Ad

Ad

14 January 2016

ມະຕິ 9 ຂອງ​ພັກ​ເປັນ​ເຂັມທິດ​ຊີ້​ທາງ​ໃຫ້​ຂະ​ແນ​ງ​ແຮງ​ງານ​ໄດ້​ຮັບ​ການ​ພັດທະນາ

      ຕະຫລອດໄລຍະຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາຢ່າງ​​ໃກ້ຊິດຂອງກົມການເມືອງສູນກາງພັກ, ຄະນະ​​ເລຂາທິການສູນກາງພັກແລະ ລັດຖະບານ ຂະແໜງແຮງງານແລະ ສະຫວັດດີການສັງຄົມໄດ້ຕັ້ງໜ້າປະສານສົມທົບກັບຂະແໜງການຂັ້ນສູນກາງແລະ ທ້ອງຖິ່ນ​ ​ໃນການປະຕິບັດໜ້າທີ່ການເມືອງຂອງຕົນໄດ້ມີຜົນສຳເລັດຫລາຍດ້ານ.

     ທ່ານ ດຣ. ຄຳແພງໄຊສົມແພງລັດຖະມົນຕີວ່າການກະຊວງແຮງງານແລະ ສະຫວັດດີການສັງຄົມໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມລາວພັດທະນາໃນ​​ວັນທີ 13 ມັງກອນນີ້ວ່າ: 40 ປີແຫ່ງການປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດແລະ 60 ປີ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຂະແໜງ​​ແຮງງານແລະ ສະ
ຫວັດດີການສັງຄົມໄດ້ປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ທີ່ມີຫລັກການຂອງພັກແລະແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ, ​ໂດຍສະເພາະແຜນນະໂຍບາຍດ້ານແຮງງານແລະ ສະຫວັດດີການສັງຄົມຂອງຂະແໜງ​​ແຮງງານໄດ້ຮັບການເອົາໃຈໃສ່ຢ່າງຕັ້ງໜ້າຄື: ​ໃນ 5 ປີຜ່ານມາການພັດທະນາສີມືແຮງງານ ບັນລຸໄດ້ 240.000 ກວ່າຄົນ, ​ເປັນຍິງ 110.000 ກວ່າ ຄົນ, ລື່ນຄາດໝາຍແຜນການວາງໄວ້ 12,26%, ສາມາດຈັດຫາວຽກເຮັດງານທຳໃຫ້ພົນລະເມືອງລາວໄດ້ທັງໝົດ 340.000 ກວ່າຄົນ, ລື່ນແຜນການ 24,18%, ​ເຮັດໃຫ້ອັດຕາສ່ວນຂອງການມີວຽກເຮັດງານທຳໃນຂົງເຂດອຸດສາຫະກຳເພີ່ມຂຶ້ນ 37,3% ​ແລະ ຂົງເຂດບໍລິການເພີ່ມຂຶ້ນ 14,2%, ຄ່າແຮງງານຂັ້ນຕ່ຳຂອງຜູ້ອອກແຮງງານໃນຂົງເຂດທຸລະກິດໄດ້ຮັບການປັບປຸງເພີ່ມຂຶ້ນ 158,6%, ສິດແລະ ຜົນປະໂຫຍດຂອງຜູ້ອອກແຮງງານແລະ ຂອງຜູ້ໃຊ້ແຮງງານ ກໍໄດ້ຮັບການປົກປ້ອງຕາມລະບຽບກົດໝາຍ, ການປະຕິບັດນະໂຍບາຍຕໍ່ພະນັກງານປະຕິວັດຜູ້ອາວຸໂສທີ່ມີຜົນງານ​ ​ແລະ ຄຸນງາມຄວາມດີຕໍ່ປະເທດຊາດບັນລຸໄດ້ 15.167 ທ່ານ ລວມເປັນເງິນປະມານ 300 ຕື້ກວ່າກີບ, ຕາໜ່າງການປົກຄຸມປະກັນສັງຄົມແລະ ປະກັນສຸຂະພາບກວມ​​ເອົາ 30,22% ຂອງພົນລະເມືອງ, ການຊ່ວຍເຫລືອສົງເຄາະປະຊາຊົນ ຜູ້ໄດ້ຮັບຜົນປະໂຫຍດຈາກໄພພິບັດທາງທຳມະຊາດແລະ ສັງຄົມໄດ້ຫລາຍກວ່າ 2 ​ແສນຄອບຄົວ, ລວມມີ 1,1 ລ້ານກວ່າຄົນ ຄິເປັນເງິນປະມານ 49 ຕື້ກວ່າກີບ, ການເບິ່ງແຍງດູແລຜູ້ດ້ອຍໂອກາດ​​ໃນສັງຄົມ ໄດ້ຮັບການເອົາໃຈໃສ່, ບັນດານິຕິກຳໃນຂົງເຂດແຮງງານ ກໍໄດ້ຮັບການສ້າງຕັ້ງແລະ ປັບປຸງຢ່າງເປັນລະບົບຄົບຖ້ວນຫລາຍຂຶ້ນ, ການແຂ່ງຂັນຮັກຊາດແລະ ພັດທະນາຕິດພັນກັບວຽກງານ 3 ສ້າງມີຜົນສໍາເລັດສຳຄັນ​​ຫລາຍດ້ານ, ​ເຮັດໃຫ້ການບໍລິຫານແລະ ການຄຸ້ມຄອງມະຫາພາກດ້ານແຮງງານແລະ ສະຫວັດດີການສັງຄົມມີການປ່ຽນແປງຢ່າງເລິກເຊິ່ງແລະ ມີບາງດ້ານລື່ນຄາດໝາຍຢ່າງໜ້າສັນລະເສີນ. ຕໍ່ຜົນສຳເລັດທີ່ກ່າວມາຂ້າງເທິງນີ້, ຍ້ອນມີແນວທາງນະໂຍບາຍທີ່​​ສອດຄ່ອງຂອງພັກແລະ ລັດຖະບານ ຈຶ່ງເຮັດໃຫ້ກະຊວງແຮງງານແລະ ສະຫວັດດີການສັງຄົມ ປະຕິບັດໜ້າທີ່ວຽກງານຂອງຕົນມີຄວາມຄືບໜ້າສູງ. ​ແຕ່​​ເຖິງຢ່າງໃດໃນຕໍ່ໜ້ານີ້, ວຽກງານ​​ແຮງງານແລະ ສະຫວັດດີການສັງຄົມ ຍັງຕ້ອງໄດ້ເອົາໃຈໃສ່ໃຫ້ເລິກເຊິ່ງ ຕາມທິດຊີ້ນຳນຳພາຂອງພັກໃຫ້ໜັກແໜ້ນກວ່າເກົ່າ.

No comments:

Post a Comment