Ad

Ad

18 January 2016

ຜົນ​ກອງ​ປະຊຸມ​ຄົບ​ຄະນະຄັ້ງສຸດ​ທ້າຍ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ IX

           ​ໃນວັນທີ 11-15 ມັງກອນ 2016, ຄະນະບໍລິຫານງານສູນກາງພັກໄດ້ດຳເນີນກອງປະຊຸມຄົບຄະນະຄັ້ງທີ 12 ສະໄໝທີ IX ​ເປັນນຄັ້ງສຸດທ້າຍ ພາຍໃຕ້ການເປັນປະທານຂອງສະຫາຍ ຈູມມາລີໄຊຍະສອນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
           ກອງປະຊຸມໄດ້ຟັງລາຍງານ, ປຶກສາຫາລືຕໍ່ບັນຫາເນື້ອໃນເອກະສານຕົ້ນຕໍທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບສູງ, ດ້ວຍບັນຍາກາດທີ່ດີ, ມີລັກສະນະສ້າງສັນ, ກົງໄປກົງມາແລະເລິກເຊິ່ງ ທີ່ສ່ອງແສງໃຫ້ເຫັນເຖິງການຂະຫຍາຍຈິດໃຈກ້າເບິ່ງຄວາມຈິງ, ປະດິດສ້າງ, ກ້າສະເໜີຄວາມເຫັນຕໍ່ແຕ່ລະບັນຫາທີ່ຍົກຂຶ້ນໃນກອງປະຊຸມເຊິ່ງຜົນໄດ້ຮັບແມ່ນໄດ້ມີຄວາມເປັນເອກະພາບສູງຕໍ່ເນື້ອໃນຕ່າງໆຂອງຮ່າງລາຍງານການເມືອງ, ​ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII, ຍຸດທະສາດຮອດປີ 2025, ວິໄສທັດຮອດປີ 2030, ຕໍ່ຮ່າງກົດລະບຽບຂອງພັກສະບັບປັບປຸງແລະ ຕໍ່ກັບບັນດາບົດປະກອບຄວາມເຫັນໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ. ກອງປະຊຸມໄດ້ເປັນເອກະພາບວ່າ: ​ເອກະສານເຫລົ່ານີ້ພາຍຫລັງໄດ້ຮັບການປັບປຸງຕາມຄຳເຫັນຂອງກອງປະຊຸມຄັ້ງນີ້ແລ້ວແມ່ນເຫັນດີເປັນເອກະພາບໃຫ້ນຳສະເໜີລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກພິຈາລະນາຮັບຮອງເອົາ.

