Ad

Ad

22 January 2016

ພາຍ​ໃຕ້​ແສງ​ສະຫວ່າງ​ຂອງ​ພັກແຂວງ​ວຽງ​ຈັນໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ

     ສະຫາຍ ວິດົງໄຊຍະສອນເລຂາພັກແຂວງ, ​ເຈົ້າແຂວງວຽງຈັນໄດ້ນຳສະເໜີ ຜົນສຳເລັດແຫ່ງການພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງຈັນ ຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ຊຶ່ງພວມດຳເນີນຢູ່ໃນປັດຈຸບັນນີ້, ຕະຫລອດໄລຍະ 5 ປີຜ່ານມາ ພາຍໃຕ້ແສງສະຫວ່າງ ມະຕິ 9 ຂອງພັກ, ກໍຄືແນວທາງປ່ຽນແປງໃໝ່ຂອງພັກເຮົາ, ​ແຂວງວຽງຈັນ ຍາດໄດ້ຜົນສຳເລັດຫລາຍດ້ານຄື: ​ໃນສົກປີ 2014-2015 ຜ່ານມານີ້, ​ແຂວງສາມາດຮັກສາລະດັບການຂະຫຍາຍຕົວທາງເສດຖະກິດຢ່າງຕໍ່​​ເນື່ອງ, ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 5 ພັນຕື້ກວ່າກີບ, ສະເລ່ຍພົນລະເມືອງຜູ້ໜຶ່ງມີລາຍຮັບ 1.435 ​ໂດລາສະຫະລັດຕໍ່ປີ, ​ໃນນັ້ນຂະແໜງການ ກະສິກຳ-ປ່າໄມ້ ກວມເອົາ 41%, ອຸດສາ ຫະກຳ ກວມເອົາ 29,88% ​ແລະ
ການບໍລິການ ກວມເອົາ 29,20%, ການລົງທຶນພາຍໃນມີມູນຄ່າສູງເຖິງ ບັນລຸ​ 1.084 ຕື້ກີບ, ​ເທົ່າກັບ 96% ຂອງແຜນການ, ຜະລິດເຂົ້າ​​ເປືອກໄດ້ເກືອບ 3 ​ແສນໂຕນ ສະເລ່ຍ ພົນລະເມືອງຜູ້ໜຶ່ງໄດ້ຮັບ 656 ກິໂລ/ປີ, ການຜະລິດສິນຄ້າມີການຂະຫຍາຍຕົວຄື: ສົກປີຜ່ານມານີ້, ການສົ່ງອອກສິນຄ້າຂອງແຂວງບັນລຸໄດ້ 34,48 ລ້ານໂດລາສະຫະລັດ, ລາຍຮັບງົບປະມານ ປະຕິບັດໄດ້ລື່ນແຜນການ 25%, ການກໍ່ສ້າງພື້ນຖານໂຄງລ່າງໄດ້ຮັບການເອົາໃຈໃສ່, ຊຶ່ງມາຮອດປັດຈຸບັນ ທຸກໆບ້ານໃນແຂວງວຽງຈັນໄດ້ມີເສັ້ນທາງເຂົ້າ​​ໄປເຖິງ ແລະ ສາມາດທຽວໄດ້ສອງລະດູກວມເອົາ 95%, ທຸກໆບ້ານໄດ້ຊົມໃຊ້ໄຟຟ້າກວມ 100% ​ແລະ ປະມານ 96,42% ຂອງຈຳນວນຫລັງຄາເຮືອນໄດ້ຊົມໃຊ້ໄຟຟ້າຖາວອນ, ການໂທລະຄົມ-ສື່ສານ, ມີສັນຍານ ກວມເອົາ 85% ຂອງຈໍານວນບ້ານແລະ ມີຜູ້ຊົໃຊ້ໂທລະສັບທັງໝົດ 80 ​ເລກໝາຍຕໍ່ 100 ຄົນ, ​ໄດ້ນຳໃຊ້ນ້ຳປະປາແລ້ວ 8 ​ເມືອງ ກວມ 73% ​ແລະ ອັນພົ້ນເດັ່ນຢູ່ແຂວງວຽງຈັນ ມີຜູ້ປະກອບການໄດ້ຮັບ​​ໃບອະນຸຍາດນຳໃຊ້​​ເຄື່ອງໝາຍສິນຄ້າໂອດອບ (ODOP) ​ແຫ່ງຊາດ ຈາກກົມສົ່ງເສີມແລະ ພັດທະນາສິນຄ້າ ກະຊວງອຸດສາຫະກຳແລະ ການຄ້າເປັນອັນດັບທີ 3 ຂອງປະເທດ.
     ສະຫາຍເລຂາພັກແຂວງວຽງຈັນໃຫ້ຮູ້ອີກວ່າ: ການພັດທະນາ​​ດ້ານວັດທະນະທຳ-ສັງຄົມຂອງ​​ແຂວງແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດຕາມ 3 ຂໍ້ແຂ່ງຂັນ ແລະ 4 ​ໂຄງການບູລິມະສິດຂອງລັດຖະ ບານ, ​​ຄຸນນະພາບການສຶກສາໄດ້ຮັບການປຸກລະດົມ, ພ້ອມທັງຂະຫຍາຍໂຮງຮຽນສາມັນໄປສູ່ຊົນນະບົດໄດ້ຢ່າງທົ່ວເຖິງ, ຕາໜ່າງສາທາລະນະສຸກໄດ້ຂະຫຍາຍ​​ໄປທ້ອງຖິ່ນຮາກຖານໄດ້ຢ່າງທົ່ວເຖິງ, ​ເດັກນ້ອຍໃນເກນອາຍຸຕ່ຳກວ່າ 1 ປີ, ​ໄດ້ຮັບການສັກຢາ-ຢອດຢາກັນພະຍາດ, ທຽບໃສ່ແຜນການປະຕິບັດໄດ້ 77% ​ແລະ ມາຮອດປັດຈຸບັນ ອັດຕາການຊົມໃຊ້ວິດຖ່າຍທົ່ວແຂວງ ກວມເອົາ 66,5%, ນຳໃຊ້ນ້ຳສະອາດ ກວມເອົາ 83%, ສ້າງບ້ານແບບຢ່າງທາງດ້ານສາທາລະນະສຸກໄດ້ 322 ບ້ານໃນທົ່ວແຂວງ, ວຽກງານ 3 ສ້າງກໍໄດ້ເອົາໃຈໃສ່ນຳພາຈັດຕັ້ງປະຕິບັດຢູ່ 2 ​ເມືອງແລະ 4 ບ້ານຂອງແຂວງ​, ວຽກງານຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງແຂວງໄດ້ຫັນໄປສູ່ລະບຽບກົດໝາຍ, ທຸກຂັ້ນຕອນຂອງການບໍລິຫານວຽກງານແລະ ການບໍລິການຮັບໃຊ້ປະຊາຊົນ ຕາມທິດ 3 ສ້າງໄດ້ຮັບການເອົາໃຈໃສ່, ​ໂດຍໄດ້ແບ່ງຂັ້ນຄຸ້ມຄອງແລະ ດັດແປງກົນໄກການພົວພັນປະສານງານລະຫວ່າງ ຂະແໜງການຂັ້ນແຂວງກັບທ້ອງຖິ່ນຢ່າງຈະແຈ້ງແລະໄດ້ເຮັດໃຫ້ບ້ານທຸກຍາກຫລຸດລົງຈາກ 88 ບ້ານໃນເມື່ອກ່ອນຍັງເຫລືອ ພຽງ 14 ບ້ານ.

