Ad

Ad

20 January 2016

ອາ​ຊຽນ-ຣັດ​ເຊຍ ​ເສີມ​ຂະຫຍາຍ​ການ​ພົວພັນຮ່ວມ​ມື

     ​ໃນກອງປະຊຸມໜ່ວຍງານຜູ້ຊົງຄຸນວຸດທິ ອາຊຽນ-ຣັດເຊຍ ຄັ້ງທີ 1 ​ໄດ້ຈັດຂຶ້ນໃນວັນທີ 19 ມັງ ກອນນີ້, ຢູ່ນະຄອນຫລວງວຽງຈັນເຊິ່ງຈະດຳເນີນໄປເປັນເວລາສອງວັນ (19-20/1/2016), ​ເພື່ອພ້ອມກັນທົບທວນຄືນການຮ່ວມມື ລະຫວ່າງສອງຝ່າຍໃນໄລຍະ 20 ປີຜ່ານມາ (1996-2016) ພ້ອມປຶກສາຫາລືເພື່ອຮ່າງບົດລາຍງານຂອງໜ່ວຍງານຜູ້ຊົງຄຸນວຸດທິ ອາຊຽນ-ຣັດເຊຍເພື່ອຄົ້ນ ຄວ້າບັນດາຂໍ້ລິເລີ່ໃໝ່ແລະ ຂໍ້ສະເໜີແນະຕ່າງໆເພື່ອເປັນທິດທາງໃຫ້ແກ່ການເສີມຂະຫຍາຍການພົວພັນແລະ ຮ່ວມມືລະຫວ່າງ ອາຊຽນ-ຣັດເຊຍໃຫ້ກ້າວຂຶ້ນສູ່ລະດັບໃໝ່ໃນອະນາຄົດ, ຄາດວ່າຈະນຳເໜີໃຫ້ບັນດາຜູ້ນຳອາຊຽນ-ຣັດເຊຍ ພິຈາລະນາຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດສະເຫລີ ສະຫລອງການຮ່ວມມືອາຊຽນ-ຣັດເຊຍ ຄົບຮອບ 20 ປີໃນວັນທີ 19-20 ພຶດສະພາ ທີ່ຈະມາເຖິງນີ້ ຢູ່ໂຊຈິ (ຣັດເຊຍ).


     ກອງປະຊຸມຄັ້ງນີ້ ຝ່າຍລາວມີທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ, ທ່ານ ອາເລັກຊານເດີເອອີວານນອບ (Alexander A.lvannov), ທູດປະຈຳກະຊວງການຕ່າງປະເທດຂອງຣັດເຊຍ, ຜູ້ຊົງຄຸນວຸດທິຂອງຣັດເຊຍແລະ ບັນດາຜູ້ຊົງຄຸນວຸດທິ ຈາກບັນດາປະເທດອາຊຽນແລະ ກອງເລຂາອາຊຽນເຂົ້າຮ່ວມນຳດ້ວຍ.

No comments:

Post a Comment