Ad

Ad

19 January 2016

ບໍ່ມີຍຸກໃດສະ​ໄໝໃດທີ່ປະເທດຊາດໄດ້ຮັບການພັດທະນາຄືຍຸກນີ້

   ໃນໂອກາດດໍາເນີນກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຕ່າງກໍໄດ້ມີຄວາມຄິດເຫັນທີ່ເປັນເອກະພາບວ່າ: ບໍ່ມີຍຸກໃດສະໃໝໃດທີ່ປະເທດພວກເຮົາໄດ້ຮັບການພັດທະນາຄືຍຸກສະໃໝນີ້.
          ສະຫາຍພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະ ຊວງປ້ອງກັນປະເທດ ໃຫ້ສໍາພາດວ່າ: ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍສໍາຄັນທາງດ້ານປະຫວັດ ສາດຂອງຊາດຢ່າງຍິ່ງ, ເຊິ່ງແມ່ນໄລຍະທີ່ພັກຈະໄດ້ສືບຕໍ່ນໍາພາປະເທດຊາດກ້າວສູ່ໄລຍະໃໝ່ແຫ່ງການພັດທະນາໄປຕາມທິດຍືນຍົງ ແລະ ກ້າວຂຶ້ນບົນເສັ້ນທາງສັງຄົມນິຍົມ. ສໍາລັບການຈັດຕັ້ງປະຕິ ບັດມະຕິ 9 ຂອງພັກໃນໄລຍະຜ່ານມາແມ່ນ
ພວກເຮົາໄດ້ພ້ອມກັນຜັນຂະຫຍາຍເນື້ອໃນ 4 ບຸກທະລຸຂອງພັກຢ່າງໜັກແໜ້ນ ແລະ ມີຜົນສໍາເລັດອັນຍິ່ງໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງຊາດເຮົາ, ປະຊາຊົນລາວບັນດາເຜົ່າມີຄວາມສາມັກຄີປອງດອງ, ມີຄວາມຢູ່ດີກິນດີ ແລະ ຍູທ່າງທໍາມະຫາກິນພາຍໃຕ້ລະບອບໃໝ່ປະຊາທິປະໄຕ.
ສະຫາຍ ຮອງເລຂາຄະນະພັກກະຊວງສຶກສາທິການ ແລະ ກິລາ ດຣ ກອງສີ ແສງມະນີ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນຂີດໝາຍຂອງການພັດທະນາປະເທດ ແລະ ຊີ້ໃຫ້ເຫັນຄວາມໜັກແໜ້ນເຂັ້ມແຂງ ແລະ ມີຫລັກການຂອງພັກ, ເຫັນໄດ້ຄວາມສາມັກຄີຮັກແພງພາຍໃຕ້ການນໍາພາຂອງພັກ, ຄືຄັນທຸງທີ່ນໍາພາປະເທດຊາດກ້າວໄປສູ່ຄວາມຈະເລີນວັດທະນາ. ໃນນາມສະມາຊິກພັກຜູ້ໜຶ່ງ, ຂ້າ ພະເຈົ້າສຸດທີ່ມີຄວາມພູມໃຈເປັນຢ່າງຍິ່ງທີ່ເຫັນປະເທດຊາດໄດ້ຮັບການພັດທະນາເຕີບໃຫຍ່ເຂັ້ມແຂງ, ພັກໄດ້ນໍາພາປະເທດຊາດມາຮອດປັດຈຸບັນແມ່ນມີຜົນສໍາເລັດຫລາຍດ້ານ, ເວົ້າສະເພາະຂະແໜງສຶກສາທິການ ແລະ ກິລາ ແມ່ນມີການຫັນປ່ຽນຢ່າງຕັ້ງໜ້ານັບທັງດ້ານປະລິມານ ແລະ ຄຸນນະພາບ ແລະ ເຊື່ອໝັ້ນວ່າພາຍຫລັງໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ຍິ່ງຈະເຮັດໃຫ້ການພັດທະນາໃນຂົງເຂດວຽກງານອື່ນໆມີບາດກ້າວພົ້ນເດັ່ນຂຶ້ນຫລາຍກວ່າເກົ່າ.
   ສະຫາຍເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ດຣ ຄໍາມະນີ ອິນທິລາດ ກ່າວວ່າ: ກອງປະຊຸມຄັ້ງນີແມ່ນມີຄວາມສໍາຄັນຢ່າງຍິ່ງ, ເຊິ່ງເປັນການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ຍຸດທະສາດການພັດທະນາປະເທດ ແລະ ເປັນບາດລ້ຽວໃໝ່ເພື່ອນໍາເອົາປະເທດຊາດພວກເຮົາຫລຸດພົ້ນອອກຈາກຄວາມທຸກຍາກໃນຕໍ່ໜ້າ, ຂ້າພະເຈົ້າມີຄວາມພາກພູມໃຈຫລາຍທີ່ໄດ້ເຫັນປະເທດຊາດພວກເຮົາມີການພັດທະນາຢ່າງກ້າວກະໂດດຫລາຍດ້ານ, ເວົ້າສະເພາະຂະແໜງພະລັງງານ ແລະ ບໍ່ແຮ່ ມາຮອດໄລຍະນີ້ຖືວ່າມີການເຕີບໃຫຍ່ຂະຫຍາຍຕົວໄວ
ແບບບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງຊາດ, ປັດຈຸບັນພວກເຮົາມີເຂື່ອນໄຟຟ້າທີ່ສໍາເລັດການກໍ່ສ້າງແລ້ວທັງໝົດ 38 ແຫ່ງ, ມີກໍາລັງຕິດຕັ້ງ 6.265 ເມກາວັດ, ເພີ່ມຂຶ້ນ 3 ເທົ່າເມື່ອທຽບໃສ່ໄລຍະປີ 2010 ແລະ ສໍາລັບແຜນພັດທະນາໃນຂະແໜງພະລັງງານ ແລະ ບໍ່ແຮ່ ໃນ 5 ປີຂ້າງໜ້ານີ້ແມ່ນຕ້ອງຮັບປະກັນການພັດທະນາທີ່ຍືນຍົງ, ມີໄຟຟ້າຊົມໃຊ້ພຽງພໍໃນທົ່ວປະເທດ ແລະ ສົ່ງອອກ ເພື່ອນໍາເງິນຕາຕ່າງປະເທດເຂົ້າມາພັດທະນາປະເທດ, ເຊິ່ງຄາດວ່າຮອດປີ 2020 ຈະມີເຂື່ອນໄຟຟ້າສໍາເລັດການກໍ່ສ້າງຫລາຍກວ່າ 60 ແຫ່ງ, ມີກໍາລັງຕິດຕັ້ງຫລາຍກວ່າ 10 ພັນເມກາວັດ ແລະ ສາ ມາດຜະລິດກະແສໄຟຟ້າໄດ້ຫລາຍກວ່າ 60 ພັນລ້ານກິໂລວັດໂມງຕໍ່ປີ.
           ສະຫາຍ ຄໍາຜາຍ ສີລາຊາ ນັກທຸລະກິດທີ່ໄດ້ເຂົ້າຮ່ວມກອງປະຊຸມມີຄໍາເຫັນວ່າ: ກອງ

