Ad

Ad

22 March 2016

ມອບ-ຮັບ ແລະ ເປີດນໍາໃຊ້ສຳນັກງານສູນກາງພັກຫລັງໃໝ່ຂອງຂວັນຈາກ ສປ ຈີນ

           
ພິທີມອບ-ຮັບ ແລະ ນໍາໃຊ້ໃຊ້ໂຄງການກໍ່ສ້າງສຳນັກງານສູນກາງພັກປະຊາຊົນປະຕິວັດລາວຂອງຂວັນຈາກ ສປຈີນ,ເນື່ອງໃນໂອກາດສະເຫລີມສະຫລອງວັນປະຫວັດສາດຂອງຊາດຄື: ວັນສ້າງ ຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 60 ປີ, ວັນສະຖາປະນາສາທາລະ ນະລັດ ປະຊາທິປະໄຕ ປະ ຊາຊົນລາວ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 55 ປີ,ໄດ້ຈັດຂຶ້ນໃນວັນທີ 21 ມີນານີ້ທີ່ສໍານັກງານດັ່ງກ່າວ,ໃນນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານຜູ້ປະຈໍາການຄະນະເລຂາທິການສູນກາງ,ຮອງນາຍົກລັດຖະມົນຕີ ດຣ ພັນຄໍາ ວິພາວັນ, ມີທ່ານ ດຣ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ແລະ ທ່ານ ຈ່າງຊຽງເສີນ ລັດຖະມົນຕີຊ່ວຍກະຊວງການຄ້າ ສປ ຈີນ.
          ອາຄານດັ່ງກ່າວມີຄວາມສູງສາມຊັ້ນ, ຖືກອອກແບບໃຫ້ມີລັກສະນະຊົງລາວປະຍຸກຕັ້ງຢູ່ເນື້ອ ທີ່ຫລາຍກວ່າ 38 ພັນຕາແມັດ, ພາຍໃນອາຄານປະກອບ ມີຫ້ອງປະຊຸມຫລາຍຂະໜາດ ແລະ ມີອຸກອນເພື່ອອໍານວຍຄວາມສະດວກຕ່າງໆຢ່າງທັນສະໄໝ,ມີມູນຄ່າກໍ່ສ້າງຫລາຍກວ່າ 295 ລ້ານຢວນ(ສະກຸນເງິນຈີນ) ແລະ ໃຊ້ເວລາກໍ່ສ້າງທັງໝົດ 14 ເດືອນ,ໂດຍແມ່ນກຸ່ມບໍລິສັດ ຈຽງຊູຽງຕູ ເປັນຜູ້ຮັບເໝົາກໍ່ສ້າງ.
           ອາຄານດັ່ງກ່າວແມ່ນມີຄວາມສໍາຄັນຫລາຍ,ເພາະເປັນບ່ອນເຮັດວຽກຂອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວໃນການຊີ້ນຳ-ນໍາພາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານຕ່າງໆ ແລະ ເປັນໂຄງການໜຶ່ງທີ່ມີຄວາມໝາຍສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືຮອບດ້ານທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ, ທັງເປັນການຍູ້ແຮງການເພີ່ມທະວີການເປັນຄູ່ຮ່ວມມືຍຸດສະສາດຮອບ

ດ້ານ ລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງ ແລະ ມີປະສິດທິຜົນຕາມທິດໝັ້ນຄົງຍາວນານ, ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີໃຫ້ເຂົ້າສູ່ລວງເລິກ.

No comments:

Post a Comment