມານຳ ຊື່ທ້າວ ມີຊາ ເຮດຟີ ອາຍຸ 23 ປີ, ເປັນນັກທ່ອງທ່ຽວຊາວຕ່າງຊາດເສຍຊີວິດຄາທີ່.

     ເຈົ້າໜ້າທີ່ເຕືອນວ່າ: ປັດຈຸບັນຍັງຢູ່ໃນລະດູໜາວ, ຊຶ່ງບາງທ້ອງຖິ່ນອາດມີໝອກໜາປົກຄຸມທຸກເຮັດໃຫ້ການເບິ່ງເຫັນເສັ້ນທາງໄດ້ຢາກ. ດັ່ງນັ້ນ ຈຶ່ງຂໍເຕືອນມາຍັງຜູ້ໃຊ້ລົດໃຊ້ຖະໜົນຈົ່ງມີສະຕິໃນການຂັບຂີ່, ຫລຸດຜ່ອນຄວາມໄວ ແລະ ປະຕິບັດກົດລະບຽບຈະລາຈອນໃຫ້ເຂັ້ມງວດກວ່າເກົ່າ.

No comments:

Post a Comment