ປະຊຸມໃຫຍ່ຂອງພັກຄັ້ງນີ້ແມ່ນປະຫວັດສາດຂອງພັກທີ່ມີລັກສະນະໜັກແໜ້ນເຂັ້ມແຂງ, ເຮັດໃຫ້ປະຊາຊົນລາວບັນດາເຜົ່າ, ເວົ້າສະເພາະຂົງເຂດທຸລະກິດມີຄວາມເຊື່ອໝັ້ນຕໍ່ການນໍາພາອັນສະຫລາດສ່ອງໃສຂອງພັກຢ່າງໜັກແໜ້ນ, ເຊິ່ງມັນໄດ້ສະແດງອອກໃນແນວທາງນະໂຍບາຍຂອງພັກທີ່ມີຕໍ່ຫົວໜ່ວຍທຸລະກິດລ້ວນແຕ່ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງປະເທດເຮົາ ແລະ ສາກົນໃນແຕ່ລະໄລຍະ, ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດທີ່ເຫັນພັກຂອງພວກເຮົານໍາພາປະເທດຊາດຈົນມີຄວາມຈະເລີນຮຸ່ງເຮືອງ, ໂດຍສະເພາະໃນບົດລາຍງານການເມືອງຂອງສະຫາຍເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ໄດ້ຢັ້ງຢືນວ່າ: ປະເທດພວກເຮົາໄດ້ຮັບການພັດທະນາຫລາຍກວ່າຍຸກໃດສະໃໝໃດ.

No comments:

Post a Comment