Ad

Ad

19 January 2016

ສະຫາຍນາຍົກລັດຖະມົນຕີ ທອງສິງ ທຳມະວົງ ສະເໜີຮ່າງວິໄສທັດ ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

     ໃນວາລະດເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໃນວັນທີ 18 ມັງກອນ 2016, ສະຫາຍ ທອງສິງ ທຳມະວົງ ກຳມະການກົມການເມືອງສູນກາງພັກ ໄດ້ສະເໜີຮ່າງວິໄສທັດຮອດປີ 2030, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ (2016-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ໂດຍຍົກໃຫ້ເຫັນຜົນສຳເລັດການພັດທະນາດ້ານຕ່າງໆໄລຍະ 15 ປີຜ່ານມາ ເຊິ່ງເຫັນວ່າເສດຖະກິດແຫ່ງຊາດມີການຂະຫຍາຍຕົວໃນຈັງຫວະໄວ ແລະ ຕໍ່ເນື່ອງ, ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງໂດຍພື້ນຖານ ລວມຍອດຜະລິດຕະພັນພາຍໃນ (GDP) ສະເລ່ຍບັນລຸ 7,4% ຕໍ່ປີ, ສະເລ່ຍລາຍຮັບເພີ່ມຂຶ້ນຈາກ 319 ໂດລາສະຫະລັດ ໃນປີ 2011 ມາເປັນ 1.970 ໂດລາສະຫະລັດ ໃນສົກປີ 2014-2015. ພິເສດໃນປີ 2011, ທະນາຄານໂລກໄດ້ເລື່ອນ ສປປ ລາວ ຈາກກຸ່ມປະເທດທີ່ມີລາຍຮັບຕໍ່າຂຶ້ນມາສູ່ປະເທດທີ່ມີລາຍຮັບປານກາງໃນລະດັບຕໍ່າ.

