Ad

Ad

1 February 2016

ກະຊວງ ຜທ ສະຫລຸບໂຄງການເຊື່ອມສານການຄຸ້ມຄອງຄວາມສ່ຽງຈາກໄພພິບັດ

ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ສະຫລຸບຜົນການຈັດຕັ້ງປະຕິບັດໂຄງການເຊື່ອມສານການຄຸ້ມຄອງຄວາມສ່ຽງຈາກໄພພິບັດ ເຂົ້າໃນການລົງທຶນຂອງລັດ ໃນວັນທີ 29 ມັງກອນນີ້, ຢູ່ນະຄອນຫລວງວຽງຈັນ, ໂດຍມີທ່ານ ດຣ. ຄຳລຽນ ພົນເສນາ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມນຳດ້ວຍ.
ທ່ານ ດຣ. ຄຳລຽນ ພົນເສນາ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2012 ໂດຍແມ່ນກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກຳ-ປ່າໄມ້ ແລະ ກະ ຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ປະສານງານ, ໂດຍໄດ້ຮັບທຶນຊ່ວຍເຫລືອລ້າຈາກລັດຖະ ບານຍີ່ປຸ່ນລວມມູນຄ່າ 2,7 ລ້ານໂດລາສະຫະລັດ. ໂຄງການດັ່ງກ່າວ ໄດ້
ສ້າງແຜນທີ່ຈັດລຽເຂດຄວາມສ່ຽງຈາກໄພທຳມະຊາດ ເພື່ອໃຫ້ຮູ້ວ່າເຂດໃດ, ພື້ນທີ່ໃດ ທີ່ມີຄວາມສ່ຽງໃນການເກີດໄພທຳມະຊາດຫລາຍ ແລະ ຊ່ວຍກຳນົດມາດຖານເຕັກນິກການອອກແບບ ແລະ ສ້າງຄູ່ມືແນະນຳ ການກໍ່ສ້າງຂົວ-ທາງ,ຊົນລະປະ ທານ ແລະ ທີ່ຢູ່ອາໄສ.

ໂຄງການດັ່ງກ່າວ ໄດ້ຊ່ວຍ 2 ໂຄງການຕົວແບບຢູ່ 2 ແຂວງຄື: ສ້າງຊົນລະປະທານ ຢູ່ບ້ານໂພນງາມ, ເມືອງກາສີ ແຂວງວຽງຈັນ ແລະ ສ້າງເສັ້ນທາງຢູ່ເມືອງບຸນໃຕ້ ແຂວງຜົ້ງສາລີ.

No comments:

Post a Comment