Ad

Ad

1 February 2016

ພາສາອັງກິດສູ່ທິດ AEC ( ຄຳລຳ ບັນຫາຈານແຍ່ )

ເຫິງມາແລ້ວ, ຕອນເປັນຫົວໜ້າຄະນະຜູ້ແທນໄປຮ່ວມກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດ ຫລື ໄອປາ (ແຕ່ຄາວ ນັ້ນຍັງໃສ່ຊື່ວ່າ: ໄອໂປ). ຈານແຍ່ ໄດ້ມີໂອກາດສົນທະນາຄາພາເຂົ້າກັບທ່ານປະທານລັດຖະສະພາປະເທດເຈົ້າພາບ (ຊື່ທ່ານ ຕຸນສະຣິດາ ໂຕໂມຣາມັດຊາອີ ບິນຮາຈິ ອິດສະໄມອິນ) ກ່ຽວກັບຫລາຍເລື່ອງ ແຕ່ສຸດທ້າຍກໍໂອມາເລື່ອງພາສາອັງກິດ ເຊິ່ງເປັນໜຶ່ງໃນບັນຫາທ້າທາຍຂອງ ພະນັກງານລາວເພາະພື້ນຖານພາສາຕ່າງປະເທດທີ່ປະເທດລ່າຫົວເມືອງຂຶ້ນມາອົບຮົມສຶກສານັ້ນແມ່ນພາສາຝຣັ່ງເສດ. ພໍຕົກມາໄລຍະປີ 1975 ຫາລະຫວ່າງປີ 1990, ນັກສຶກສາລາວຈຳນວນຫລາຍພັນຄົນໄດ້ສຳເລັດການຮໍ່າຮຽນມາຈາກ ກວ່າ 10 ປະເທດອະດີດສັງຄົມນິຍົມໃນເອີຣົບຕາເວັນອອກ ແລະ ປະເທດອື່ນ. ມາບັດນີ້ພວກເຮົາຕ້ອງໄດ້ ຫັນໜ້າຫາພາສາອັງກິດ-ພາສາ ເຮັດວຽກຂອງອາຊຽນ. ຈານແຍ່ ບອກທ່ານປະທານວ່າບັນຫາພາສານີ້ປ່ຽນໄປ-ປີ້ນມາຈົນຊິຫລົບນຳບໍ່ທັນ. ທ່ານປະທານສະພາມາເລເຊຍຍິ້ມກ່ອນຕອບວ່າ: ບໍ່ຕ້ອງຫ່ວງ... ບໍ່ມີບັນຫາ
(Don’t Worry... No problem !) ທ່ານວ່າຊາວອາຊຽນພວກເຮົາບໍ່ມີໃຜດອກເກີດຮ່ວມທ້ອງກັບພາສາອັງກິດ, ຕ່າງແຕ່ວ່າມີບາງປະເທດທີ່ເຄີຍເປັນຫົວເມືອງຂຶ້ນຂອງອັງກິດນັ້ນກໍມີພື້ນຖານຄວາມຮູ້ພາສາອັງກິດດີກວ່າເປັນທຳມະດາ. ແຕ່ຖ້າບໍ່ມີພື້ນຖານຄືປະເທດລາວຫັ້ນ ກໍບໍ່ເປັນຫຍັງດອກ, ເບິ່ງອິນໂດເນເຊຍຫັ້ນແມເປັນຕົວຢ່າງ. ອິນໂດເນເຊຍເປັນຫົວເມືອງຂຶ້ນຂອງປະເທດເນເທີແລນ (ໂຮນແລນ) ເປັນເວລາຫລາຍຮ້ອຍປີ, ແຕ່ພໍຮອດຍາມເຂົ້າເປັນສະມາຊິກອາຊຽນ, ອິນໂດເນເຊຍກໍບຸກບືນຮຽນພາສາອັງກິດ ແລະ ໃຊ້ເວລາພຽງ 10 ປີເທົ່ານັ້ນ ຄົນຂອງປະເທດນີ້ກໍມີຄວາມສາມາດນຳໃຊ້ພາສາອັງກິດໄດ້ເທົ່າທຽມກັບປະເທດສະມາຊິກອື່ນໆ. ຄຳຕອບຂອງທ່ານປະທານເຮັດຈານແຍ່ຮູ້ສຶກແຈ່ມໃສຂຶ້ນ. ອິນໂດ ເນເຊຍໃຊ້ເວລາບຸກພາສາອັງກິດ 10 ປີ, ຄົນລາວພວກເຮົາຕ້ອງສູ້ໃຫ້ສັ້ນກວ່ານັ້ນເພາະເປັນຍຸກໄຮເທັກ, ຍຸກທີ່ລະບົບການຮຽນການສອນພາສາອັງກິດໄດ້ຮັບການພັດທະນາກ້າວໄກກວ່າໄລຍະ 10 ປີທີ່ອິນໂດ ເນເຊຍບຸກຮຽນພາສາອັງກິດ (1967-1977).
