Ad

Ad

1 February 2016

ນະຄອນຫລວງວຽງຈັນອອກຄຳສັ່ງໃຫ້ເອົາໃຈໃສ່ຄວບຄຸມພະຍາດໄຂ້ເລືອດອອກແຕ່ຫົວທີ

ໃນໄລຍະຜ່ານມານີ້ຍ້ອນການເອົາໃຈປ້ອງກັນ ແລະ ສະກັດກັ້ນພະຍາດໄຂ້ເລືອດອອກຢ່າງມີຜົນຈຶ່ງເຮັດໃຫ້ທົ່ວປະເທດເອົາໃນປີ 2015 ຜ່ານມາ ບໍ່ມີການລະບາດຂອງພະຍາດໄຂ້ເລືອດອອກ ແຕ່ເນື່ອງຈາກສະພາບອາກາດມີການປ່ຽນ ແປງດັ່ງນັ້ນ ພວກເຮົາຕ້ອງໄດ້ເພີ່ມທະວີປັນການປ້ອງກັນແຕ່ຫົວທີດັ່ງນັ້ນຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນຈຶ່ງໄດ້ອອກຄຳສັ່ງ 0157 / ສທ,ນວ, ລົງວັນທີ 22 ມັງກອນ 2016, ເຖິງຫົວຫນ້າສາທາລະນະສຸກເມືອງ, ໂຮງໝໍ ແລະ ຂະແໜງສາທາລະນະສຸກ 9 ຕົວເມືອງໃນນະຄອນຫຼວງວຽງຈັນໃຫ້ເອົາໃຈໃສ່ປະຕິບັດມາດຕະການຄວບຄຸມພະຍາດໄຂ້ ເລືອດອອກແຕ່ຫົວທີດັ່ງນີ້: (1) ໃຫ້ແຕ່ລະເມືອງຖືເອົາຕົວເລກທີ່ທາງກະຊວງກຳນົດໃຫ້ເປັນໄມ້ຫຼາວັດແທກໃນການດຳເນີນກິດຈະກຳຕ້ານໄຂຍຸງລາຍໃນປີ 2016 ຄື: ໃນນະຄອນຫຼວງວຽງຈັນບໍ່ໃຫ້ມີລາຍງານກໍລະນີຜູ້ຕິດເຊື້ອເກີດ 250 ກໍລະນີ ແລະ ບໍ່ໃຫ້ມີກໍລະນີເສຍຊີວຽກດັ່ງນີ້ຈຶ່ງໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະເມືອງດັ່ງນີ້: ເມືອງຈັນທະບູລີ, ສີໂຄດຕະບອງ, ໄຊເສດຖາ ແລະ ໄຊທານີ້, ເມືອງໜຶ່ງແມ່ນບໍ່ໃຫ້ມີກໍລະນີຜູ້ຕິດເຊື້ອເກີນ 40 ກໍລະນີແລະ ບໍ່ໃຫ້ມີກໍລະນີເສຍຊີວິດ,
ເມືອງຫາຍຊາຍຟອງ, ນາງຊາຍທອງ ແມ່ນບໍ່ໃຫ້ເກີນ 20 ກໍລະນີ ແລະ ບໍ່ໃຫ້ມີກໍລະນີເສຍຊີວິດ, ເມືອງປາງື່ມ, ສັງທອງ ບໍ່ໃຫ້ເກີນ 5 ກໍລະນີ ແລະ ໃຫ້ມີກໍລະນີເສຍຊີວິດ. (2) ຍາກເຮັດໃຫ້ສຳເລັດຕາມຕົວຊີ້ວັດດັ່ງກ່າວແພດໝໍທຸກຄົນໃນນະຄອນຫຼວງວຽງຈັນຕ້ອງເອົາມາເປັນຕົວຊີ້ວັດໃຫ້ກັບຕົນເອງຄື, ຄົນໃນຄອບຄົວແພດມໍຈະຕ້ອງບໍ່ເປັນໄຂ້ຍຸງລາຍ, ໃນຄອບຄົວແພດໝໍບໍ່ມີໜອມນ້ຳຍຸງລາຍ ແລະ ຕ້ອງລ້ຽງປາຫາງນົກຍຸງໜຶ່ງອ່າງເພື່ອແຈກຢາໃຫ້ປະຊາຊົນໃກ້ຄຽງເຮືອນຕົນເອງ.(3) ໃຫ້ແຕ່ລະເມືອງກຳນົດພື້ນທີ່ສ່ຽງຢູ່ໃນເມືອງຂອງຕົນ, ເພື່ອກຳນົດບຸລິມະສິດໃນການຈັດຕັ້ງປະຕິບັດກິດຈະກຳແຕ່ຕົ້ນປີ, ມີການລົງພົບປະອາສາສະໝັກ ແລະ ອຳນວຍການປົກຄອງບ້ານຢ່າງເປັນປົກກະ ຕິ. (4) ນຳເອົານະໂຍບາຍການເຮັດສັນຍາຄອບຄົວລ້ຽງປາຫາງນົກຍຸງ 1 ແສນໂຕຕໍ່ເມືອງ ສ້າງອາສາສະໜັກໃນກຸ່ມນັກຮຽນ ມ ປາຍ, ມະຫາວິທະຍາໄລ ແລະ ອາສາສະໝັກບ້ານ ໃຫ້ເປັນກິດຈະກຳຫຼັກ ແລະ ຕໍ່ເນື່ອງຈົນຮອດເດືອນທັນວາ 2016 ,(5) ຂະແໜງໄຂ້ຍຸງ ຈົ່ງໄດ້ ກະກຽມຄວາມພ້ອມທາງດ້ານທະນາຄານຢາຂ້າໜອນນ້ຳຍຸງລາຍ, ຈັກພົ້ນຢາ ແມ່ນ ໃຫ້ຢູ່ໃນ ຄວາມພ້ອມ 100 % (6) ຂະແໜງລະບາດວິທະຍາຈະຕ້ອງແຈ້ງຕົວເລກກລະນີລາຍງານຈຳນວນຜູ້ຕິດເຊື້ອທາງ ອີເມວ ແລະ ທາງລາຍໃຫ້ແຕ່ລະເມືອງຮັບຊາບໃນແຕ່ ລະວັນ, ພ້ອມນັ້ນກໍຕ້ອງລົງສອບສວນກໍລະນີມີເປັນຈຸ້ມ ແລະ ແນະນຳມາດຕະການຕອບ ໂຕ້ໃຫ້ແຕ່ລະເມືອງເພື່ອສາມາດຄວບຄຸ້ມໄດ້ທັນເວລາຫາກມີການລະບາດເກີດຂື້ນ, ໂດຍໃຫ້ພາກສ່ວນກ່ຽວຂ້ອງສົມທົບກັບອຳນວນການປົກຄອງຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ພ້ອມທັງລາຍງານໃຫ້ພະແນກສາທາລະນະສຸກນະຄອນຫຼວງວຽງຈັນຊາບດ້ວຍ.

No comments:

Post a Comment