Ad

Ad

20 January 2016

ສະຫວັນ​ນ​ະ​ເຂດ ສູ້​ຊົນ​ຈັດ​ຕັ້ງປະຕິບັດ​ນະ​ໂຍບາຍ​ເຊື່ອມ​​ໂຍງ​​ແລວ​ທາງ​ເສດຖະກິດ​ຕາ​ເວັນ​ອອກ-ຕາເວັນ​ຕົກ

     ສະຫາຍ ດຣ. ສຸພັນແກ້ວມີໄຊເລຂາພັກແຂວງ, ​ເຈົ້າແຂວງສະຫວັນນະເຂດໄດ້ລາຍງານການຈັດຕັ້ງປະຕິບັດນະໂຍບາຍເຊື່ອມ​​ໂຍງແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃນວັນທີ 18 ມັງກອນຜ່ານມາ, ​​ໂດຍ​​ໄດ້ຊີ້ໃຫ້ເຫັນເຖິງວຽກງານແຕ່ລະຈຸດສຸມຂອງແຂວງສະຫວັນນະເຂດເປັນຕົ້ນການນຳໃຊ້ຂົວມິດຕະພາບ 2 ສະຫວັນນະເຂດ​-ມຸກດາຫານແລະເສັ້ນທາງເລກ 9 ທີ່ເປັນເສັ້ນທາງຜ່ານໃຫ້​​ເກີດປະໂຫຍດສູງສຸດແກ່ການພັດທະນາປະເທດຊາດ, ພ້ອມທັງໄດ້ຖອດຖອນບົດຮຽນດີ-ອ່ອນເພື່ອນຳໄປປະຕິບັດຢູ່ຈຸດອື່ນໆຂອງປະເທດ, ​ໂດຍສະເພາະການປະຕິບັດບັນດາທິດທາງໜ້າທີ່ແລະ ວຽກງານຈຸດສຸມດັ່ງກ່າວໃນແຜນການປະຈຳປີຢ່າງຕໍ່ເນື່ອງ, ຈຶ່ງເຮັດໃຫ້ການຈັດຕັ້ງ
ປະຕິບັດນະໂຍບາຍເຊື່ອມໂຍງແລວ​​ເສດຖະກິດຕາເວັນອອກ-ຕາເວັນຕົກ ​​ມີຜົນສຳເລັດເປັນກ້າວໆມາແລ້ວໄດ້ຮັບຄວາມເຊື່ອຖືຕໍ່ນັກລົງທຶນພາຍໃນແລະ ຕ່າງປະເທດໄດ້ດີພໍສົມຄວນ, ປະກອບສ່ວນຢ່າງແຂງແຮງເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄືແຂວງສະຫວັນນະເຂດເພີ້ມຂຶ້ນຢ່າງຕໍ່ເນື່ອງແລະ ໝັ້ນທ່ຽງຄື: ທົ່ວແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ​-ປອດໄພໂດຍພື້ນຖານ, ​ເສດຖະກິດ ຂະຫຍາຍຕົວໄວຂຶ້ນ GDP ​ເພີ່ມຂຶ້ນຈາກ 10% ​ໃນປີ 2010 ມາເປັນ 12,5% ​ໃນປີ 2015, ສະເລ່ຍ GDP ຕໍ່ຫົວຄົນເພີ່ມຂຶ້ນຈາກຄົນລະ 897 ​ໂດລາສະຫະລັດໃນປີ 2010, ມາເປັນຄົນລະ 1.785 ​ໂດລາສະຫະລັດ​ ​ໃນປີ 2015, ການລົງທຶນຕ່າງປະເທດມີມູນຄ່າຫລາຍກວ່າ 5,2 ຕື້ໂດລາສະຫະລັດ ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 82%, ມີ 160 ​ໂຄງການ​, ຊຶ່ງມາຈາກ 20 ກວ່າປະເທດ, ບັນດາໂຮງງານອຸດສາຫະກຳທີ່ທັນສະໄໝຈຳນວນໜຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນເຂດ​​ເສດຖະກິດພິເສດສະຫວັນ​-​ເຊ​​ໂນ, ​ເຂດການຄ້າຊາຍແດນ​-​ແດນສະຫວັນແລະນອກເຂດເຊັ່ນ: ​ໂຮງງານປະກອບກ້ອງຖ່າຍຮູບນິກອນ (​ຍີ່ປຸ່ນ), ​ໂຮງງານຜະລິດແກ້ວແວ່ນຕາເອຊີລໍ ​(ຝຣັ່ງ), ​ໂຮງງານປະອບລົດກະບະແດຮັນ​​ (.​ເກົາຫລີ), ​ໂຮງງານຜະລິດອາໄຫລ່ລົດໂຕ​​ໂຍຕາ (ຍີ່ປຸ່ນ), ​ໂຮງງານຜະລິດຊິ້ນສ່ວນອາໄຫລ່ລົດຍົນ, ​ໂຮງງານຜະລິດອຸປະກອນໂທລະຄົມ, ​ໂຮງງານຜະລິດນ້ຳຕານສຳເລັດຮູບ, ​ໂຮງງານຜະລິດ​​ແປ້ງມັນຕົ້ນ, ​ໂຮງງານຜະລິດເຫລັກ​​ເສັ້ນ, ​ໂຮງງານຜະລິດຊີມັງແລະໂຮງງານອື່ນ, ຈຳນວນພາຫະນະຂົນສົ່ງສິນຄ້າແລະ ​​ໂດຍສານເຂົ້າ​-ອອກຜ່ານດ່ານສາກົນຂົວມິດຕະພາບ II ​ແລະ ດ່ານສາກົນຊາຍແດນ-​ແດນສະຫວັນ ມີລັກສະນະເພີ່ມຂຶ້ນຈາກ 77.800 ຄັນໃນປີ 2006 ມາເປັນ 216.700 ຄັນໃນປີ 2015 ເລ່ຍຈາກ 264 ຄັນຕໍ່ວັນ ມາເປັນ 537 ຄັນຕໍ່ວັນ, ມູນຄ່າສິນຄ້າຂາອອກ-ຂາເຂົ້າ ຜ່ານດ່ານສາກົນຂົວມິດຕະພາບ II ບັນລຸໄດ້ 1.341 ຕື້ໂດລາສະຫະລັດ, ຈຳນວນນັກທ່ອງທ່ຽວເພີ່ມຂຶ້ນຈາກ 435.900 ຄົນໃນປີ 2006 ມາເປັນ 1.100.000 ກວ່າຄົນໃນປີ 2015 ສຳລັບການສົ່ງອອກສິນຄ້າ 5 ປີ ສາມາດບັນລຸໄດ້​ 3,6 ຕື້ໂດລາສະຫະລັດ, ມູນຄ່າການນຳເຂົ້າສິນຄ້າ 1,2 ຕື້ໂດລາສະຫະລັດເກີນດຸນການຄ້າ 2,3 ຕື້ໂດລາສະຫະລັດ, ການເກັບລາຍຮັບເຂົ້າງົບປະມານສາມາດປະຕິບັດໄດ້ລື່ນແຜນທຸກປີເພີ່ມຂຶ້ນໃນລະດັບ 18-19%, ດ້ານໂຄງລ່າງໄຟຟ້າໄດ້ຮັບການກໍ່ສ້າງສະໜອງໃຫ້ແກ່ໂຮງງານອຸດສາຫະກຳໄດ້ຢ່າງພຽງພໍແລະ ຂະຫຍາຍຕາຂ່າຍລົງສູ່ຈຸດສຸມກຸ່ມບ້ານເຂດຊົນນະບົດຫ່າງໄກສອກຫລີກ. ມາຮອດປັດຈຸບັນ ບ້ານທີ່ໄດ້ຊົມໃຊ້ກະແສໄຟຟ້າ​​​ກວມເອົາ 87,8% ຂອງຄອບຄົວທັງໝົດ.