      ສປປ ລາວ ພວກເຮົາເຂົ້າເປັນສະມາຊິກອາຊຽນໃນປີ 1997, ມາຮອດປີນີ້ກໍຍ່າງເຂົ້າປີທີ 19 ແລ້ວ ແລະ ພວກເຮົາໄດ້ລອງຕີລາຄາເບິ່ງວ່າຄົນລາວເຮົາຮູ້ພາສາອັງກິດລະດັບໃຊ້ວຽກໄດ້ນັ້ນມີຈັກເປີເຊັນ, ຂໍ ໃຫ້ຕ້ອມໆເອົາແຕ່ບັນດາພະນັກງານເທົ່ານັ້ນ. ສຳລັບພະນັກງານອິນໂດເນເຊຍທີ່ຈານແຍ່ໄດ້ພົບປະເຮັດ ວຽກນຳນັ້ນທຸກຄົນມີຄວາມສາມາດດ້ານພາສາອັງກິດອີ່ຫລີ.
      ທີ່ຍົກເລື່ອງພາສາອັງກິດມາເວົ້າຕອນນີ້ຕື່ມ ກໍະເພາະພວກເຮົາໄດ້ກ້າວຂາເຂົ້າປະຕູປະຊາຄົມອາ ຊຽນເປັນທີ່ຮຽບຮ້ອຍແລ້ວ, ຈຳເປັນຕ້ອງໄດ້ເລັ່ງຄັນເລັ່ງພາສາອັງກິດໃຫ້ຢູ່ໃນລະດັບຮັບປະກັນບໍ່ຊັ້ນຂີດຄວາມສາມາດໃນການແຂ່ງຂັນກັບໝູ່ຈະຕໍ່າແຕ້ມ. ແຕ່ຄວາມຮູ້ພາສາອັງກິດນັ້ນຕ້ອງໄປສົມຄູ່ກັບຄວາມຮູ້ດ້ານວິຊາສະເພາະໃນຂະແໜງທີ່ພວກເຮົາເອົາໄປເຊື່ອມໂຍງໃນຄອບຄົວອາຊຽນ. ຈານແຍ່ເຫັນວ່າການຮຽນພາສາຕ່າງປະເທດໂດຍສະເພາະແມ່ນພາສາອັງກິດນີ້ ຕ້ອງອີງໃສ່ຫລັກສູດທີ່ພາຍໃນເຮົາເອງແຕ່ງຂຶ້ນເປັນຕົ້ນບໍ່ຄວນແລ່ນນຳແຕ່ປຶ້ມຕຳລາຮຽນຕຳລາສອນ ຂອງຕ່າງປະເທດ, ພວກເຮົາຄວນຖອດເອົາບົດຮຽນທີ່ດີຈາກຕ່າງປະເທດຢ່າງມີການເລືອກເຟັ້ນ. ຜູ້ສອນພາສາອັງກິດນັ້ນກໍຄວນເນັ້ນຄູ-ອາຈານຄົນລາວເຮົາເອງທີ່ມີຄຸນນະ ພາບ ແລະ ຄວາມສາມາດສູງ. ຫວ່າງແລ້ວນີ້ ຈານແຍ່ໄດ້ອ່ານຂໍ້ຄິດຂອງນັກປາດທ່ານໜຶ່ງຂອງໄທທີ່ບອກວ່າ: ຄົນທີ່ສອນພາສາອັງກິດໃຫ້ຄົນໄທໄດ້ດີນັ້ນຕ້ອງແມ່ນຜູ້ທີ່ຮູ້ຫລັກພາສາໄທດີ ແຕ່ຫາກບໍ່ແມ່ນຕາມຄວາມເຊື່ອວ່າຕ້ອງແມ່ນ ຄົນເຈົ້າຂອງພາສາທີ່ບໍ່ຮູ້ຮີດຄອງປະເພນີ ແລະ ຈຸດພິເສດຂອງພາສາໄທເລີຍ. ຄຳເຫັນນີ້ບໍ່ຜິດພໍຫຸນ. ຄົນລາວເຮົາຈຳນວນບໍ່ໜ້ອຍທີ່ເຫີ່ນຳອັນທີ່ເອີ້ນວ່າ ເຈົ້າຂອງພາສາໂຮງຮຽນສອນພາສາອັງກິດຫລາຍບ່ອນກໍອາໄສກິນນຳຄຳໂຄສະນາວ່າ ສອນໂດຍເຈົ້າຂອງພາສາ !”. ໃນຄວາມເປັນຈິງແລ້ວເຈົ້າຂອງພາສາໃດໜຶ່ງກໍບໍ່ແນ່ວ່າຈະສອນພາສານັ້ນໄດ້ດີ, ຈານແຍ່ເອງຖ້າໃຫ້ໄປສອນພາສາລາວກໍຍັງຕ້ອງຍອມໂກກໆໂລດ. ເຈົ້າຂອງພາສາ (ອັງກິດ) ບາງຄົນບໍ່ມີຄວາມຮູ້ດ້ານການສອນ ແລະ ຫລັກພາສາຂອງຕົນ ແຕ່ພັດຊອກສອນເພື່ອຊອກເງິນເປັນທຶນທ່ອງທ່ຽວຕໍ່. ຄູອາຈານປະເພດນີ້ຈານແຍ່ພົບມາຫລາຍແລ້ວ. ດັ່ງນັ້ນ ກ່ອນຈະຮັບເອົາຄູເຈົ້າຂອງພາສາມາສອນກໍຕ້ອງເບິ່ງພື້ນຖານຄວາມຮູ້ຂອງຜູ້ກ່ຽວຄັກໆຢ່າພໍໃຈ ແຕ່ກັບຮູບຮ່າງພາຍນອກ ເຊັ່ນຜູ້ທີ່ມີດັງໂມໆ, ໜັງຂາວໆ, ຕາລວກໆແລ້ວຄິດວ່າເກັ່ງໂລດ. ພວກເຮົາຕ້ອງຮຽນພາສາອັງກິດດ້ວຍກຳລັງແຮງທີ່ພວກເຮົາສ້າງເປັນພື້ນຖານເອົາເອງຈຶ່ງຈະໝັ້ນຄົງ ແລະ ແທດເໝາະກັບຄວາມເປັນຈິງຂອງບ້ານ ເຮົາ.


No comments:

Post a Comment