Ad

Ad

14 January 2016

ນະຄອນຫລວງແຈ້ງງົດການສັນຈອນຂອງລົດບັນທຸກໜັກໄລຍະກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ, ໄດ້ອອກແຈ້ງການເຖິງບັນດາບໍລິສັດ, ວິສາຫະກິດ, ສະມາຄົມລົດຂົນສົ່ງ ແລະ ຜູ້ນໍາໃຊ້ລົດບັນທຸກໜັກປະເພດ 6 ລໍ້(ນໍ້າໜັກ 7 ໂຕນຂຶ້ນໄປ) ແລະ ລົດບັນທຸກໜັກທຸກປະເພດ, ລວມເຖິງລົດຂົນສົ່ງດິນດໍາ, ດິນແດງ, ຫີນ, ຊາຍ, ລົດໂມ້ປູນຮັບໃຊ້ໂຄງການກໍ່ສ້າງຕ່າງໆໃນນະຄອນຫລວງວຽງຈັນໃຫ້ງົດການສັນຈອນຕາມຖະໜົນສາຍສໍາຄັນຕ່າງໆໃນໄລຍະກະກຽມແລະດໍາເນີນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ.
ການງົດການສັນຈອນດັ່ງກ່າວແມ່ນເລີ່ມແຕ່ວັນທີ 12-22 ມັງກອນ 2016 ເຊິ່ງມີເສັ້ນທາງສາຍສໍາຄັນຄື: ຖະໜົນສຸພານຸວົງ, ເຈົ້າຟ້າງຸ່ມ, ສາມແສນໄທ, ເສດຖາທິລາດ, ລ້ານຊ້າງ, ຖະໜົນທ່າເດື່ອແຕ່ສາມແຍກຈີ່ນາຍໂມ້ຫາໄຟແດງທາດຂາວ, ຖະໜົນໄກສອນພົມວິຫານແຕ່ສີ່ແຍກໄຟແດງ 450 ປີຫາປະຕູໄຊ, ຖະໜົນ
ອາຊຽນແຕ່ສີ່ແຍກບ້ານອາກາດຫາສີ່ແຍກໄຟແດງໂພນສະອາດ, ຖະໜົນກໍາແພງເມືອງເລີ່ມແຕ່ສີ່ແຍກໄຟແດງໂພນທັນຫາສີ່ແຍກໄຟແດງຮ່ອງແຊງ, ຖະໜົນດົງປາຍນາເລີ່ມແຕ່ສີ່ແຍກໄຟແດງໂພນທັນຫາວົງວຽນດົງປາລານ. ສ່ວນລົດບັນທຸກໜັກ, ລົດພວງ, ລົດລາກທີ່ແລ່ນມາຈາກດ່ານສາກົນຂົວມິດຕະພາບລາວ-ໄທ 1 ທີ່ມີຈຸດປະສົງຈະປພາກເໜືອຫລືພາກໃຕ້ໃຫ້ແລ່ນຕາມເສັ້ນທາງ 450 ປີ ແລະ ລົດບັນທຸກໜັກ, ລົດພວງ ແລະ ລົດລາກທີ່ແລ່ນມາແຕ່ຖະໜົນ 13 ເໜືອໃຫ້ແລ່ນເຂົ້າທາງໜອງບຶກຫາດົງໂດກຖະໜົນ 450 ປີຫ້າມແລ່ນຜ່ານຕົວເມືອງ. ຊຶ່ງຈຸດປະສົງຂອງການງົດການສັນຈອນຕາມຖະໜົນສາຍສໍາຄັນຕ່າງໆໃນະຄອນຫລວງວຽງຈັນຄັ້ງນີ້ກໍເພື່ອຮັບປະກັນຄວາມສະດວກໃນການສັນຈອນໄປ-ມາໃຫ້ມີຄວາມປອດໄພ, ເປັນລະບຽບຮຽບຮ້ອຍແລະມີຄວາມສະອາດຈົບງາມຕາມເສັ້ນທາງແນໃສ່ປະກອບສ່ວນເຮັດໃຫ້ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກມີຜົນສໍາເລັດຢ່າງຈົບງາມ.

No comments:

Post a Comment