Ad

Ad

1 February 2016

ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມປະສານງານປະຊາຄົມການເມືອງ-ຄວາມໝັ້ນຄົງ

ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ທັງເປັນຫົວໜ້າ ເຈົ້າໜ້າທີ່ອາວຸໂສອາຊຽນ ຂອງສປປ ລາວໄດ້ເຂົ້າຮ່ວມກອງປະຊຸມປະສານງານສຳລັບປະຊາຄົມການເມືອງ -ຄວາມໝັ້ນຄົງ ຄັ້ງທີ 8 ເຊິ່ງຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ອິນໂດເນເຊຍ, ເຊິ່ງມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ, ຜູ້ຕາງໜ້າຖາວອນຂອງບັນດາປະເທດສະມາຊິກອາຊຽນ ແລະ ບັນດາຂະແໜງການພາຍໃຕ້ ເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງເຂົ້າຮ່ວມ. ກອງປະຊຸມ ໄດ້ທົບທວນ ແລະ ຖອດຖອນບົດຮຽນຄືນຈາກການຈັດຕັ້ງປະຕິບັດ ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ (2009-2015) ເພື່ອເປັນບ່ອນອີງ ແລະ ຄົ້ນຄວ້າທິດທາງໃນການຈັດຕັ້ງປະຕິບັດ ແຜນແມ່ບົດປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ 2025 ໃຫ້ມີປະສິດທິພາບ.

ທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ແຈ້ງໃຫ້ກອງປະຊຸມຊາບກ່ຽວກັບບູລິມະສິດ ໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016 ໂດຍສະເພາະ ບູລິມະສິດຂອງເສົາຄ້ຳ ປະຊາຄົມການເມືອງ-ຄວາມໝັ້ນຄົງ ໂດຍສປປ ລາວ ຈະສືບຕໍ່ເສີມຂະຫຍາຍໝາກຜົນທີ່ອາຊຽນຍາດມາໄດ້ໃນຊຸມປີຜ່ານມາ ແລະ ສຸມໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ຕາມຄຳຂວັນຂອງການເປັນປະທານອາຊຽນ ຂອງສປປ ລາວ ສຳລັບປີ 2016 ຄື ຫັນວິໄສທັດ ໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ”, ສ່ວນລາຍລະອຽດຂອງບູລິມະສິດໃນການເປັນປະທານອາຊຽນຂອງສປປ ລາວ ຈະໄດ້ປະກາດຢ່າງເປັນທາງການໃນກອງປະຊຸມວົງແຄບ ຂອງລັດຖະມົນຕີຕ່າງປະເທດອາຊຽນ ເຊິ່ງຈະຈັດຂຶ້ນໃນວັນທີ 27 ກຸມພາ 2016 ທີ່ ນະຄອນຫລວງວຽງຈັນ.

            ນອກນັ້ນ, ກອງປະຊຸມ ຍັງໄດ້ເຫັນດີປັບປຸງບັນດາຂອດປະສານງານ ລະຫວ່າງອົງກອນທີ່ກ່ຽວຂ້ອງຂອງອາຊຽນ ແລະ ໃຫ້ມີກົນໄກຈັດຕັ້ງປະຕິບັດ, ຕິດຕາມ ແລະ ລາຍງານຄວາມຄືບໜ້າຢ່າງເປັນລະບົບ ເພື່ອຮັບປະກັນ ການຈັດຕັ້ງປະຕິ ບັດແຜນແມ່ບົດເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງ 2025 ໃຫ້ມີປະສິດທິພາບສູງສຸດ.

No comments:

Post a Comment