Ad

Ad

1 February 2016

ຫລາຍພາກສ່ວນມອບເງິນຊ່ວຍເຫລືອຜູ້ປະສົບໄພໜາວໃນທົ່ວປະເທດ

ໃນອາທິດຜ່ານມາ, ທ່ານ ດຣ. ຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຮັບເອົາເຄື່ອງຊ່ວຍເຫລືອຈາກຫລາຍພາກສ່ວນຄື: ກຸ່ມບໍລິສັດ ໂຊກໄຊຈະເລີນ ຈຳກັດ ໄດ້ນຳເອົາເຄື່ອງນຸ່ງຫົ່ມຈຳນວນໜຶ່ງລວມມູນຄ່າ 200 ລ້ານກີບ ແລະ ບໍລິສັດ ບຸນລ້ຳ ຂົນສົ່ງ ຈຳກັດ ໄດ້ນຳເອົາຜ້າຫົ່ມ ແລະ ເຄື່ອງກັນໜາວ ຈຳນວນໜຶ່ງລວມມູນຄ່າ 10 ລ້ານກີບ ມາມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໄປແຈກຢາຍ ໃຫ້ປະຊາຊົນຜູ້ທີ່ປະສົບໄພໜາວ ເມື່ອທ້າຍເດືອນມັງກອນນີ້ຜ່ານມານີ້, ຢູ່ບັນດາແຂວງຕ່າງໆໃນທົ່ວປະເທດ ແລະ ໃນໂອກາດນີ້ ທ່ານລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວສະແດງຄວາມຂອບໃຈມາຍັງຜູ້ທີ່ໃຈບຸນ ທີ່ໃຫ້ການຊ່ວຍເຫລືອດັ່ງກ່າວເພື່ອຊ່ວຍໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພໜາວໃນຄັ້ງນີ້ ມີເງື່ອນໄຂປັບປຸງຄຸນນະພາບ ຊີວິດການເປັນຢູ່ຂອງຕົນດີຂຶ້ນ ແລະ ໃນໂອກາດນີ້ທ່ານລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ຜູ້ ມີຈິດໃຈສັດທາ ຢາກແບ່ງປັນນ້ຳໃຈ ຊ່ວຍເຫລືອຜູ້ທຸກຍາກຂາດເຂີນສາມາດຕິດຕໍ່ພົວພັນມາກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ທຸກເວລາ ຫລືໂທເບີ 021 213003, 213005.


No comments:

Post a Comment