Ad

Ad

14 January 2016

ວາງແຜນອໍານວຍຄວາມສະດວກການຈະລາຈອນໃນຕົວເມືອງໄລຍະກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

ພະແນກຈະລາຈອນນະຄອນຫລວງວຽງຈັນວາງແຜນປ້ອງກັນແລະ ອຳນວຍຄວາມສະດວກໃນການສັນຈອນໄລຍະກະກຽມແລະດຳເນີນກອງປະຊຸມໃຫຍ່ຄັງ້ທີ X ຂອງພັກປະຊາຊົນປະຕິວັດລາວແຕ່ວັນທີ 18-21 ມັງກອນນີ້, ທັງນີ້ກໍເພື່ອຮັບປະກັນໃຫ້ແກ່ການດຳເນີນກອງປະຊຸມສຳຄັນດັ່ງກ່າວມີຄວາມສະຫງົບ, ປອດໄພແລະເປັນລະບຽບຮຽບຮ້ອຍໃນທຸກດ້ານ.
           ​ໃນວັນທີ 13 ມັງກອນນີ້, ທີ່ຫ້ອງຕຳຫລວດນະຄອນຫລວງວຽງຈັນໄດ້ຈັດກອງປະຊຸມຜ່ານແຜນປ້ອງກັນດັ່ງກ່າວພາຍໃນການເປັນປະທານຂອງທ່ານພັທຢຸດຕະພົງສຸວັນນະສິງຮອງຫ້ອງຕຳຫລວດຫົວໜ້າພະແນກຈະລາຈອນນະຄອນຫລວງວຽງຈັນ, ມີບັນດາຫົວໜ້າຈະລາຈອນ 5 ຕົວເມືອງຄື: ​ເມືອງສີໂຄດຕະບອງ, ຈັນທະບູລີ,
ສີສັດຕະນາກ, ​ໄຊ​​ເສດຖາແລະເມືອງໄຊທານີເຂົ້າຮ່ວມ, ​ເຊິ່ງວຽກທີ່ຈະຕ້ອງສຸມໃສ່ຕົ້ນຕໍແມ່ນໂຄສະນາສຶກສາອົບຮົມທົ່ວພັກ, ທົ່ວກຳລັງປະກອບອາວຸດແລະ ປະຊາຊົນມີຄວາມຕື່ນຕົວເຂົ້າຮ່ວມເຮັດວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ, ສຸມ​​ໃສ່ກຳແໜ້ນສະພາບການບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມແລະ ສະພາບການສັນຈອນເພື່ອມີວິທີແກ້ໄຂຢ່າງທັນການແລະ ມີປະສິດທິຜົນສູງ, ຈັດຕັ້ງກຳລັງເຂົ້າບັນດາຈຸດຕ່າງໆຕາມສະພາບທາງເພື່ອເຮັດວຽກລະບາຍລົດ, ການເປີດທາງນຳພາແຂກຫລືຜູ້ແທນກອງປະຊຸມໄປເຖິງຈຸດໝາຍຢ່າງປອດໄພ, ຈັດຕັ້ງກຳລັງປະຈຳການລະວັງເຫດຕະຫລອດ 24 ຊົ່ວໂມງເປັນກຳລັງຊ່ວຍໜູນບັນດາຈຸດຕ່າງໆແລະແກ້ໄຂກໍລະນີເກີດອຸປະຕິເຫດໃຫ້ທັນກັບສະພາບການ.

ພ້ອມນີ້ຍັງໄດ້ຈັດຕັ້ງການຊີ້ນຳ-ບັນຊາກຳລັງຈະລາຈອນໃຫ້ມີຄວາມເປັນເອກກະພາບແລະ ລວມສູນທົ່ວນະຄອນຫລວງວຽງຈັນເອົາໃຈໃສ່ປະສານສົມທົບກັບຂະແໜງການກ່ຽວຂ້ອງເພື່ອ​​ແກ້ໄຂບັນຫາເສັ້ນທາງຄັບແຄບ, ​ເສັ້ນທາເປ່ເພ, ​ແກ້ໄຂກໍລະນີສຸກເສີນແລະ ອື່ນໆ.

No comments:

Post a Comment