     ສະຫາຍເລຂາພັກເຈົ້າ​​ແຂວງສະຫວັນນະເຂດ ກ່າວວ່າ: ຍ້ອນການຊີ້ນຳ-ນຳພາຂອງພັກ ກໍຄືການຈັດຕັ້ງປະຕິບັດມະ 9 ຂອງພັກໃນໄລຍະຜ່ານມາຈຶ່ງເຮັດໃຫ້ເສດຖະກິດຂອງແຂວງສະຫວັນນະເຂດ ມີການຂະຫຍາຍຕົວສູງ, ການພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ​​ຫລຸດລົງເທື່ອລະກ້າວ, ປັດຈຸບັນທົ່ວແຂວງມີບ້ານທຸກຍາກເຫລືອພຽງ 149 ບ້ານຫລືເທົ່າກັບ 14,6% ຂອງຈຳນວນບ້ານທັງໝົດ, ຄອບຄົວທຸກຍາກຫລຸດລົງເຫລືອ 8.633 ຄອບຄົວເທົ່າກັບ 5,3% ຂອງຄອບຄົວທັງໝົດໃນທົ່ວແຂວງແລະເມືອງທຸກຍາກຍັງ​​ເຫລືອ 2 ​ເມືອງຄື: ​ເມືອງເຊໂປແລະເມືອງນອງເທົ່ານັ້ນ.

No comments:

Post a Comment