Ad

Ad

19 January 2016

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກໄຂຂຶ້ນຢ່າງສະຫງ່າຜ່າເຜີຍ

     ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 18 ມັງກອນ 2016 ພາຍໃຕ້ຄຳຂວັນ ຍົກສູງຄວາມສາມາດນຳພາ ແລະ ລັກສະ ນະນຳໜ້າຂອງພັກ, ເພີ່ມທະວີມະຫາສາມັກຄີທົ່ວປວງຊົນທັງຊາດ, ຍຶດໝັ້ນແນວທາງປ່ຽນແປງໃໝ່ ຮອບດ້ານ ແລະ ມີຫລັກການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນໂດຍມີສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ ພ້ອມບັນດາສະມາຊິກພັກສົມບູນຈຳນວນ 680 ກວ່າສະຫາຍທີ່ເປັນຕົວແທນໃຫ້ສະມາຊິກພັກທົ່ວປະເທດຈຳນວນ 250.000 ກວ່າສະຫາຍ.

     ສະຫາຍ ຈູມມາລີ ໄຊຍະສອນ ກ່າວສູນທອນພົດໄຂກອງປະຊຸມຢ່າງເປັນທາງການ ເຊິ່ງມີບາງຕອນສຳຄັນວ່າ: ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໄຂຂຶ້ນໃນຄັ້ງນີ້ແມ່ນເຫດການການເມືອງທີ່ມີຄວາມສຳຄັນຢ່າງຍິ່ງ ທັງເປັນບາດລ້ຽວປະຫວັດສາດໃນການກຳນົດທິດທາງໜ້າທີ່ສຳລັບການພັດທະນາປະເທດຊາດເພື່ອກ້າວໄປສູ່ຈຸດໝາຍທີ່ວາງໄວ້ດ້ວຍຖ່ວງທ່າໃໝ່. ການສະຖາປະນາລະບອບປະຊາທິປະໄຕປະຊາຊົນຂອງປະເທດເຮົາມາເຖິງປັດຈຸບັນໄດ້ກ້າວຂ້າມປີທີ 40 ແລະ ພາລະກິດປ່ຽນແປງໃໝ່ກໍໄດ້ດຳເນີນມາເປັນເວລາ 30 ປີ. ຜ່ານໄລຍະດັ່ງກ່າວມີຫລາຍບັນຫາສຳຄັນທີ່ພັກເຮົາຕ້ອງໄດ້ສະຫລຸບ ແລະ ຕີລາຄາໃຫ້ຖືກຕ້ອງ, ເລິກເຊິ່ງ ແນໃສ່ເສີມຂະຫຍາຍຜົນສຳເລັດ ແລະ ດ້ານຕັ້ງໜ້າ, ກຳຈັດແກ້ໄຂຂໍ້ຄົງຄ້າງເພື່ອສືບຕໍ່ນຳເອົາພາລະກິດປະຕິວັດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ. ບົນຈິດໃຈດັ່ງກ່າວນັ້ນ, ຄະນະບໍລິຫານງານສູນກາງພັກສະໄໝທີ IX ໄດ້ອອກມະຕິກ່ຽວກັບການກະກຽມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ເຊິ່ງໄດ້ປຸກລະດົມສ້າງຂະບວນການໃນທຸກຂົງເຂດວຽກງານ ໂດຍການເຂົ້າຮ່ວມຢ່າງກວ້າງຂວາງຂອງສະມາຊິກພັກຕິດພັນກັບການສະຫລອງວັນສຳຄັນທາງປະຫວັດສາດຂອງພັກ-ຂອງຊາດຢ່າງມີເນື້ອໃນອັນເລິກເຊິ່ງ.
     ອັນພົ້ນເດັ່ນໃນຂະບວນກະກຽມແກ່ກອງປະຊຸມຄັ້ງນີ້ ແມ່ນຕິດພັນກັບການປັບປຸງປົວແປງພັກ ໂດຍຜ່ານບັ້ນດຳເນີນຊີວິດການເມືອງ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຢ່າງທົ່ວເຖິງ. ຜ່ານຂະບວນການເຫລົ່ານັ້ນເຮັດໃຫ້ພັກມີການປັບປຸງບູລະນະທາງດ້ານການເມືອງ-ແນວຄິດ ແລະ ການ ຈັດຕັ້ງຕື່ມອີກກ້າວໜຶ່ງ, ສະມາຊິກພັກກໍໄດ້ຮັບການບຳລຸງຍົກລະດັບທາງດ້ານຄວາມຮູ້, ທັດສະນະຫລັກໝັ້ນ ແລະ ມີການປ່ຽນແປງຕົນເອງໃຫ້ກ້າວໜ້າກວ່າເກົ່າ. ພ້ອມນັ້ນຍັງໄດ້ນຳເອົາຮ່າງລາຍງານການເມືອງ, ຮ່າງວິໄສທັດ, ແຜນຍຸດທະສາດ 10 ປີ ແລະ ທິດທາງແຜນການພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016-2020), ສະມາຊິກພັກ ກໍຄືມະຫາຊົນໄດ້ເຊີດຊູຈິດໃຈເປັນເຈົ້າຂອງປະເທດຊາດ ແລະ ເສີມຂະຫຍາຍປະຊາທິປະໄຕຢ່າງເປັນຮູບປະທຳຕົວຈິງ, ປະກອບຄວາມຄິດເຫັນກ່ຽວກັບບັນຫາສຳຄັນຕ່າງໆທີ່ສ່ອງແສງຢ່າງຖືກຕ້ອງກັບສະພາບຄວາມເປັນຈິງຂອງປະເທດຊາດ, ຖືກກັບເຈດຈຳນົງຄວາມມຸ້ງມາດປາຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າເຮັດໃຫ້ແນວທາງການເມືອງ ແລະ ການຈັດຕັ້ງຂອງພັກກາຍເປັນຜະລິດຕະພັນແຫ່ງສະຕິປັນຍາລວມຂອງທົ່ວພັກທົ່ວປວງຊົນ.
     ໜ້າທີ່ອັນສຄັນກອງປະຊຸມໃຫຍ່ຄັ້ງນີ້ ແມ່ນການເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ X ທັງສະແດງເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງພັກ ທັງຮັບປະກັນລັກສະນະສືບທອດ ແລະ ເຮັດໃຫ້ຖັນແຖວການນຳນັບມື້ໜຸ່ມແໜ້ນ, ປະກອບດ້ວຍບັນດາສະຫາຍທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳອັນຜ່ອງໃສ, ມີຄວາມຮູ້, ຄວາມສາມາດ ແລະ ມີຄວາມຮັບຜິດຊອບສູງ ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງທີ່ພັກ ແລະ ປະເທດຊາດມອບໝາຍໃຫ້.
     ໃນໂອກາດອັນສຄັນນີ້, ສະຫາຍເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ໄດ້ຂຶ້ນລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກສະໄໝທີ IX ຕໍ່ກອງປະຊຸມ ໂດຍໄດ້ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກໃນໄລຍະ 5 ປີຜ່ານມາ (2011-2015) ເຖິງວ່າປະເທດເຮົາຈະປະສົບກັບສິ່ງທ້າທາຍຫລາຍປະການປານໃດກໍຕາມ, ແຕ່ພາຍໃຕ້ການນຳພາຂອງພັກນັ້ນ ພວກເຮົາສາມາດຍາດໄດ້ຜົນສຳເລັດທີ່ສຳຄັນ, ເປັນພື້ນຖານຫລາຍປະການ ເຮັດໃຫ້ປະເທດຊາດຂອງພວກເຮົາໄດ້ມີການຫັນປ່ຽນໃນທຸກດ້ານຢ່າງເດັ່ນຊັດ, ໄປຕາມທິດທາງ ແລະ ຈຸດໝາຍທີ່ວາງໄວ້.
     ສະຫາຍ ຈູມມາລີ ໄຊຍະສອນ ໄດ້ຕີລາຄາວ່າ: ຜົນສຳເລັດອັນສຳຄັນ ແລະ ເປັນພື້ນຖານກວ່າໝູ່ແມ່ນຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ, ລະບອບປະຊາທິປະໄຕປະຊາຊົນມີສະຖຽນລະພາບອັນໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ສ່ວນຜົນສຳເລັດອັນພົ້ນເດັ່ນທີ່ເປັນໜ້າພາກພູມໃຈແມ່ນເສດຖະກິດແຫ່ງຊາດໄດ້ຂະຫຍາຍຕົວດ້ວຍຈັງຫວະໄວ, ຕໍ່ເນື່ອງ ແລະ ດຳເນີນໄປຢ່າງຖືກທິດໃນທ່າມກາງທີ່ເສດຖະກິດໂລກຫົດຖອຍ, ຈັງຫວະການເຕີບໃຫຍ່ບັນລຸຕາມຄາດໝາຍທີ່ວາງໄວ້ສະເລ່ຍ 5 ປີ ບັນລຸໄດ້ 7,9%, ລວມຍອດມູນຄ່າຜະລິດຕະພັນພາຍໃນປີ 2014-2015 ປະມານ 102.320 ຕື້ກີບ (12,8 ຕື້ໂດລາສະຫະລັດ), ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 15,8 ລ້ານກີບ (1.970 ໂດລາສະຫະລັດ). ບັນຫາສຳຄັນແມ່ນພວກເຮົາສາມາດບັນລຸໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ລາຍຮັບຕົວຈິງຂອງປະຊາຊົນເພີ່ມຂຶ້ນ; ຂົງເຂດວັດທະນະທຳ-ສັງຄົມໄດ້ຮັບການຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ ອັນພົ້ນເດັ່ນແມ່ນໄດ້ມີຜົນສຳເລັດເປັນສ່ວນໃຫຍ່ ແລະ ມີການຫັນປ່ຽນຢ່າງຈະແຈ້ງໃນການປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ; ລະບົບການເມືອງຂອງລະບອບປະຊາທິປະໄຕປະຊາຊົນໄດ້ຮັບການປັບປຸງບູລະນະໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.
     ໄປພ້ອມໆກັນນີ້, ພັກເຮົາໄດ້ເປັນເຈົ້າການຊີ້ນຳການເຄື່ອນໄຫວວຽກງານການຕ່າງປະເທດຢ່າງຕັ້ງໜ້າ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືການເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ພາກພື້ນ ແລະ ໃນໂລກ, ຖານະບົດບາດ ແລະ ອິດທິພົນຂອງ ສປປ ລາວ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນກວ່າເກົ່າໃນເວທີພາກພື້ນ ແລະ ສາກົນ; ພັກເຮົາໄດ້ສືບຕໍ່ປັບປຸງກໍ່ສ້າງຕົນເອງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນຳພາ, ໄດ້ເປັນເຈົ້າການໃນການວາງແຜນແນວທາງການເມືອງຢ່າງຖືກຕ້ອງ, ວາງແນວທາງການຈັດຕັ້ງປະຕິບັດຢ່າງສອດຄ່ອງ, ພັກເຮົາເປັນກຳລັງການເມືອງທີ່ເຂັ້ມແຂງ ນຳພາທົ່ວສັງຄົມສືບຕໍ່ປະຕິບັດໜ້າທີ່ຍຸດທະສາດຕາມແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການ ໂດຍໄດ້ຮັບຜົນສຳເລັດອັນເປັນພື້ນຖານຫລາຍປະການ.
     ພ້ອມນັ້ນ, ສະຫາຍເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ໄດ້ຍົກໃຫ້ເຫັນບົດຮຽນທີ່ສຳຄັນຜ່ານພຶດຕິກຳຕົວຈິງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ໄລຍະ 5 ປີຜ່ານມາ ກໍຄື 30 ແຫ່ງການປ່ຽນແປງໃໝ່ມີຄື:
     1. ຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກຂອງພັກຢ່າງເດັດດ່ຽວໜຽວແໜ້ນ, ສືບຕໍ່ເສີມຂະຫຍາຍຄວາມຄິດປະດິດສ້າງ ບົນພື້ນຖານແຫ່ງການຍຶດໝັ້ນຈຸດໝາຍສັງຄົມນິຍົມ ແລະ ຄວາມເປັນເອກະລາດແຫ່ງຊາດ, ໝູນໃຊ້ ແລະ ຂະຫຍາຍທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ ສົມທົບກັບການຮັບເອົາສິ່ງຍອດຍິ່ງຂອງມວນມະນຸດ.
      2. ໃນການພັດທະນາຕ້ອງຍຶດໝັ້ນ ຖືເອົາການພັດທະນາເສດຖະກິດເປັນໃຈກາງ ໂດຍຕິດແໜ້ນກັບການພັດທະນາສັງຄົມ, ການອະນຸລັກຮັກສາວັດທະນະທຳອັນດີງາມຂອງຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມຕາມທິດຍືນຍົງ, ຂຸດຄົ້ນ ແລະ ນຳໃຊ້ກຳລັງແຮງທຸກພາກສ່ວນເສດຖະກິດເຂົ້າໃນການພັດທະນາເສດຖະກິດແຫ່ງຊາດຕາມກົນໄກເສດຖະກິດຕະຫລາດ ພາຍໃຕ້ການຄຸ້ມຄອງດັດສົມຂອງລັດ, ສົມທົບຢ່າງກົມກຽວລະຫວ່າງການພັດທະນາເສດຖະກິດກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຍູ້ການຈະເລີນເຕີບໃຫຍ່ທາງດ້ານເສດຖະກິດຕິດພັນກັບການຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ຍົກລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ວັດທະນະທຳຂອງປະຊາຊົນບັນດາເຜົ່າໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ ກໍສຸມໃສ່ພັດທະນາພື້ນຖານເສດ ຖະກິດແຫ່ງຊາດຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝຢ່າງມີຈຸດສຸມໃນຂົງເຂດທີ່ປະເທດມີທ່າແຮງໄດ້ປຽບ.
     3. ການຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານຢ່າງແຂງແຮງຕໍ່ເນື່ອງຕາມ 4 ເນື້ອໃນ 4 ຄາດໝາຍ ເປັນມາດຕະການຍຸດທະສາດຍາວນານ. ຕ້ອງປຸກລະດົມຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາຕາມທິດ 3 ສ້າງ, ກໍ່ໃຫ້ເກີດຕົວແບບໃນການຜະລິດເປັນສິນຄ້າໃຫ້ນັບມື້ນັບຫລາຍໃຫ້ກາຍເປັນຂະບວນການຂອງມະຫາຊົນ.
     4. ການເພີ່ມທະວີຄວາມເປັນປຶກແຜ່ນແໜ້ນໜາຂອງທົ່ວປວງຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ ເປັນມູນເຊື້ອ, ເປັນກຳລັງແຮງຊະນະເລີດ ແລະ ເປັນປັດໄຈພື້ນຖານໃຫ້ແກ່ການສ້າງ ແລະ ຮັກສາສະຖຽນລະພາບທາງການເມືອງ ແລະ ຄວາມສະຫງົບທາງສັງຄົມຢ່າງໜັກແໜ້ນ, ຮັບປະກັນໃຫ້ແກ່ການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ.
     5. ເພື່ອຮັບປະກັນໃຫ້ການພັດທະນາຖືກທິດ ມີຄວາມຈຳເປັນຕ້ອງເພີ່ມທະວີຄວາມສາມາດນຳພາ ແລະ ກຳລັງແຮງຂອງຄະນະພັກແຕ່ລະຂັ້ນ, ເຮັດໃຫ້ຄະນະພັກແຕ່ລະຂັ້ນມີຄວາມສາມາດໃນການຊີ້ນຳ-ນຳພາການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກອອກເປັນແຜນງານ, ໂຄງການລະອຽດຢ່າງຖືກຕ້ອງ ແລະ ທັນການ ທັງສອດຄ່ອງກັບຈຸດພິເສດ ແລະ ທ່າແຮງຂອງແຕ່ລະບ່ອນ ໄປຄວບຄູ່ກັບການເສີມຂະຫຍາຍກຳລັງແຮງຂອງລະບົບການເມືອງຢູ່ແຕ່ລະຂັ້ນ.
    6. ເຊີດຊູບົດບາດ ແລະ ຄວາມສາມາດນຳພາຂອງພັກ ໄປຄຽງຄູ່ກັບການຍົກສູງຄວາມເປັນແບບຢ່າງນຳໜ້າຕໍ່ສູ້ຂອງຖັນແຖວສະມາຊິກພັກ, ເດັດດ່ຽວແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນການຈັດຕັ້ງຂອງພັກ-ລັດ ກໍຄືຖັນແຖວສະມາຊິກພັກ-ພະນັກງານຢ່າງທັນການ, ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຢູ່ສະເໝີ.

    7. ຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດໃກ້ຄຽງ ກໍຄືບັນດາປະເທດໃນປະຊາຄົມອາຊຽນ, ປະເທດເພື່ອນມິດໃນໂລກ ແລະ ອົງການຈັດຕັ້ງສາກົນ. ພິເສດແມ່ນເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີຖານສະຫາຍຮ່ວມອຸດົມການສັງຄົມນິຍົມກັບບັນດາປະເທດເພື່ອນມິດຍຸດທະສາດ ອັນນີ້ແມ່ນປັດໄຈອັນສຳຄັນ ແລະ ຂາດບໍ່ໄດ້ ເພື່ອສ້າງເປັນກຳລັງແຮງສັງລວມເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

No comments:

Post a Comment