Ad

Ad

20 January 2016

ຮູບພາບເຄື່ອນໄຫວການນຳພັກ-ລັດໄດ້ຮັບຄວາມສົນໃຈຈາກຜູ້ແທນກອງປະຊຸມໃຫຍ່ຄັ້ງທີX ຂອງ ພັກ

ຮູບພາບການເຄື່ອນໄຫວຂອງບັນດາການນຳພັກແລະລັດຖະ ບານຕະຫລອດໄລຍະ 5 ປີຜ່ານ ມາ, ທີ່ໄດ້ນຳມາວາງສະແດງໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກມີຈຳນວນຫລາຍສິບແຜ່ນໄດ້ຮັບຄວາມສົນໃຈຈາກຜູ້ແທນກອງປະຊຸມ, ໂດຍສະເພາະຮູບພາບຂອງຕົວເມືອງວຽງໄຊແຂວງຫົວພັນພາຍຫລັງປົດປ່ອຍປີ 1975 ທີ່ມີຂະໜາດໃຫຍ່ເຖິງ 6x17 ແມັດແມ່ນໄດ້ຮັບຄວາມສົນໃຈຫລາຍ. ຜູ້ຮັບຜິດຊອບງານວາງສະແດງດັ່ງກ່າວໃຫ້ຮູ້ວ່າ: ຮູບພາບນຳຈັດໃນນັ້ນມີສອງແຜ່ນໄດ້ຈັດພີມຂະໜາດ 6x17 ແມັດຄື: ຮູບພາບຂອງຕົວເມືອງວຽງໄຊແຂວງຫົວພັນຫລັງປີ 1975, ຮູບພາບພະທາດຫລວງວຽງຈັນທີ່ມີແສງ
ຂອງບັ້ງໄຟດອກໂອບອ້ອມຢ່າງສວຍສົດງົດງາມໃນໂອກາດສະເຫລີມສະ ຫລອງວັນສະຖາປະນາສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ, ສ່ວນຮູບອື່ນໆແມ່ນສ່ອງແສງໃຫ້ເຫັນເຖິງບັນຍາກາດຂອງກອງປະຊຸມພັກໃນແຕ່ລະສະໄໝຄື: ສະໄໝທີ I-IX, ການເຄື່ອນໄຫວຂອງບັນດາຜູ້ນຳພັກ-ລັດລົງຊຸກຍູ້ການພັດທະນາ, ໃນຂົງເຂດຕ່າງໆ, ລວມເຖິງພາບການເຕີບໃຫຍ່ຂະຫຍາຍຕົວຂອງການພັດທະນາເສດຖະກິດ-ສັງຄົມຂອງຊາດໃນໄລຍະຜ່ານມາ, ອັນໄດ້ສ້າງຄວາມສົນໃຈເຂົ້າຢ້ຽມຊົມຢ່າງຫລວງຫລາຍ ແລະ ສ້າງຄວາມພາກພູມໃຈໃຫ້ກັບໜ່ວຍງານທີ່ໄດ້ໃຊ້ເວລາຫລາຍສົມຄວນໃນການກະກຽມຮັບໃຊ້ກອງປະຊຸມຄັ້ງສຳຄັນຂອງພັກເທື່ອນີ້ໄດ້ມີຜົນສຳເລັດ.

No comments:

Post a Comment