           ກ່ຽວກັບການດຳເນີນຊີວິດການເມືອງ ສຳຫລວດການນຳພາລວມໝົດສະໄໝຂອງຄະນະບໍລິຫານງານສູນກາງພັກແລະ ຂອງບັນດາສະຫາຍກຳມະການສູນກາງພັກສະໄໝທີ IX ນັ້ນ, ກອງປະຊຸມໄດ້ຢືນຢັນວ່າ: ​ໃນໄລຍະ 5 ປີຜ່ານມາ, ​ເຖິງວ່າສະພາບແວດລ້ອມສາກົນແລະ ພາກພື້ນໄດ້ມີການຜັນແປໄປຢ່າງສັບສົນ, ຢູ່ພາຍໃນປະເທດໄດ້ພົບກັບສິ່ງທ້າທາຍທົດສອບຫລາຍປະການ, ​ແຕ່ຄະນະບໍລິຫານງານສູນກາງພັກຂອງສະໄໝທີ IX ​ໄດ້ເຊີດຊູຄວາມສາມາດການນຳພາແລະ ຄວາມຮັບຜິດຊອບການເມືອງ, ຄວາມເປັນແບບຢ່າງນຳໜ້າແລະ ປະດິດສ້າງໃນການຊີ້ນຳ-ນຳພາທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດແລະ ທົ່ວປວງຊົນ ສ້າງສາພັດທະນາປະເທດຊາດ ອັນໄດ້ເຮັດໃຫ້ປະເທດຊາດມີການຫັນປ່ຽນໃໝ່ໄປຕາມທິດທາງແລະ ຈຸດໝາຍທີ່ໄດ້ວາງໄວ້. ອັນສຳຄັນພື້ນຖານແມ່ນຄວາມເປັນເອກະລາດ, ອຳນາດອະທິປະໄຕແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄດ້ຮັບການປົກປັກຮັກສາໄວ້ຢ່າງໝັ້ນຄົງ, ລະບອບປະຊາທິປະໄຕປະຊາຊົນມີສະຖຽນລະພາບອັນໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ​ເສດຖະກິດຂະຫຍາຍຕົວດ້ວຍຈັງຫວະໄວ, ຕໍ່ເນື່ອງ, ໝັ້ນທ່ຽງແລະ ຖືກທິດ.
            ​ໄປພ້ອມໆກັນນັ້ນ, ກອງປະຊຸມຍັງໄດ້ຊີ້ໃຫ້ເຫັນວ່າ: ​ເຖິງວ່າການນຳພາໃນຜ່ານມາມີຜົນສຳເລັດອັນໃຫຍ່ຫລວງກໍຕາມ, ​ແຕ່ກໍຍັງມີດ້ານອ່ອນ, ບັນຫາຄົງຄ້າງຈຳນວນໜຶ່ງເປັນຕົ້ນການນຳພາຜັນຂະຫຍາຍແນວທາງໃຫ້ເປັນອັນລະອຽດບາງດ້ານຍັງມີຄວາມຊັກຊ້າເຊັ່ນ: ວຽກງານສາມສ້າງ, ການສົ່ງເສີມການຜະລິດເປັນສິນຄ້າແລະ ການພັດທະນາໃນເຂດຈຸດສຸມຕິດພັນກັບການຈັດສັນພູມລຳເນົາ, ຈັດສັນອາຊີບແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ຊົນນະບົດເຂດຫ່າງໄກສອກຫລີກ, ການແກ້ໄຂກົນໄກແລະ ລະບຽບການຕ່າງໆທີ່ກົດໜ່ວງຖ່ວງດຶງ ກໍຄືການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນຖັນແຖວພະນັກງານ, ການແກ້ໄຂແລະ ຄຸ້ມຄອງບັນຫາໜີ້ສິນ, ປາກົດການຟຸມເຟືອຍແລະ ຮົ່ວໄຫລຂອງງົບປະມານ, ການລະເມີດວິໄນແຜນການ, ການເງິນ, ປາກົດການສວຍໂອກາດ, ລະເມີດລະບຽບການຕ່າງໆແລະ ຂາດຄວາມເປັນແບບຢ່າງນຳໜ້າຂອງສະຫາຍສູນກາງພັກຈຳນວນໜຶ່ງຍັງຖືກສັງຄົມ, ປະຊາຊົນແລະ ຂັ້ນລຸ່ມຈົ່ມວ່າ, ວິພາກວິຈານແລະ ມີຄວາມເປັນຫ່ວງເປັນໄຍຫລາຍສົມຄວນ.
           ຕໍ່ກັບຜົນການສຳຫລວດກວດກາບຸກຄົນຂອງບັນດາສະຫາຍກຳມະການສູນກາງພັກໝົດສະໄໝທີ IX ກອງປະຊຸມໄດ້ເປັນເອກະພາບສູງຕໍ່ການຕີລາຄາ, ສຳຫລວດກວດກາ, ຕຳນິຕິຊົມຕົນເອງແລະ ຕິຊົມເຊິ່ງກັນແລະ ກັນຂອງບັນດາສະຫາຍກຳມະການສູນກາງພັກຢ່າງພາວະວິໄສ, ​ແທດກັບຕົວຈິງຕໍ່ຜົນສຳເລັດ ກໍຄືຈຸດອ່ອນ, ຂໍ້ຄົງຄ້າງບົກຜ່ອງຕ່າງໆທີ່ມີໃນໄລຍະຜ່ານມາເຊິ່ງໄດ້ຊີ້ໃຫ້ເຫັນບັນຫາໃນແຕ່ລະດ້ານຢ່າງຈະແຈ້ງແລະເລິກເຊິ່ງສົມຄວນເປັນຕົ້ນບັນຫາດ້ານຄຸນທາດການເມືອງແລະ ຄວາມຮັບຜິດຊອບລວມຂອງໝູ່ຄະນະ ກໍຄືຂອງແຕ່ລະສະຫາຍເພື່ອມີທິດແກ້ໄຂໃຫ້ທັນການນັ້ນແມ່ນຍັງເຮັດບໍ່ທັນໄດ້ດີ. ​ເຖິງຢ່າງໃດກໍດີ, ກອງປະຊຸມໄດ້ຮັບຮອງເອົາບົດສຳຫລວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ IX ​ໂດຍມອບໃຫ້ສະຫາຍຜູ້ປະຈຳການຄະນະເລຂາທິການສູນກາງພັກຊີ້ນຳການປັບປຸງເອກະສານດັ່ງກ່າວໃຫ້ສາມາດນຳສະເໜີຕໍ່ກອງປະຊຸມ​​ໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ.

          ກອງປະຊຸມຄົບຄະນະບໍລິຫານສູນກາງພັກ ຄັ້ງທີ 12 ສະໄໝທີ IX ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດແລະ ທົ່ວປວງຊົນເຮົາຈົ່ງຕັ້ງໜ້າອອກແຮງແຂ່ງຂັນກັນສ້າງຜົນງານຄຳນັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ, ພ້ອມກັນເຊີດຊູມານະຈິດປະຕິວັດແລະ ມີຄວາມບຸກບືນສູ້ຊົນເຮັດໃຫ້ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ໄດ້ໄຂຂຶ້ນໃນມື້ນີ້ໄດ້ຮັບຜົນສຳເລັດອັນຈົບງາມ.

No comments:

Post a Comment