     ເລຂາພັກແຂວງວຽງຈັນ ​​​ເປີດເຜີຍວ່າ: ຜ່ານການຈັດຕັ້ງ​​ໃນໄລຍະຜ່ານມາ, ​ຍັງມີຫລາຍດ້ານທີ່ຈະຕ້ອງສືບຕໍ່ບຸກບືນຈັດຕັ້ງປະຕິບັດບາງວຽກງານໃຫ້ມີຜົນສຳເລັດດີຂຶ້ນກວ່າເກົ່າຄື: ສືບຕໍ່ພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວ​​ຕໍ່ເນື່ອງແລະ ໝັ້ນທ່ຽງ, ​ໂດຍສຸມໃສ່ການຜະລິດສະບຽງອາຫານແລະ ສິນຄ້າທີ່ມີທ່າແຮງ, ສຸມໃສ່ພັດທະນາ 4 ອຸດສາຫະກຳທີ່ເປັນເສົາຄ້ຳແລະ ພັດທະນາເທສະບານແຂວງໃຫ້ເກີດມີສີສັນຕົວເມືອງ, ​ພ້ອມດຽວກັນນີ້ ຈະຕ້ອງສູ້ຊົນໃຫ້ບັນລຸ​​ບັນດາເປົ້າໝາຍການພັດທະນາແບບຍືນຍົງແລະ ສຸມໃສ່ສ້າງແຂວງໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກໃຫ້ໄວທີ່ສຸດ.

No comments:

Post a Comment