Ad

Ad

20 January 2016

ການສັນຈອນໃນຕົວເມືອງມີຄວາມເປັນລະບຽບດີໃນໄລຍະດໍາເນີນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

          ໃນໄລຍະສາມສີ່ວັນມານີ້, ປາກົດວ່າສະພາບການສັນຈອນໃນຕົວເມືອງນະຄອນຫລວງວຽງຈັນແມ່ນມີຄວາມເປັນລະບຽບຮຽບຮ້ອຍດີ, ທັງນີ້ກໍຍ້ອນເຈົ້າໜ້າທີ່ຈາລະຈອນນະຄອນຫລວງວຽງຈັນກໍຄືຕົວເມືອງ​ໃຫຍ່​ຕ່າງໆໄດ້ເອົາໃຈໃສ່ປະຕິບັດໜ້າທີ່ລະບາຍການສັນຈອນ ເພື່ອອໍານວຍຄວາມສະດວກ​ແກ່ການສັນຈອນໄປມາຂອງມວນຊົນໃນໄລຍະດໍາເນີນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ​ໄດ້​ເປັນ​ຢ່າງ​ດີ.
          ​ເຈົ້າ​ໜ້າ​ທີ່ພະແນກຈາລະຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເພື່ອຮັບປະກັນໃຫ້ການສັນຈອນຂອງພາຫະນະໃນຕົວເມືອງມີຄວາມຄ່ອງຕົວເປັນລະບຽບຮຽບຮ້ອຍໃນໄລຍະດໍາເນີນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກນີ້, ເຈົ້າໜ້າທີ່ຈາລະຈອນນະຄອນຫລວງວຽງຈັນໄດ້ສົມທົບກັບເຈົ້າໜ້າທີ່ຈະລາຈອນ 5
ເມືອງໃນນະຄອນຫລວງຫລາຍຮ້ອຍນາຍ ເພື່ອຈັດກໍາລັງລົງປະຕິບັດໜ້າທີ່ຕາມຈຸດສາມແຍກ, ສີ່ແຍກ ແລະ ໃນເສັ້ນທາງທີ່ເຫັນວ່າມີການສັນຈອນໜາແໜ້ນ ເພື່ອລະບາຍການສັນຈອນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພດີ,​ ໂດຍສະເພາະໃນຊົ່ວໂມງຮີບດ່ວນກໍຄືໂມງເຂົ້າການ-ເລີກການການ​ສັນຈອນແມ່ນມີຄວາມສະດວກໂລ່ງລຽນ, ຂະນະ​ດຽວກັນບັນຫາການເກີດອຸປະຕິເຫດບົນ​ທ້ອງ​ຖະໜົນ​ໃນຕົວ​ເມືອງ​ໃນ​ໄລຍະ​ດັ່ງກ່າວກໍ​ມີໜ້ອຍທຽບ​ກັບ​ໄລຍະ​ກ່ອນ,​ ແຕ່​ເຖິງແນວໃດກໍດີເຈົ້າໜ້າທີ່ພວກເຮົາຍັງຈະສືບ​ຕໍ່ເພີ່ມທະວີການປະຕິບັດໜ້າທີ່ໃຫ້ດີກວ່າເກົ່າຕາມແຈ້ງການຕ່າງໆຂອງນະຄອນຫລວງວຽງຈັນກໍານົດອອກເປັນຕົ້ນແມ່ນບໍ່ອະນຸຍາດໃຫ້ລົດບັນທຸກຂະໜາດໃຫຍ່ແລ່ນເຂົ້າໃນເສັ້ນທາງສາຍສໍາຄັນໃນຕົວເມືອງຄື: ຖະໜົນສຸພານຸວົງ, ເຈົ້າຟ້າງຸ່ມ, ສາມແສນໄທ, ເສດຖາທິລາດ, ລ້ານຊ້າງ, ທ່າເດື່ອແຕ່ສາມແຍກຈີ່ນາຍໂມ້ຫາໄຟແດງທາດຂາວ, ຖະໜົນໄກສອນ ພົມວິ ຫານແຕ່ປະຕູໄຊຫາໄຟແດງ 450 ປີ, ຖະໜົນອາຊຽນແຕ່ໄຟແດງບ້ານອາກາດຫາສີ່ແຍກໄຟແດງໂພນສະອາດ, ຖະໜົນກໍາແພງເມືອງເລີ່ມແຕ່ສີ່ແຍກໄຟແດງໂພນທັນຫາສີ່ແຍກໄຟແດງຮ່ອງແຊງ ແລະ ຖະໜົນດົງປາຍນາແຕ່ສີ່ແຍກໄຟແດງໂພນທັນຫາວົງວຽນດົງປາລານ, ພ້ອມດຽວກັນກໍຈະດໍາເນີນລະບຽບເຂັ້ມງວດຕໍ່ນັກຂັບຂີ່ລະເມີດກົດລະບຽບຈະລາຈອນເຊັ່ນ: ມຶນເມົາແລ້ວຂັບຂີ່, ຂັບຂີ່ລົດໄວ, ຈອດລົດຊະຊາຍ ແລະ ລ່ວງປ້າຍຫ້າມຕ່າງໆ ​ເພື່ອ​ຮັບປະກັນ​ໃຫ້ການ​ສັນຈອນໃນ​ຕົວ​ເມືອງມີ​ຄວາມ​ເປັນ​ລະບຽບ​ປອດ​ໄພ.

No comments:

Post a Comment