Ad

Ad

22 January 2016

ຍັງມີສິ່ງທ້າທາຍຫລາຍດ້ານໃນການພັດທະນາປະເທດຕໍ່ໜ້າ

ໃນຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກສະໄໝທີ IX ທີ່ສະຫາຍເລຂາທິການໃຫຍ່ຈູມມາລີໄຊຍະສອນໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກເມື່ອບໍ່ດົນນີ້, ມີບາງຕອນຊີ້ໃຫ້ເຫັນວ່າ: ໃນຊຸມປີຕໍ່ໜ້າສະພາບແວດລ້ອມສາກົນ ແລະ ພາກພື້ນຍັງຈະສືບຕໍ່ໄປຕາມທ່າອຽງທີ່ມີທັງການແຂ່ງຂັນ, ການຮ່ວມມື ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຊຶ່ງການຜັນແປດັ່ງກ່າວມີທັງຂໍ້ສະດວກທີ່ເອື້ອອໍານວຍ ແລະ ສິ່ງທ້າທາຍຕໍ່ການພັດທະນາຢູ່ປະເທດເຮົາໃນຕໍ່ໜ້າຄື: ຄຸນທາດການເມືອງ, ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ-ພະນັກງານຍັງບໍ່ທັນສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນເງື່ອນໄຂ ແລະ ສະພາບແວດລ້ອມອັນໃໝ່. ຄຽງຄູ່ກັນນັ້ນກໍຍັງມີປາກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນເຊັ່ນ: ການສໍ້ລາດບັງຫລວງ, ການລະເມີດລະບຽບກົດໝາຍ, ອັນໄດ້ສົ່ງ
ຜົນກະທົບຕໍ່ບົດບາດ ແລະ ການນໍາພາຂອງພັກ, ການນໍາໃຊ້ກົນໄກເສດຖະກິດຕະຫລາດ ແລະ ການເຊື່ອມໂຍງສາກົນພາໃຫ້ເສດຖະກິດ-ສັງຄົມມີການຂະຫຍາຍຕົວ ແລະ ມີການແກ່ງແຍ່ງແຂ່ງຂັນນັບມື້ເພີ່ມທະວີຂຶ້ນ, ໃນຂະນະທີ່ຄວາມສາມາດຂອງການແຂ່ງຂັນຂອງພວກເຮົາພັດຍັງບໍ່ທັນສູງ, ຄວາມຮຽກຮ້ອງຕ້ອງການຂອງການພັດທະນານັບມື້ສູງຂຶ້ນ, ແຕ່ການຕອບສະໜອງດ້ານທຶນຮອນ, ບຸກຄະລະກອນຜູ້ພາເຮັດພາສ້າງຕົວຈິງຊໍ້າພັດມີຈໍາກັດ, ການພັດທະນາໃນຊຸມປີ ຜ່ານມາໄດ້ພາໃຫ້ມີການສະສົມໜີ້ສິນນັບມື້ສູງຂຶ້ນ, ແຕ່ຄວາມສາມາດໃນການຊໍາລະໜີ້ຊໍ້າພັດພົບຄວາມຫຍຸ້ງຍາກຝືດເຄືອງຍ້ອນຖານເກັບລາຍຮັບພາຍໃນຍັງບໍ່ທັນໜັ້ກແໜ້ນເຂັ້ມແຂງ, ການຜັນແປຢ່າງສະຫລັບສັບຊ້ອນໄວວາຂອງພາກພື້ນ ແລະ ສາກົນທີ່ສາມາດຄາດເດົາໄດ້ຍາກ, ໂດຍສະເພາະບັນຫາການປ່ຽນແປງຂອງສະພາບດິນຟ້າອາກາດ, ໄພທໍາມະຊາດ ແລະ ການເກີດການລະບາດຂອງພະຍາດຕ່າງໆກໍຈະສົ່ງຜົນກະທົບຕໍ່ປະເທດພວກເຮົາ, ນອກຈາກນີ້, ຍັງມີອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີຍັງບໍ່ປະລະກົນອຸບາຍຫັນປ່ຽນໂດຍສັນຕິຕໍ່ປະເທດເຮົາ, ຊຶ່ງນັບມື້ຮ້າຍແຮງ ແລະ ເລິກແລບແນບນຽນກວ່າເກົ່າພາຍໃຕ້ກະແສແຫ່ງຄວາມທັນສະໄໝຂອງເຕັກໂນໂລຊີການສື່ສານ, ອັນເປັນເງື່ອນໄຂໃຫ້ພວກຄົນບໍ່ຫວັງດີສວຍໃຊ້ເປັນເຄື່ອງມືສ້າງຄວາມປັ່ນປ່ວນເພື່ອມ້າງເພທໍາລາຍລະບອບໃໝ່ຂອງພວກເຮົາ. ສະນັ້ນ ສິ່ງທ້າທາຍຕ່າງໆທີ່ກ່າວມານີ້ແມ່ນບັ້ນທົດສອບອັນໃຫຍ່ ຫລວງທີ່ເລັ່ງທວງໃຫ້ພວກເຮົາຕ້ອງເຊີດຊູຈິດໃຈບຸກໜ້າບືນຕົວໃຫ້ສູງທີ່ສຸດ, ສ້າງຄວາມສາມາດແຂ່ງຂັນໃຫ້ສູງຂຶ້ນເພື່ອນໍາເອົາຜົນປະໂຫຍດສູງສຸດມາໃຫ້ຊາດ, ທັງປະກອບສ່ວນເຂົ້າໃນການເພີ່ມຄວາມຈະເລີນວັດທະນາຂອງປະຊາຄົມອາຊຽນ.

No comments:

Post a Comment