Ad

Ad

22 March 2016

ສານ ຂອງ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນນ້ຳໂລກວັນທີ 22 ມີນາ 2016

          ໃນທ່າມກາງບັນຍາກາດທີ່ທົ່ວພັກ ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນ ສະເຫລີມສະຫລອງ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 61 ປີ (1955-2016), ຕ້ອນຮັບການເລືອກຕັ້ງສະພາແຫ່ງຊາດຄັ້ງ VIII,  ປະຊາຊົນລາວບັນດາເຜົ່າ ຮ່ວມກັບປະຊາຄົມໂລກ ພ້ອມກັນສະເຫລີມ ສະ ຫລອງວັນນໍ້າໂລກ ຄົບຮອບ 22 ປີ ວັນ ທີ 22 ມີນາ 2016 ພາຍໃຕ້ຫົວຂໍ້ ນ້ຳ ແລະ ວຽກເຮັດງານທຳ”. ການສະເຫລີມສະຫລອງ ເຫດການດັ່ງກ່າວ ແມ່ນເປັນຂີດໝາຍ ແລະ ບາດກ້າວສຳຄັນອັນໜຶ່ງ ເພື່ອປຸກລະດົມຈິດສຳນຶກ ໃນທົ່ວປວງຊົນ ໃຫ້ເຫັນບົດບາດຄວາມສຳຄັນຂອງນ້ຳ ແລະ ຊັບພະຍາກອນແຫລ່ງ ນ້ຳ ພ້ອມດ່ຽວກັນນັ້ນກໍເປັນການປະກອບສ່ວນ ໃນການປະຕິບັດພັນທະຂອງ ສປປ ລາວ ໃນການສ້າງຂະບວນການ ເນື່ອງໃນວັນນ້ຳໂລກ ຄືກັນກັບຫລາຍໆປະເທດໃນທົ່ວໂລກ.

