Ad

Ad

14 January 2016

ສື່ມວນຊົນລາວມີຄວາມພ້ອມຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

ຄະນະອານຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ໄດ້ຈັດກໍາລັງສື່ມວນຊົນຫລາຍກວ່າ 400 ຄົນເພື່ອປະຕິບັດໜ້າທີ່ໃນການໂຄສະນາໃຫ້ແກ່ກອງປະຊຸມສໍາຄັນດັ່ງກ່າວ, ຂະນະທີ່ທ່ານຫົວໜ້າກົມສື່ມວນຊົນ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ປິ່ນປາດຖະໜາ ພັນທະມາລີ ເປີດເຜີຍວ່າ: ມາຮອດປັດຈຸບັນສື່ມວນຊົນທຸກຂະແໜງການແມ່ນມີຄວາມພ້ອມສູງສົມຄວນເພື່ອຮັບໃຊ້ບັ້ນດັ່ງກ່າວ ແລະ ຮັບປະກັນຈະໄດ້ຮັບຜົນສໍາເລັດສູງຄືດັ່ງກອງປະຊຸມໃຫຍ່ຂອງພັກຫລາຍຄັ້ງຜ່ານມາ.

ທ່ານຫົວໜ້າກົມດັ່ງກ່າວໃຫ້ຮູ້ວ່າ: ຄວາມຈິງແລ້ວສື່ມວນຊົນລາວທຸກຂະແໜງໄດ້ກະກຽມໂຄສະນາໃຫ້ແກ່ກອງປະຊຸມໃຫຍ່ຂອງພັກມາແຕ່ທ້າຍປີ 2013 ເພື່ອປະຕິບັດຕາມຄໍາສັ່ງຂອງອະນຸກໍາມະການໂຄສະນາແລະປຸກລະດົມຂະບວນການ, ຊຶ່ງນັບແຕ່ໄລຍະຕົ້ນປີ 2014 ກໍແມ່ນໄດ້ສຸມໃສ່ການໂຄສະນາໃຫ້ແກ່ກອງປະຊຸມພັກສາມຂັ້ນຈົນມີຜົນສໍາເລັດຈົບງາມ ແລະ ສືບຕໍ່ໂຄສະ ນາກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ຈະຈັດຂຶ້ນຢ່າງສະຫງ່າຜ່າເຜີຍໃນມໍ່ໆນີ້, ໂດຍໄດ້ຈັດກໍາລັງນັກຂ່າວທີ່ມາຈາກສູນກາງ ແລະ ທ້ອງຖິ່ນຫລາຍກວ່າ 400 ຄົນເຮັດໜ້າທີ່ເຄື່ອນໄຫວເກັບກໍາຂໍ້ມູນຂອງກອງປະຊຸມຄັ້ງສໍາຄັນນີ້, ໂດຍໄດ້ຕັ້ງສູນຂ່າວເພື່ອເປັນຈຸດບັນຊາການເຄື່ອນໄຫວຂອງສື່ມວນຊົນຂຶ້ນເພື່ອເປັນບ່ອນສັງລວມເກັບກໍາຂໍ້ມູນຂອງກອງປະຊຸມແລ້ວສະໜອງເນື້ອໃນເປັນບົດ, ຂ່າວ ແລະ ຮູບພາບບັນຍາກາດຕ່າງໆຂອງກອງປະຊຸມໃຫ້ແກ່ສື່ມວນຊົນແຕ່ລະພາກສ່ວນເພື່ອນໍາໄປເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ, ຊັດເຈນ, ວ່ອງໄວ.
ນອກຈາກນີ້ໃນໄລຍະດໍາເນີນກອງປະຊຸມຍັງມີການຜະລິດໃບຂ່າວສະບັບພິເສດເພື່ອແຈກຢາຍໃຫ້ຜູ້ແທນທີ່ເຂົ້າຮ່ວມໄດ້ຮັບຮູ້ການເຄື່ອນໄຫວຕ່າງໆປີ້ນອ້ອມກອງປະຊຸມ.

ທ່ານຫົວໜ້າກົມດັ່ງກ່າວໃຫ້ຮູ້ວ່າ: ການສຸມໃສ່ໂຄສະນາຢ່າງເປັນຂະບວນຟົດຟື້ນໃຫ້ແກ່ກອງປະຊຸມດັ່ງກ່າວກໍເພື່ອສ່ອງແສງໃຫ້ເຫັນຜົນງານ ແລະ ໄຊຊະນະໃນການຊີ້ນໍາ-ນໍາພາຂອງພັກໃນພາລະກິດປົດປ່ອຍປະເທດຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເປັນການປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເຊີດຊູຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກກໍຄືຈຸດໝາຍສັງຄົມນິຍົມ, ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າເຊື່ອມຊຶມ ແລະ ຮັບຮູ້ກ່ຽວກັບແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ແລະ ຮັບຮູ້ຜົນງານການປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງປະຊາຊົນບັນດາເຜົ່າໃນໄລຍະຜ່ານມາ. ຂະນະດຽວກັນກໍເປັນການຍົກໃຫ້ເຫັນບົດບາດຂອງສື່ມວນຊົນລາວໃນການຮັບໃຊ້ໜ້າທີ່ການເມືອງຂອງຕົນໃນການເຮັດໜ້າທີ່ໂຄສະນາແລະນໍາພາການເມືອງ -ແນວຄິດຢ່າງມີຜົນສໍາເລັດ.

No comments:

Post a Comment