Ad

Ad

2 February 2016

ທົ່ວ​ປະ​ເທດ​ສາມາດ​ປູກ​ພືດ​ລະດູ​​ແລ້ງ​ໄດ້​​ແລ້ວ​ຫຼາຍກວ່າ 87 ພັນ​ຮັກ​ຕາ

ກະຊວງກະສິກຳແລະ ປ່າໄມ້​​ໃຫ້ຮູ້ວ່າ: ການປູກພືດລະດູແລ້ງປີນີ້ມາຮອດປັດຈຸບັນທົ່ວປະເທດສາມາດປະຕິບັດໄດ້ແລ້ວຫຼາຍກວ່າ 87 ພັນເຮັກຕາ, ​ເທົ່າກັບ 17 % ຂອງແຜນການ, ສ່ວນພືດທີ່ນິຍົມປູກຫຼາຍກວ່າໝູ່ແມ່ນສາລີແຂງ, ພືດຕະກຸນຖົ່ວແລະ ພືດອາຍຸສັ້ນຕາມລະດູການ, ຊຶ່ງພົ້ນເດັ່ນກວ່າໝູ່ແມ່ນແຂວງອຸດົມໄຊ, ບໍ່ແກ້ວ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊແລະ ຈຳປາສັກ,ສ່ວນການຜະລິດເຂົ້ານາແຊງມາຮອດປັດຈຸບັນທົ່ວປະເທດສາມາດປັກດຳສຳເລັດແລ້ວຫຼາຍກວ່າ 72 ພັນຮັກຕາ,​ ເທົ່າກັບ 66 % ຂອງເນື່ອທີ່ແຜນການ 112 ພັນເຮັກຕາ, ທຽບໃສ່ປີຜ່ານມາການປັກດຳເຂົ້ານາແຊງປີນີ້ແມ່ນຍັງຢູ່ໃນເກນປົກກະຕິແລະ ຄາດວ່າການປັກດຳຈະສຳເລັດໃນຕົ້ນເດືອນມີນາທີ່ຈະມາເຖິງນີ້,​ ພົ້ນເດັ່ນກວ່າໝູ່ແມ່ນບັນດາແຂວງ
ພາກກາງສາມາດປັກດຳໄດ້ແລ້ວຫຼາຍກວ່າ 50 ພັນເຮັກຕາ,​ ເທົ່າກັບ 72% ຂອງແຜນການ,​ ພາກໃຕ້ປະຕິບັດໄດ້ແລ້ວ  18 ພັນກວ່າເຮັກຕາ,​ ເທົ່າກັບ 54 % , ພາກ​​ເໜືອປະຕິບັດໄດ້ແລ້ວ 3800 ກວ່າເຮັກຕາ,​ ​ເທົ່າກັບ 45 %  ສ່ວນຂະແໜງກະສິກຳກໍໄດ້ນຳສົ່ງພະນັກງານວິຊາການຂອງຕົນລົງຊຸກຍູ້ສົ່ງ​​ເສີມການນຳໃຊ້ເຕັກນິກວິທະຍາການໃຫ້ກະສິກອນແຕ່ລະທ້ອງຖິ່ນເພື່ອຍົກສະມັດຕະພາບການຜະລິດໃຫ້ໄດ້ຕາມຄາດໝາຍແຜນການວາງໄວ້.

No comments:

Post a Comment