Ad

Ad

20 January 2016

ສື່ມວນ​ຊົນ​ລາວ​ພົບ​ປະ​ນັກ​ວິຈິດ​ສິນຂອງ​ລັດ​ເຊຍ

ວັນທີ 19 ມັງກອນນີ້, ສື່ມວນຊົນລາວຈາກວິທະຍຸແຫ່ງຊາດ, ​ໂທລະພາບແຫ່ງຊາດແລະ ໜັງສືພິມຕ່າງໆ, ຊຶ່ງນຳໂດຍທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງປະເທດລາວໄດ້ເຂົ້າພົບປະກັບນັກວິຈິດສິນຂອງລັດເຊຍຈຳນວນ 4 ທ່ານ. ຢູ່ທີ່ີນະຄອນຫຼວງວຽງຈັນໃນການເດີນ ທາງມາລາເປັນຄັ້ງທຳອິດຊຶ່ງມີເປົ້າໝາຍແລກປ່ຽນ​​ວັດທະນະທຳລະຫວ່າງລັດເຊຍກັບບັນດາປະເທດອາຊຽນແລະ ຈາກນີ້ຄະນະນັກວິຈິດສິນດັ່ງກ່າວຈະເດີນທາງ​​ໄປແຕ່ລະປະເທດອາຊຽນເພື່ອແຕ້ມຮູບກ່ຽວກັບຮີດຄອງປະເພນີ້ແລະ ວັດທະນະທຳຂອງປະເທດນັ້ນ,​ ເມື່ອແຕ້ມຄົບ 10 ປະເທດອາຊຽນແລ້ວກໍຈະນຳຮູບພາບດັ່ງກ່າວໄປວາງສະແດງຢູ່ທີ່ປະເທດລັດເຊຍແລະ ຈາກາຕາ , ຈາກນັ້ນກໍຈະກັບມາວາງສະແດງຢູ່ແຕ່ລະປະເທດອາຊຽນ, ສຳລັບປະເທດລາວແມ່ນເປັນປະເທດທີ 8 . ​ແລະ ສຳລັບລາວເຮົາຈຳນ ວນນັກວິຈິດສິນດັ່ງກ່າວໄດ້ສຳເລັດການແຕ້ມຮູບໄດ້​​ແລ້ວຫຼາຍກວ່າ 70 ຮູບຕາມເປົ້າໝາຍວາງໄວ້ແລະ ຈະສືບຕໍ່ເດີນທາງໄປຫວຽດນາມແລະ ມຽນມ້າຕາມລຳດັບ.

No comments:

Post a Comment