Ad

Ad

2 February 2016

ບຸນ​ຊ້າງ​ໄຊ​ຍະບູລີ​ປີ​ນີ້​ຈະ​ຈັດ​ຂື້ນ​ໃນ​ລະຫວ່າງ​ວັນ​ທີ 15 – 21 ກຸມພາ​ນີ້

ຮອງຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳແລະ ທ່ອງທ່ຽວແຂວງໄຊຍະບູລີໃຫ້ຮູ້ວ່າ: ປັດຈຸບັນການກະກຽມມະຫາກຳບຸນຊ້າງແຂວງຂອງຕົນໂດຍສ່ວນໃຫຍ່ແມ່ນສຳເລັດແລ້ວ,​ໂດຍສະເພາະແມ່ນການກະກຽມ​​ທີ່ພັກໂຮງແຮມ, ຮ້ານອາການແລະ ສະຖານທີ່ຈັດງານບຸນແລະ ກິດຈະກຳຕ່າງໆ. ຄາດວ່າບຸນຊ້າງປີນີ້ຈະມີທັກທ່ອງທ່ຽວທັງພາຍໃນແລະ ຕ່າງປະເທດເຂົ້າຮ່ວມບໍ່ຕ່ຳກວ່າ 2 ແສນຄົນ, ສ່ວນປີຜ່ານມາມີຜູ້ເຂົ້າມາທ່ຽວຊົມບຸນດັ່ງກ່າວຫຼາຍກວ່າ 150.000 ຄົນ.

ຮອງຫົວພະແນກດັ່ງກ່າວໃຫ້ຮູ້ອີກວ່າ:​ ບຸນຊ້າງປີນີ້ຈະເລີ່ມຄົບງັນ​​ເລີ່ແຕ່ວັນທີ 15 – 21 ກຸມພານີ້, ຊຶ່ງຈະມີການສະແດງຊ້າງຄຳຮູ້, ການປະກວດຊ້າງງາມ, ການບາສີສູ່ຂວັນຊ້າງແລະ ອື່ນໆ,​ໂດຍຈະມີຊ້າງເຂົ້າຮ່ວມຫຼາຍກວ່າ 60 ​ເຊືືອກ, ທັງນີ້ກໍເພື່ອສົ່ງເສີມການອານຸລັກຮັກສາຊ້າງແລະ ສົ່ງເສີມການ
ທ່ອງທ່ຽວຂອງທ້ອງຖິ່ນອີກດ້ວຍ ບຸນຊ້າງໄຊຍະບູລີມີໜໍ່  ແໜງແລະ ກຳເນີດຂຶ້ນມາແຕ່​​ເຫີງນານໂດຍປະຕິບັດຕາມຄວາມເຊື້ອໃນຮີດຄອງປະເພນີທີ່ປະຊາຊົນລາວໄດ້ໃຊ້ຊີວິດຕິດພັນກັບຊ້າງຕະຫຼອດມາ, ​ໂດຍເຂົາເຈົ້າຖືວ່າຊ້າງເປັນໜຶ່ງໃນສະມາຊິກຄອບຄົວ, ​ເຈົ້າຂອງເຮືອນແລະເຈົ້າວົງຕະກຸນທີ່ມີຊ້າງໄດ້ພ້ອມພາກັນເຮັດບຸນຊ້າງ, ສຳມາຄາລະວະຕໍ່ຊ້າງຄືຜູ້ທີ່ມີບຸນຄຸນຕໍ່ເຂົາເຈົ້າ, ຊຶ່ງຮີດຄອງດັ່ງກ່າວໄດ້ສືບທອດກັນມາຫຼາຍເຊັນຄົນຈົນເຖິງປັດຈຸບັນ.

No comments:

Post a Comment