Ad

Ad

2 February 2016

ໄລຍະນີ້ ອຸນຫະພູມຈະເຢັນລົງ 1-2 ອົງສາ

     ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຕືອນວ່າ: ບໍລິເວນຄວາມກົດດັນສູງຂອງອາກາດໜາວທີ່ປະເທດຈີນໄດ້ເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງລາວ, ດ້ວຍກຳລັງປານກາງ, ສົມທົບກັບສອງກະແສລົມຕາເວັນອອກສ່ຽງເໜືອ ພັດປົກຄຸມພາກເໜືອ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງຫາພາກໃຕ້, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອຸນຫະພູມອາກາດເຢັນລົງ 1-2 ອົງສາ ໃນແຕ່ລະພາກ, ໂດຍສະເພາະຢູ່ແຂວງພາກເໜືອດ້ານຕາເວັນອອກ, ເຂດພູສູງ, ແຂວງໄຊສົມບູນ ແລະ ພູພຽງບໍລະເວນປາກ ຊ່ອງອາກາດຈະໜາວເຢັນຫລາຍ, ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງ ທ້ອງຖິ່ນແຂວງພາກກາງຫາພາກໃຕ້.

     ພາກເໜືອດ້ານຕາເວັນອອກ: ມີເມກປົກຄຸມເປັນສ່ວນຫລາຍ, ອາກາດຍັງຈະໜາວຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ, ໂດຍສະເພາະແຂວງຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕ່ຳສຸດ 6-10 ອົງສາ ແລະ ສູງສຸດ 23-25 ອົງສາ. ພາກເໜືອດ້ານຕາເວັນຕົກ: ມີເມກປົກຄຸມເປັນບາງສ່ວນ, ອາກາດຍັງໜາວເຢັນພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນກາງຄືນຫາຕອນເຊົ້າ. ອຸນຫະພູມຕ່ຳສຸດ 10-12 ອົງສາ ແລະ ສູງສຸດ 27-29 ອົງສາ, ເມືອງສິງ ອາກາດໜາວຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມຕ່ຳສຸດ 7-8 ອົງສາ ແລະ ສູງສຸດ 25-27 ອົງສາ.
     ສະເພາະຢູ່ນະຄອນຫລວງວຽງຈັນ: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນໃນ ຕອນເຊົ້າ​, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 18-20 ອົງສາ ແລະ ສູງສຸດ 29-31 ອົງສາ. ພາກກາງ: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນ ຫາ ໜາວ ເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນດ້ານຕາເວັນອອກຂອງພາກ. ອຸນຫະພູມຕ່ຳສຸດ 18-20 ອົງສາ ແລະ ສູງສຸດ 30-32 ອົງສາ, ແຂວງໄຊສົມບູນ: ອາກາດເຢັນຫລາຍ ແລະ ມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມຕ່ຳສຸດ 8-10 ອົງສາ ແລະ ສູງສຸດ 23-25 ອົງສາ.

     ພາກໃຕ້: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກ ບາງປົກຫຸ້ມຢູ່ບາງທ້ອງຖິ່ນ ສ່ວນຕອນກາງເວັນອາກາດຈະຮ້ອນ, ໂດຍສະເພາະແຂວງ ອັດຕະປື, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ 33-35 ອົງສາ, ເຂດພູພຽງບໍລະເວນປາກຊ່ອງ: ອາກາດໜາວເຢັນ ຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອ ກາດ. ອຸນຫະພູມຕ່ຳສຸດ 9-11 ອົງສາແລະ ສູງສຸດ 25-27 ອົງສາ.

No comments:

Post a Comment