Ad

Ad

20 January 2016

​ໄລຍະ​ນີ້ອຸນຫະພູມ​ຈະ​ຫລຸດ​ລົງ​ຕື່ມ​ອີກ​ແຕ່ 1-3 ອົງສາ

     ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ​ໃນ​​ໄລຍະວັນທີ 20-22 ມັງກອນນີ້, ມວນອາກາດໜາວເຢັນຈະອ່ອນກຳລັງລົງເລັກນ້ອຍ​, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່, ​ເຮັດໃຫ້ອາກາດອຸ່ນຂຶ້ນໃນແຕ່ລະພາກ, ​ແຕ່ອາກາດຍັງຈະໜາວຢູ່ບັນດາ​​ແຂວງພາກເໜືອດ້ານຕາເວັນອອກ, ​ໄຊສົມບູນແລະເຂດພູພຽງບໍລະເວນປາກຊ່ອງ, ​ໃນທ້າຍອາທິດ ວັນທີ 23-24 ມັງກອນນີ້, ບໍລິເວນຄວາມກົດດັນສູງຂອງອາກາດໜາວຈະມີກຳລັງແຮງເພີ້ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງລາວອີກຮອບໃໝ່, ຊຶ່ງລັກສະນະດັ່ງກ່າວຈະເຮັດໃຫ້ອຸນຫະພູມອາ ກາດເຢັນລົງຕື່ມອີກ 1-3 ອົງສາແລະ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງ​​ເປັນບາງໂອ ກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.


     ​ໃນໄລຍະກາງຫາທ້າຍອາທິດນີ້ ອາກາດຈະເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າຢູ່ແຕ່ລະພາກ, ຈາກນັ້ນໄລຍະທ້າຍອາທິດ ອຸນຫະພູມຈະເຢັນລົງ 1-3 ອົງສາ ຢູ່ແຕ່ລະພາກແລະ ສະເພາະແຂວງພາກເໜືອດ້ານຕາເວັນອອກ ອາກາດຈະໜາວເຢັນຫລາຍພ້ອມມີໝອກໜາປົກຫຸ້ມຫລາຍຂຶ້ນແລະໃນໄລຍະນີ້ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກກາງ​ ​ແລະ ພາກໃຕ້, ຈາກນັ້ນ ຈະມີຝົນຕົກກະຈາຍຫລາຍຂຶ້ນໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາໂອກາດ.

No comments:

Post a Comment