Ad

Ad

2 February 2016

ຕ້ອງສ້າງພະນັກງານ​ໄປ​ຕາມ​ຫລັກການຂອງພັກ

    ​ການປະຕິບັດຫລັກການຄຸ້ມຄອງນໍາໃຊ້ພະນັກງານໃຫ້ເປັນເອກະພາບ ແລະ ຖືກຕ້ອງນັ້ນ, ກ່ອນອື່ນແມ່ນຕ້ອງໄປຕາມຫລັກການພັກນໍາພາໂດຍກົງເພື່ອເລືອກເຟັ້ນກໍ່ສ້າງພະນັກງານ, ສ່ວນອົງການຈັດຕັ້ງ, ລັດ ແລະ ມະຫາຊົນຕ້ອງປະຕິບັດຕາມຢ່າງເຂັ້ມງວດ, ສືບຕໍ່ປະຕິບັດລະບອບແບ່ງຂັ້ນຄຸ້ມຄອງ ແລະ ການຕິດຕາມກວດກາພະນັກງານໃຫ້ຮັດກຸມ ແລະ ແທດເຖິງເພື່ອຮັບ ປະກັນໃຫ້ການຄຸ້ມຄອງພະນັກງານດຳເນີນໄປຕາມຫລັກການລວມສູນປະຊາທິປະໄຕ.​ ໂດຍສະເພາະປະຕິບັດລະບອບເຄື່ອນຍ້າຍ ແລະ ສັບປ່ຽນບ່ອນປະຈຳການ, ການກວດສອບຄວາມຮູ້ຄວາມສາມາດ ແລະ ທາບທາມຫາງສຽງຕໍ່ພະນັກງານຫລັກແຫລ່ງຕິດພັນກັບການເລື່ອນຕຳແໜ່ງ ຫລື ປົດຕຳແໜ່ງ, ສະກັດກັ້ນ ແລະ ກຳຈັດທຸກວິທີການເຄື່ອນໄຫວຂອງພະນັກງານ, ສະ ມາຊິກພັກທີ່ລະເມີດແນວທາງ ແລະ ກົດໝາຍ ເພື່ອໃຫ້ໄດ້ເລື່ອນຕຳແໜ່ງ ຫລື ເພື່ອຊ່ວຍແກ້ໄຂບັນຫາຜິດພາດຂອງພະນັກງານ-ສະມາຊິກພັກ.

           ຕ້ອງປ່ຽນແປງໃໝ່ການສຶກສາກໍ່ສ້າງ ແລະ ເຝິກອົບຮົມຍົກລະດັບພະນັກງານຢູ່ໃນລະບົບໂຮງຮຽນພັກ, ໂດຍຖືເອົາການຍົກສູງຄຸນນະພາບ ແລະ ຄວາມຮູ້ຄວາມສາມາດດ້ານການນຳພາຈັດຕັ້ງປະຕິບັດເປັນອັນຕົ້ນຕໍ, ໝາຍວ່າບໍ່ແລ່ນນຳປະລິມານ ແລະ ບໍ່ຖືເອົາການໄດ້ປະລິນຍາບັດດ້ານວຸດທິການສຶກສາເປັນຕົ້ນຕໍ, ເອົາໃຈໃສ່ຄັດເລືອກເປົ້າໝາຍເຂົ້າຮຽນໃຫ້ໄປຕາມແຜນກຳນົດ ແລະ ມາດຖານແຕ່ລະຕຳແໜ່ງງານແລະ ສ້າງໃຫ້ໄດ້ພະນັກງານກັບທີ່ທີ່ເປັນຫລັກແຫລ່ງໃນຂະບວນການພັດທະນາຕ່າງໆ. ຄຽງຄູ່ກັນນັ້ນຕ້ອງປະຕິບັດລະບອບນະໂຍບາຍຕໍ່ພະນັກງານໃຫ້ເໝາະສົມ-ສອດຄ່ອງກັບເງື່ອນໄຂໃໝ່ ເປັນຕົ້ນ: ນະໂຍບາຍຕໍ່ພະນັກງານປະຕິວັດອາວຸໂສ-ຜູ້ມີຜົນງານຕໍ່ປະເທດຊາດ ແລະ ການປະຕິວັດຢ່າງທົ່ວເຖິງ, ຄົ້ນຄວ້າປັບປຸງເງິນເດືອນ, ເງິນອຸດໜູນເບ້ຍບຳນານ ແລະ ນະໂຍບາຍສົ່ງເສີມອື່ນໆໃຫ້ເໝາະສົມແລະ ສິ່ງສໍາຄັນຕ້ອງຖືວຽກງານປ້ອງກັນພັກ-ພະນັກງານ, ​ໂດຍສືບຕໍ່ເຊື່ອມຊຶມຍົກສູງຄວາມຮັບຮູ້ໃຫ້ພະນັກງານ, ສະມາຊິກພັກກ່ຽວກັບທິດທາງ, ທັດສະນະ, ເນື້ອໃນ, ໜ້າທີ່ວຽກງານປ້ອງກັນພັກ-ພະນັກງານ, ເພີ່ມທະວີວຽກງານຄຸ້ມຄອງພະນັກງານ, ສະມາຊິກພັກແຕ່ຮາກຖານຂຶ້ນມາ. ເອົາໃຈໃສ່ວຽກງານປ້ອງກັນແນວທາງ, ແຜນນະໂຍບາຍ, ກົດລະບຽບຂອງພັກ, ປ້ອງກັນຫລັກການຈັດຕັ້ງ ແລະ ຫລັກການເຄື່ອນໄຫວຂອງພັກ, ປ້ອງກັນລັດຖະທຳມະນູນ ແລະ ກົດໝາຍຂອງລັດ, ປ້ອງກັນພະນັກງານ, ສະມາຊິກພັກທາງດ້ານການເມືອງແນວຄິດ, ປ້ອງກັນຮັກສາຄວາມລັບຂອງພັກ, ຂອງຊາດ. ເພີ່ມທະວີຕ້ານສົງຄາມຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກໃນຂົງເຂດແນວຄິດ, ວັດທະນະທຳໃຫ້ປະລາໄຊ, ຍົກສູງປະສິດທິພາບການປະສານສົມທົບລະຫວ່າງວຽກງານປ້ອງກັນພັກ-ພະນັກງານກັບວຽກງານກວດກາພັກ-ລັດ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ຍົກສູງຄຸນນະພາບຂອງພະ ນັກງານທີ່ເຮັດວຽກງານປ້ອງກັນພັກ-ພະນັກງານ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າ

ທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.

No comments:

Post a Comment