Ad

Ad

14 January 2016

ສ້າງຂະບວນການອານາໄມໃຫ້ຟົດຟື້ນກວ່າເກົ່າ

ຄືດັ່ງຮູ້ນໍາກັນວ່າ: ໃນອີກບໍ່ເທົ່າໃດມື້ຕໍ່ໜ້ານີ້, ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວກໍຈະໄຂຂຶ້ນຢ່າງສະຫງ່າຜ່າເຜີຍ, ສະນັ້ນເພື່ອຄໍານັບຮັບຕ້ອນກອງປະຊຸມດັ່ງກ່າວໃຫ້ມີຂະບວນການຟົດຟື້ນກວ້າງຂວາງ, ທຸກພາກສ່ວນສັງຄົມຕ້ອງໄດ້ພ້ອມກັນອອກແຮງແຂ່ງຂັນເພື່ອສ້າງຜົນງານຕ່າງໆ, ໂດຍສະເພາະແມ່ນຂະບວນການອະນາໄມຕາມຖະໜົນຫົນທາງ, ຊຸມຊົນ ແລະ ເຮືອນຊານບ້ານຊ່ອງໃຫ້ມີຄວາມສະອາດຈົບງາມ, ຊຶ່ງໄລຍະຜ່ານມາເຫັນວ່າກາເຮັດອະນາ ໄມຂອງຫລາຍພາກສ່ວນກໍເປັນຂະບວນ ການດີເຊັ່ນ: ມີການອອກແຮງງານເຮັດອະນາໄມລວມຕາມສໍານັກງານ, ອົງການ ແລະ ຂອບເຂດແຕ່ລະບ້ານຮັບພິຊອບ, ໄປຄຽງຄູ່ກັບພາກສ່ວນກ່ຽວ ຂ້ອງທີ່ດ້ເອົາໃຈໃສ່ໃນການປະດັບປະດາຕົບແຕ່ງຖະໜົນຫົນທາງ, ຕົ້ນດອກໄມ້, ເສົາໄຟຟ້າດ້ວຍການທາສີຂອບທາງ, ຂີດເສັ້ນຈະລາຈອນ, ຕິດທຸງຊາດ, ທຸງພັກ,
ທຸງທິວ, ຄໍາຂວັນ, ຕິດຕັ້ງໄຟແສງສີ, ໄຟສະຫວ່າງຕາມເສັ້ນທາງສາຍຫລັກໃນຕົວເມືອງໃຫ້ສວຍງາມ, ແຕ່ຄຽງຄູ່ກັນນັ້ນກໍເຫັນບາງສາຍທາງທີ່ມີໂຄງການກໍ່ສ້າງຍັງເຮັດໃຫ້ເສັ້ນທາງເປີະເປື້ອນ, ຍ້ອນລົດແກ່ດິນຂອໂຄງການເຫລົ່ານັ້ນ, ນອກຈາກນີ້ບາງສາຍທາງຍັງມີຂີ້ດິນໂອບຕາມສອງຝາກທາງເມື່ອເຫັນແລ້ວກໍນັບວ່າເປັນສິ່ງທີ່ບໍ່ສະອາດງາມຕາຂອງຜູ້ທີ່ສັນຈອນໄປມາ, ດັ່ງນັ້ນທຸກພາກສ່ວນສັງຄົມກໍຄືພາກລັດ, ຜູ້ປະກອບການຫົວໜ່ວຍທຸລະກິດຕ່າງໆລວມເຖິງບັນດາບ້ານຊຸມຊົນແລະແຕ່ລະຄອບຄົວຕ້ອງໄດ້ມີສະຕິຕື່ນຕົວຮ່ວມແຮງຮ່ວມໃຈເພື່ອພ້ອມກັນຖືເອົາການເຮັດອະນາໄມລວມເປັນກິດຈະກໍາສໍາຄັນໜຶ່ງເພື່ອສ້າງຜົນງານຄໍານັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ມີບັນຍາກາດຟົດຟື້ນແລະມີຜົນສໍາເລັດຈົບງາມ.

No comments:

Post a Comment