Ad

Ad

1 February 2016

ທູດຫວຽດນາມຈັດງານລ້ຽງສະຫລອງປີໃໝ່ ປະຈຳບິ່ງເທິນ (Binh than)

ໃນຄືນວັນທີ 29 ມັງກອນນີ້, ທ່ານ ຫງວຽນ ແມັງຮຸ່ງ ເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ປະຈຳສປປ ລາວ ຮ່ວມກັບທະ ນາຄານຫຸ້ນສ່ວນລົງທຶນ ແລະ ພັດທະນາ ສສ ຫວຽດນາມ ໄດ້ຈັດງານລ້ຽງສະຫລອງປີໃໝ່ປະຈຳຊາດຂອງຕົນຂຶ້ນທີ່ນະຄອນຫລວງວຽງຈັນ. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະມາຄົມມິດຕະພາບລາວ-ຫວຽດນາມ, ມີບັນດາກົມການເມືອງ, ກຳມະການສູນກາງພັກ ແລະ ລັດຖະມົນຕີວ່າການ-ຊ່ວຍວ່າ ການ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງຫລວງຫລາຍ.
            ທ່ານ ຫງວຽນ ແມັງ ຮຸ່ງ ກ່າວວ່າ: ງານລ້ຽງໃນຄ່ຳຄືນນີ້ ນອກຈາກເປັນການສະເຫລີມສະ ຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ສສ ຫວຽດນາມແລ້ວ, ຍັງເປັນການຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກກອມມູນິດ
ຫວຽດນາມ, ກໍຄືຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ປະຊາຊົນປະຕິວັດລາວ ແລະ ໃນໂອກາດນີ້ທ່ານທູດໄດ້ນຳເອົາຄວາມຢື້ຢາມຖາມຂ່າວຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຟຸ ຈ້ອງ ມາຍັງບັນດາການນຳພັກ-ລັດຂອງລາວອີກດ້ວຍ. ທ່ານທູດກ່າວວ່າ: ໃນປີຜ່ານມາສະຖານທູດ ແລະ ບັນດານັກລົງທຶນຫວຽດນາມ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຢູ່ ສປປ ລາວ ດ້ວຍຜົນສຳເລັດສູງ ເນື່ອງຈາກໄດ້ຮັບການຮ່ວມມືຊ່ວຍເຫລືອ ແລະ ອຳນວຍຄວາມສະດວກທຸກປະການຈາກລັດຖະ ບານ ແລະ ປະຊາຊົນລາວ. ປີໃໝ່ (ປີວອກ) 2016 ນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນທີ່ທັງສອງປະເທດ ຈະໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນກໍຄືແຜນພັດທະນາເສດຖະກິດ ໃນ 5 ປີຕໍ່ໜ້າມີຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ. ສືບຕໍ່ຮັດແໜ້ນຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານໃຫ້ເລິ່ງເຊິ່ງກວ່າເກົ່າ.

            ໃນໂອກາດອັນມີຄວາມໝາຍສຳຄັນນີ້ ທ່ານ ພັນຄຳ ວິພາວັນ ໄດ້ຕາງໜ້າ ພັກ-ລັດ ແລະ ປະຊາຊົນລາວ ສົ່ງຄວາມຢ້ຽມຢາມ ຊົມເຊີຍທ່ານ ຫງວຽນ ຟຸ ຈ້ອງ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ພັກກອມມູນິດຫວຽດນາມໃນສະໃໝໄໝ່, ສະແດງຄວາມຢື້ຢາມຖາມຂ່າວໄປຍັງການນຳພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງຈົ່ງມີສຸຂະພາບເຂັ້ມແຂງ ແລະ ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ, ສືບຕໍ່ເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຫວຽດໃຫ້ໝັ້ນຄົງຂະໜົງແກ່ນຕະຫລອດກາລະນານ.

No comments:

Post a Comment