Ad

Ad

14 January 2016

ແຕ່ລະ​ປີ​ຢູ່ລາວ​ມີ​ຫຼາຍ​ກວ່າ 2.100 ຄົນ​ເປັນ​ພະຍາດຕັບ​ແຂງ​ຍ້ອນ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ

          ໃນກອງປະຊຸມຫາລືການຄວມຄຸມ​​ເຄື່ອງດື່ມທີ່ມີທາດເຫຼົ້າສາມປະເທດລາວ​-ຫວຽດນາມແລະ ກຳປູ​​ເຈຍເມື່ອມໍ້ໆມານີ້, ທ່ານ ນາງບົວພັນ ລີໄກຢາ, ຮອງປະທານຄະນະກຳມະທິການວັດທະນະທຳ​-ສັງຄົມສະພາແຫ່ງຊາດລາວ​​ໄດ້ລາຍງານໃຫ້ຮູ້ວ່າ​: ສຳລັບສປປ ລາວແຕ່ລະປີເຄື່ອງດື່ມທີ່ມີທາດເຫຼົ້າເປັນພາລະທາງດ້ານເສດຖະກິດທີ່ໜັກໜ່ວງຊຶ່ງກວມເອົາ 2% ຂອງ GDP ​ເທົ່າກັບ 1.500 ຕື້ກີບແລະ ມີປະມານ 2.120 ຄົນ/ປີ,​ ເປັນພະຍາດຕັບແຂງທີ່ມີສາເຫດມາຈາກເຄື່ອງດື່ມທີ່ມີທາດເຫຼົ້າ, ​ຫຼາຍກວ່າ 3 ​ແສນຄົນເກີດເປັນພະຍາດແລະ 180 ພັນຄົນຕິດເຫຼົ້າແລະ 50% ຂອງອຸປະຕິເຫດຕາມທ້ອງຖະໜົນແມ່ນເກີດຈາກການດື່ມ​​ເຄື່ອງດື່ມທີ່ມີທາດເຫຼົ້າແລະ ມີ​ 2.360 ກໍລະນີເສຍຊີວິດຍ້ອນອຸປະຕິເຫດທີ່ກ່ຽວພັນກັບການດື່ມ​​ເຄື່ອງດຶ່ມທີ່ມີທາດເຫຼົ້າແລະ ຈາກການລາຍງານຂອງອົງການອະນາໄມໂລກຊີ້ໃຫ້ເຫັນວ່າອັຕາການບໍລິໂພເຫຼົ້າໃນ ສປປ ລາວແມ່ນສູງກວ່າປະເທດອື່ນໃນພູມີພາກແລະ ມີທ່າອຽງສູງຂື້ນຫາກບໍ່ມີການຄວບຄຸມຢ່າງຈິງຈັງ, ​​ເຖິງຢ່າງໃດກໍຕາມຕໍ່ກັບຜົນຮ້າຍດັ່ງກ່າວພັກ​-ລັດຖະບານກໍຄືສະພາແຫ່ງຊາດໄດ້ສະແດງຄວາມເປັນຫ່ວງຕໍ່ຊີວິດແລະ ຊັບສິນຂອງປະຊາຊົນ, ຜົນທາງລົບຕໍ່ສຸຂະພາບ,​ ເສດຖະກິດ-ສັງຄົມ,ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມແລະ ສະຖາບັນຄອບຄົວ, ພັກລັດຖະບານ​ ​ແລະ ສະພາແຫ່ງຊາດໄດ້ຮີບຮ້ອນສ້າງແຜນ ການແລະ ຮັບຮອງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ,​ ໂດຍລັດຖະບານໄດ້ມອບຄວາມຮັບຜິດຊອບໃຫ້ກະຊວງສາທາລະນະສຸກສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ​​ເປັນເຈົ້າການໃນການຈັດຕັ້ງປະຕິບັດ,​ ໂດຍປະທານປະເທດໄດ້ອອກດຳ ລັດປະກາດໃຊ້ໃນເດືອນມັງກອນ 2015 ​ເປັນຕົ້ນມາ, ​​ໃນທາງປະຕິບັດຈິງໜຶ່ງປີຜ່ານມາເຫັນວ່າໄດ້ມີຜົນສຳເລັດໃນເບື້ອງຕົນແຕ່ຍັງມີສິ່ງທ້າທາຍທີ່ຈະຕ້ອງ​​ໄດ້ໃຊ້ຄວາມພະຍາຍາມໂຄສະນາອົມຮົມດ້ວຍຫຼາຍຮູບການເພື່ອປູກຈິດສຳນຶກໃນການສ້າງຄວາເຂົ້າໃຈໃຫ້ສັງຄົມ, ​ໂດຍສະເພາະແມ່ນແມ່ຍິງຖືພາ, ​ເດັກນ້ອຍເຍົາວະຊົນ ​​ແລະ ຊາວໜຸ່ມໃຫ້ເຫັນໄດ້ຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ, ​ແນ່ໃສ່ການຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດ.

No comments:

Post a Comment