Ad

Ad

22 March 2016

ບຸນນິທັດສະການປຶ້ມ 2016 ຈະຈັດຂຶ້ນໃນມໍ່ໆນີ້

ສະມາຄົມຮ່ວມນ້ຳໃຈເດັກນ້ອຍລາວ ຮ່ວມກັບພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ,ກອງທຶນສົ່ງເສີມ ແລະ ອະນຸລັກວັດທະນະທຳລາວ, ຈະຮ່ວມກັນຈັດງານບຸນນິທັດສະການປື້ມ ປະຈຳປີ 2016 ຂື້ນຕິດຕໍ່ກັນ4 ຄັ້ງຄື: ຄັ້ງທີ 11 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 28-29 ມີນາ ທີ່ສູນວັດທະ ນະທຳແຂວງຫລວງນ້ຳທາ, ຄັ້ງທີ 12 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 25-26 ເມສາ ທີ່ໂຮງຮຽນປະຖົມ ນາກາງ, ເມືອງເຟືອງ ແຂວງວຽງຈັນ, ຄັ້ງທີ 13 ຈະຈັດຂຶ້ນໃນລະຫວ່າງວັນທີ 28-29 ເມສາ, ທີ່ຫ້ອງການສຶກສາທິການ ແລະ ກິລາ ເມືອງໝື່ນ, ແຂວງວຽງຈັນ ແລະ ຄັ້ງທີ 14 ຈະມີຂຶ້ນໃນລະຫວ່າງວັນທີ 9-10 ພຶດສະພາ, ທີ່ໂຮງຮຽນມັດທະຍົມສົມບູນ ຊະນະຄາມ ແຂວງວຽງຈັນ, ການເປີດເຜີຍ ດັ່ງກ່າວໄດ້ມີຂື້ນໃນກອງປະຊຸມ
ຂ່າວທີ່ໄດ້ຈັດຂື້ນໃນວັນທີ 21 ມີນານີ້, ທີ່ສະມາ ຄົມນັກຂ່າວ ແຫ່ງ ສປປ ລາວ, ເພື່ອແນ່ໃສ່ນຳສະເໜີໃຫ້ທົ່ວສັງຄົມໄດ້ຮັບຮູ້ເຖິງວຽກງານສົ່ງເສີມການອ່ານ, ພ້ອມທັງສະເໜີປຶ້ມສຳລັບເດັກ ແລະ ປຶ້ມອ່ານທົ່ວໄປໃຫ້ທົ່ວສັງຄົມ ໄດ້ເຫັນເຖິງຄວາມຈຳເປັນໃນການອ່ານສຳລັບວຽກງານສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ພ້ອມນີ້ ຍັງຊ່ວຍໃຫ້ເດັກທຸກໄວ ມີໂອກາດໄດ້ສຳພັດ ແລະ ຊຶມຊັບເອົາຄວາມມ່ວນ, ອອນຊອນ ແລະ ເບີກບານຈາກປຶ້ມອ່ານຫລາຍຂຶ້ນ, ເພື່ອກາຍເປັນກິດຈະວັດປະຈຳວັນຂອງເດັກ ແລະ ຜູ້ໃຫຍ່.

ບຸນນິທັດສະການປຶ້ມ 2016 ນີ້ຍັງຈະໄດ້ມີການວາງສະແດງຜົນງານ ແລະ ການຈັດພິມປຶ້ມຕ່າງໆຂອງລາວເຮົາ. ນອກນີ້ ຍັງມີການແຂ່ງຂັນເລົ່ານິທານ, ການແຕ້ມຮູບ ເພື່ອເສີມສ້າງປະສົບການໃໝ່ໆໃຫ້ເດັກນ້ອຍ, ຄູ-ອາຈານ, ພະນັກງານ ແລະ ຜູ້ສົນໃຈການອ່ານປື້ມຕ່າງໄດ້ເຂົ້າຮ່ວມກິດຈະກຳຫຼາຍຂື້ນ.

No comments:

Post a Comment