Ad

Ad

19 January 2016

ຄຸນລັກສະນະຜູ້ແທນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ

     ໃນມື້ທອິດຂອງກອງປະຊຸມໃຫຍ່ ສະຫາຍ ຈັນສີ ໂພສີຄຳ ຄະນະເລຂາທິການສູນ ກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກຂຶ້ນລາຍງານຄຸນລັກສະນະຜູ້ແທນກອງປະຊຸມ ໃຫຍ່ຄັ້ງທີ X ຂອງພັກ, ເຊິ່ງມີເນື້ອໃນບາງຕອນດັ່ງນີ້: ຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມ ໃຫຍ່ທັງໝົດ 685 ສະຫາຍ, ຍິງ 83 ສະຫາຍປະກອບມີ 27 ຊົນເຜົ່າ, ເຊິ່ງເປັນຕົວແທນ ໃຫ້ແກ່ສະມາຊິກພັກໃນທົ່ວປະເທດ 268.431 ສະຫາຍທຽບໃສ່ຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ເພີ່ມຂຶ້ນ 18,15% ໃນນັ້ນ ມີກຳມະການສູນກາງພັກສະໄໝທີ IX 49 ສະຫາຍ, ຍິງ 4 ສະຫາຍ ຜູ້ແທນທີ່ໄດ້ເລືອກຕັ້ງຈາກອົງຄະນະພັກແຂວງ, ນະຄອນ ຫລວງມີ 412 ສະຫາຍ, ຍິງ 47 ສະຫາຍ ຈາກອົງການຄະນະພັກກະຊວງ, ອົງການ ອ້ອມຂ້າງສູນກາງມີ 224 ສະຫາຍ ຍິງ 32 ສະຫາຍຜູ້ແທນສົມບູນມາຈາກຂົງເຂດຕ່າງໆ ດັ່ງນີ້:

     ຈາກຂົງເຂດພັກອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຈນວນ 333 ສະຫາຍ, ຍິງ 54 ສະຫາຍ, ຈາກຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ຈຳນວນ 102 ສະຫາຍ, ຈາກຂົງເຂດເສດຖະກິດ ຈຳນວນ 140 ສະຫາຍ ຈາກຂົງ ເຂດນິຕິບັນຍັດຕຸລາການ ແລະ ວັດທະນະທຳ-ສັງຄົມ ຈຳນວນ 110 ສະຫາຍ ໃນນັ້ນ ຜູ້ທີ່ເຂົ້າກ່ອນວັນທີ 2/12/1975 ມີຈຳນວນ 622 ສະຫາຍ, ຍິງ 79 ສະຫາຍ ຜູ້ມີອາຍຸສູງ ສຸດ 78 ປີຕ່ຳສຸດ 35 ປີ ອາຍຸສະເລ່ຍແມ່ນ 57 ປີ, ລະດັບການສຶກສາ ສາມັນຈົບຊັ້ນ ປະຖົມມີ 3 ສະຫາຍ, ຍິງ 1 ສະຫາຍ, ຊັ້ນມັດທະຍົມຕົ້ນມີ 20 ສະຫາຍຊັ້ນມັດທະຍົມ ປາຍມີ 662 ສະຫາຍ, ລະດັບວິຊາສະເພາະຊັ້ນຕົ້ນມີ 8 ສະຫາຍ, ຊັ້ນກາງມີ 43 ສະ ຫາຍ, ຊັ້ນສູງມີ 114 ສະຫາຍ, ປະລິນຍາຕີມີ 175 ສະຫາຍ, ປະລິນຍາຕີໂທມີ 254 ສະ ຫາຍ, ປະລິນຍາເອກມີ 89 ສະຫາຍ ເໜືອປະລິນຍາເອກ 2 ສະຫາຍ. ລະດັບທິດ ສະດີການເມືອງບໍ່ໄດ້ຜ່ານມີ 4 ສະຫາຍ ບຳລຸງມີ 5 ສະຫາຍ, ຊັ້ນຕົ້ນມີ 3 ສະຫາຍ, ຊັ້ນກາງມີ 11 ສະຫາຍ, ຊັ້ນສູງ 450 ສະຫາຍ, ປະລິນຍາຕີ 85 ສະຫາຍ ປະລິນຍາໂທ 88 ສະຫາຍ ປະລິນຍາເອກ 39 ສະຫາຍ, ຕຳແໜ່ງໃນພັກກຳມະການສູນກາງພັກສະໄໝ ທີ IX ມີ 49 ສະຫາຍເລຂາພັກ, ຮອງເລຂາພັກແຂວງ, ນະຄອນຫລວງ, ກະຊວງ-ອົງການມີ 98 ສະຫາຍ, ຄະນະພັກແຂວງ, ນະຄອນຫລວງ, ກະຊວງ-ອົງ ການ 373 ສະຫາຍ, ເລຂາ, ຮອງເລຂາພັກເມືອງ 98 ສະຫາຍ, ເລຂາ ແລະ ຄະນະພັກຮາກຖານ 32 ສະຫາຍ, ເລຂາ ແລະ ຄະນະໜ່ວຍພັກ 32 ສະຫາຍ, ສະມາຊິກພັກສົມບູນ 3 ສະຫາຍ.

     ຜ່ານການກວດກາຄຸນລັກສະນະຜູ້ແທນສົມບູນ ທີ່ໄດ້ຮັບການເລືອກຕັ້ງເຂົ້າຮ່ວມກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງນີ້ ລ້ວນແຕ່ປະຕິບັດຖືກຕ້ອງຕາມກົດລະບຽບຂອງພັກ ແລະ ແມ່ນຜູ້ທີ່ມີມາດຕະ ຖານຄົບຖ້ວນ ສົມເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວ ປະເທດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IX ຂອງພັກຢ່າງແທ້ຈິງ.

No comments:

Post a Comment