     ບົນພື້ນຖານຜົນສຳເລັດດັ່ງກ່າວ, ສະຫາຍ ທອງສິງ ທຳມະວົງ ໄດ້ຊີ້ໃຫ້ເຫັນເຖິງຄຳຂວັນຂອງວິໄສທັດຮອດປີ 2030 ແລະ ຍຸດທະສາດຮອດປີ 2025 ຄື ສູ້ຊົນພັດທະນາປະເທດຊາດໃຫ້ຫລຸດພົ້ນຈາກສະຖານະພາບດ້ອຍພັດທະນາ ໃນປີ 2020 ກ້າວໄປສູ່ປະເທດກຳລັງພັດທະນາທີ່ມີລາຍຮັບປານກາງສູງຕາມທິດການພັດທະນາສີຂຽວ ແລະ ຍືນຍົງເມື່ອເຖິງປີ 2030”. ສຳລັບຍຸດທະສາດການພັດທະນາເສດຖະກິດໄລຍະ 10 ປີ (2016-2025) ຕ້ອງຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ແລະ XI ຂອງພັກໃຫ້ເປັນຍຸດທະສາດພັດທະນາເສດຖະກິດ-ສັງຄົມຕາມທິດສ້າງບາດກ້າວບຸກທະລຸທັງ 4 ດ້ານ, ສູ້ຊົນພັດທະນາຢ່າງສົມສ່ວນລະຫວ່າງເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ, ສ່ວນແຜນພັດທະນາໄລຍະ 5 ປີຄັ້ງທີ VIII ໄດ້ວາງເປົ້າໝາຍພັດທະນາແບບຍືນຍົງ ຈຳນວນ 18 ເປົ້າໝາຍ, ເຮັດໃຫ້ເສດຖະກິດແຫ່ງຊາດຂະຫຍາຍຕົວຕໍ່ເນື່ອງໝັ້ນທ່ຽງ ແລະ ມີຄຸນນະພາບ, ສືບຕໍ່ເປີດກວ້າງການຮ່ວມມືກັບສາກົນດ້ວຍຫລາຍຮູບແບບຢ່າງເປັນເຈົ້າການຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ. ສິ່ງສຳຄັນແມ່ນຕ້ອງຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ທົ່ວເຖິງໂດຍຊຸກຍູ້ການເຕີບໃຫຍ່ທີ່ຕໍ່ເນື່ອງສົມດູນ ແລະ ຍືນຍົງທັງມີການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນສູງ, ສ້າງໃຫ້ການຫັນປ່ຽນຮູບແບບການພັດທະນາຕາມທິດຂະຫຍາຍທ່າແຮງທີ່ບົ່ມຊ້ອນ ແລະ ຂໍ້ໄດ້ປຽບຂອງປະເທດຢ່າງເປັນເຈົ້າການ.
     ສະຫາຍນາຍົກລັດຖະມົນຕີ ໄດ້ຊີ້ໃຫ້ເຫັນວ່າ: ໃນໄລຍະ 5 ປີຜ່ານມາ, ການພັດທະນາເສດຖະກິດ-ສັງຄົມຂອງລາວເຮົາມີຜົນສຳເລັດຫລາຍດ້ານ ຄືມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ ແລະ ມີຄວາມເປັນລະບຽບຮຽບຮ້ອຍດ້ານສັງຄົມໂດຍພື້ນຖານ; ເສດຖະກິດສືບຕໍ່ຂະຫຍາຍ ຕົວຢ່າງຕໍ່ເນື່ອງດ້ວຍຈັງຫວະສະເລ່ຍ 7,9% ຕໍ່ປີ, ລວມຍອດມູນຄ່າຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ ໃນສົກປີ 2014-2015 ຄາດວ່າຈະປະຕິບັດໄດ້ປະມານ 1.970 ໂດລາສະຫະລັດຕໍ່ຫົວຄົນ ລື່ນແຜນ ການທີ່ວາງໄວ້ 270 ໂດລາສະຫະລັດຕໍ່ຫົວຄົນ, ໂຄງປະກອບເສດຖະກິດຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ເສດຖະກິດມະຫາພາກໂດຍລວມແມ່ນມີຄວາມໝັ້ນທ່ຽງ, ອັດຕາ ເງິນເຟີ້, ອັດຕາແລກປ່ຽນມີຄວາມສະຫງົບ ແລະ ຢູ່ໃນລະດັບທີ່ສາມາດຄຸ້ມຄອງໄດ້, ຄັງສຳຮອງເງິນຕາຕ່າງປະເທດເພີ່ມຂຶ້ນ, ເຖິງວ່າສະພາບເສດຖະກິດໄດ້ພົບຄວາມຫຍຸ້ງຍາກຈາກສະພາບການພາຍໃນ ແລະ ພາຍກນອກກໍຕາມ, ແຕ່ການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ VII ຍັງຢູ່ໃນຖ່ວງທ່າທີ່ດີ, ສະພາບການດຳເນີນການຜະລິດທຸລະກິດ, ການບໍລິການ ແລະ ການລົງທຶນກໍມີທ່າດີຂຶ້ນ. ໃນໄລຍະ 5 ປີຜ່ານມາ, ການລົງທຶນທັງໝົດທົ່ວສັງຄົມບັນລຸສູງກວ່າ 236 ພັນຕື້ກີບ ລື່ນຄາດໝາຍແຜນການ 5 ປີທີ່ກຳນົດໄວ້, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ສູງຂຶ້ນ; ການພັດທະນາໃນຂົງເຂດສັງຄົມ-ວັດທະນະທຳໄດ້ຮັບຜົນສຳເລັດເປັນກ້າວໆ ຈຳນວນປະຊາກອນເພີ່ມຂຶ້ນຈາກ 5,62 ລ້ານຄົນ ໃນປີ 2005 ມາເປັນ 6,49 ລ້ານ ຄົນໃນປີ 2015. ສຳລັບກຳລັງແຮງງານເພີ່ມຈາກ 2,77 ລ້ານຄົນ ໃນປີ 2005 ມາ ເປັນ 3,8 ລ້ານຄົນ ໃນປີ 2015 ເຊິ່ງໂຄງປະກອບຂອງກຳລັງແຮງງານໄດ້ຄ່ອຍໆຫັນໄປຕາມທິດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ.

 ການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາມີຄວາມຄືບໜ້າຫລາຍດ້ານ ເປັນຕົ້ນການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນກັບການຈັດສັນພູມລຳເນົາ ແລະ ອາຊີບຄົງທີ່ໃຫ້ແກ່ປະຊາຊົນ, ປັບປຸງພື້ນຖານໂຄງລ່າງທີ່ຈຳເປັນ ແລະ ຕາໜ່າງການບໍລິການທາງດ້ານສັງຄົມ ເຮັດໃຫ້ຈຳນວນຄອບຄົວທຸກຍາກ ໃນປີ 2015 ຍັງເຫລືອພຽງ 6,59% ຂອງຄອບຄົວທັງໝົດ ລື່ນຄາດໝາຍແຜນການກຳນົດໄວ້, ຈຳນວນຄອບຄົວທີ່ມີໄຟຟ້າໃຊ້ໃນທົ່ວປະເທດບັນລຸໄດ້ປະມານ 89,6% ຂອງຄອບຄົວທັງໝົດ ລື່ນຄາດໝາຍຂອງແຜນການ 5 ປີ ຄັ້ງທີ 7 ວາງໄວ້, ການພັດທະນາຊັບພະຍາກອນມະນຸດໄດ້ຮັບການເອົາໃຈໃສ່ຢ່າງຕັ້ງໜ້າ. ມາຮອດປັດຈຸບັນໄດ້ປະກາດຈົບຊັ້ນປະຖົມບຳລຸງໃນຂອບເຂດທົ່ວປະເທດ. ການກິລາປະເພດຕ່າງໆໄດ້ຮັບການພັດທະນາຢ່າງກວ້າງຂວາງ. ພິເສດໄດ້ເປັນເຈົ້າພາບຈັດການແຂ່ງຂັນກິລາຊີເກມ ຄັ້ງທີ 25 ແລະ ການແຂ່ງຂັນກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 16. ຕາໜ່າງສາທາລະນະສຸກໄດ້ຮັບການຂະຫຍາຍຕົວຢ່າງກວ້າງຂວາງ ແລະ ໄປຮອດເຂດຫ່າງໄກສອກຫລີກຫລາຍຂຶ້ນ, ຈຳນວນໂຮງໝໍແຂວງ, ເມືອງ ແລະ ສຸກສາລາບ້ານລ້ວນແຕ່ເພີ່ມຂຶ້ນເມື່ອທຽບໃສ່ 5 ປີຜ່ານມາ, ບັນດາພື້ນຖານໂຄງລ່າງກ່ຽວກັບການເຝິກ ແລະ ພັດທະນາສີມືແຮງງານໄດ້ຮັບການປັບປຸງຫລາຍຂຶ້ນ, ລະບົບການປະກັນສັງຄົມ ແລະ ປະກັນສຸຂະພາບ ກວມເອົາ 30,22% ຂອງພົນລະເມືອງ, ການປະຕິບັດນະໂຍ ບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໄດ້ດີພໍສົມຄວນ, ລະບົບສື່ສານມວນຊົນໄດ້ຮັບການຂະ ຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບເທື່ອລະກ້າວ, ຊຸກຍູ້ສົ່ງເສີມການປະດິດຄິດແຕ່ງສິລະປະ-ວັນນະຄະດີ, ລາຍການສະແດງຕ່າງໆໃຫ້ອຸດົມຮັ່ງມີ ແລະ ມີຫລາຍສີສັນ, ພ້ອມທັງໄດ້ເອົາໃຈໃສ່ຄຸ້ມຄອງສະຖານທີ່ບູຮານທີ່ພົບໃໝ່ ແລະ ປັບປຸງສະຖານທີ່ເກົ່າແກ່ຊຸດໂຊມຈຳນວນໜຶ່ງ, ຈຳນວນແຫລ່ງທ່ອງທ່ຽວເພີ່ມຂຶ້ນຕາມລຳດັບ; ດ້ານການຄຸ້ມຄອງ ແລະ ບໍລິຫານລັດໄດ້ປັບປຸງກົງຈັກການ ຈັດຕັ້ງຂອງລັດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ເຂັ້ມແຂງ ແລະ ສອດຄ່ອງກວ່າເກົ່າ, ໄດ້ປັບປຸງລັດຖະທຳມະນູນ ແລະ ສ້າງກົດໝາຍຕ່າງໆຫລາຍສະບັບ, ເອົາໃຈໃສ່ແກ້ໄຂຄະດີ ແລະ ຂໍ້ຂັດແຍ່ງຕ່າງໆ, ສຶກສາອົບຮົມປະຊາຊົນ, ຊັ້ນຄົນຕ່າງໆໃຫ້ມີຄວາມຮູ້ ແລະ ມີສະຕິເຄົາລົບກົດໝາຍ ແລະ ລະບຽບການຕ່າງໆສູງຂຶ້ນຕື່ມ. ຜ່ານການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນ 2 ປີຜ່ານມາ, ບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນ ລວມທັງປະຊາຊົນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວຢູ່ 52 ເມືອງ ແລະ 109 ບ້ານເປົ້າໝາຍທົດລອງຢ່າງເປັນຂະບວນ ເຊິ່ງໄດ້ເປັນປັດໄຈຊຸກຍູ້ໃຫ້ທ້ອງຖິ່ນຮາກຖານມີການພັດທະນາ ແລະ ປ່ຽນແປງຢ່າງຮອບດ້ານ ແລະ ການຮ່ວມມືກັບພາກພື້ນ ແລະ ສາກົນ ໂດຍສືບຕໍ່ຕາມແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື, ການເປີດກວ້າງການຮ່ວມມືທາງດ້ານເສດຖະກິດກັບຕ່າງປະ ເທດໄດ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.

No comments:

Post a Comment