ອົງການສະຫະປະຊາຊາດ ໄດ້ກຳນົດເອົາວັນທີ 22 ມີນາ, ຂອງທຸກໆປີ ເປັນວັນນໍ້າໂລກ ເພື່ອເປັນການເຕືອນປະຊາກອນທົ່ວໂລກ ຮ່ວມມືກັນໃຊ້ນ້ຳຢ່າງປະຢັດ, ຮູ້ຄຸນຄ່າ ແລະ ໃຊ້ນ້ຳໃຫ້ເກີດປະໂຫຍດສູງສຸດ ລວມທັງກະຕຸ້ນເຕືອນມວນຊົນ ໃຫ້ເພີ່ມປະສິດທິພາບ ໃນການຄຸ້ມຄອງ ແລະ ນຳໃຊ້ນ້ຳໃຫ້ມີປະສິດທິພາບສູງ. ການສ້າງຂະບວນການ ການສະເຫລີມສະຫລອງ ວັນນໍ້າໂລກ ແມ່ນເປັນການສ້າງຈິດສຳນຶກ ໃນການໃຊ້ນ້ຳຮ່ວມກັນ ເພາະວ່ານ້ຳ ເປັນຊັບພະຍາກອນ ທີ່ສຳຄັນຕໍ່ຊີວິດຂອງຄົນເຮົາ ແລະ ມີບົດບາດສຳຄັນ ຕໍ່ການພັດທະນາ ຂອງທຸກປະເທດໃນທົ່ວໂລກ. ໃນແຕ່ລະປີ ຈະມີຄຳຂ້ວນສະເຫລີມສະຫລອງ ວັນນ້ຳໂລກແຕກຕ່າງກັນ, ສຳລັບປີນີ້ ທາງອົງການສະຫະປະຊາຊາດໄດ້ກຳນົດຫົວຂໍ້ຂອງວັນນໍ້າໂລກ ນໍ້າ ແລະ ວຽກເຮັດງານທຳເນື່ອງຈາກວ່າ ໃນປະຈຸບັນ ເກືອບເຄີ່ງໜື່ງຂອງຊາວຜູ້ອອກແຮງງານໃນໂລກ ແມ່ນເຮັດວຽກຢູ່ໃນຂະແໜງການທີ່ພົວພັນກັບນໍ້າ, ດັ່ງນັ້ນ ນໍ້າຈິ່ງມີຄວາມສຳຄັນ ຕໍ່ການສ້າງວຽກເຮັດງານທຳ ຂອງປະຊາກອນໃນໂລກ.
          ສປປ ລາວ ເປັນປະເທດ ທີ່ອຸດົມສົມບູນ ດ້ວຍຊັບພະຍາກອນນ້ຳ ທັງນ້ຳໜ້າດິນ ແລະ ນໍ້າໃຕ້ດິນ, ມີສາຍນ້ຳຂອງໄຫລຜ່ານ ແຕ່ເໜືອຮອດໃຕ້, ມີບັນດາສາຂາ ທີ່ມີຕົ້ນກຳເນີດໃນດິນແດນ ສປປ ລາວ, ມີປະລິມານນ້ຳຝົນທີ່ອຸດົມສົມບູນ. ຄວາມອຸດົມສົມບູນ ທາງດ້ານຊັບພະຍາກອນນ້ຳ ແລະ ສະພາບພູມີປະເທດ ຂອງ ສປປ ລາວ ໄດ້ເປັນປັດໄຈອັນສຳຄັນ ທີ່ເອື້ອອຳນວຍ ໃຫ້ແກ່ການຜະລິດ ໄຟຟ້ານໍ້າຕົກ, ຊຶ່ງເປັນການປະກອບສ່ວນ ອັນສຳຄັນ ແກ່ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ພ້ອມກັນນັ້ນ ຊັບພະຍາກອນນ້ຳ ຍັງເປັນປັດໄຈ ທີ່ສຳຄັນ ຮັບໃຊ້ໃຫ້ແກ່ ການພັດທະນາ ໃນຂະແໜງການຕ່າງໆ ເຊັ່ນ: ຊົນລະປະທານ, ການສະໜອງນ້ຳ ໃນຕົວເມືອງ ແລະ ຊົນນະບົດ, ການປະມົງ, ການທ່ອງທ່ຽວ, ອຸດສາຫະກຳການຂົນສົ່ງ ແລະ ອື່ນໆ. ເຖິງຢ່າງໃດກໍຕາມ ເນື່ອງຈາກຜົນກະທົບລວມ ຈາກການປ່ຽນແປງ ຂອງ ສະພາບດິນຟ້າອາກາດ ສະພາບການຂາດເຂີນນ້ຳໃນໂລກ ມີທ່າອ່ຽງ ເພີ່ມຂຶ້ນ ຊຶ່ງກາຍເປັນບັນຫາທ້າທາຍ ຕໍ່ການດຳລົງຄົງຕົວ ຂອງ ມະນຸດຊາດໃນທົ່ວໂລກ. ສຳລັບຢູ່ ສປປ ລາວ ໃນໄລຍະຜ່ານມາ ກໍໄດ້ປະເຊີນໜ້າກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ທີ່ເກີດຂຶ້ນ ຢູ່ບາງເຂດໃນດິນແດນຂອງປະເທດເຮົາ. ໄພ ທໍາມະຊາດດັ່ງກ່າວ ໄດ້ສ້າງ ຄວາມເສຍຫາຍໃຫ້ແກ່ປະຊາຊົນຢ່າງຫລວງຫລາຍ ເປັນຕົ້ນແມ່ນ ຊາວກະສິກອນ; ແມ່ນ້ຳບາງສາຍ ເກີດມີສະພາບບົກແຫ້ງຜິດປົກກະຕິ ເນື່ອງຈາກລະດູຝົນບາງປີສີ້ນສຸດໄວກ່ວາປົກກະຕິ, ທັງໜົດນີ້ ໄດ້ເປັນໄພຂົ່ມຂູ່ຕໍ່ ການດໍາລົງຊີວິດ, ການເປັນຢູ່ ແລະ ການຜະລິດ ຂອງປະຊາຊົນ. ຕໍ່ບັນຫາດັ່ງກ່າວ, ລັດຖະບານກໍໄດ້ເອົາໃຈໃສ່ ຕິດຕາມ ຢ່າງໃກ້ຊິດ ແລະ ມີມາດຕະການແກ້ໄຂສະເພາະໜ້າ ແລະ ຍາວນານ ຢ່າງທັນເວລາ.
           ຢູ່ ສປປ ລາວ ພວກເຮົາ, ເພື່ອຮັບປະກັນການພັດທະນາຊັບພະຍາກອນນ້ຳຢູ່ພາຍໃນປະເທດ ໃຫ້ມີ ປະສິດທິຜົນ ແລະ ຍືນຍົງ, ລັດຖະບານໄດ້ດຳເນີນນະໂຍບາຍຄຸ້ມຄອງຊັບພະຍາກອນນ້ຳ ແບບປະສົມປະສານ ໂດຍມີ ການເຂົ້າຮ່ວມ ຂອງທຸກພາກສ່ວນ ທີ່ກ່ຽວຂ້ອງໃນຂອບເຂດອ່າງແມ່ນ້ຳ ໂດຍໄດ້ໃຫ້ຄວາມສໍາຄັນ ເປັນພິເສດ ຕໍ່ການປົກປັກຮັກສາສາຍນ້ຳ, ຍອດນ້ຳ, ນໍ້າໃຕ້ດິນ, ການຄຸ້ມຄອງ ການນຳໃຊ້ທີ່ດິນແບບຍືນຍົງ, ການຄຸ້ມຄອງການ ນຳໃຊ້ຊັບພະຍາກອນທຳມະຊາດ ທີ່ອຸດົມຮັ່ງມີ, ການປົກປັກຮັກສາປ່າໄມ້, ຊຶ່ງຄາດໝາຍ ເຮັດໃຫ້ເນື້ອທີ່ການປົກຫຸ້ມປ່າໄມ້ໄດ້ 70% ໃນປີ 2020. ຄຽງຄູ່ກັນນີ້ ພວກເຮົາກໍໄດ້ເອົາໃຈໃສ່ ໃນການປັບປຸງລະບົບຂໍ້ມູນ-ຂ່າວສານ ອຸຕຸນິ ຍົມ ແລະ ອຸທົກກະສາດ ເພື່ອເປັນພື້ນຖານໃຫ້ແກ່ການວາງແຜນພັດທະນາ ເສດຖະກິດ-ສັງຄົມ ກໍຄື ການສ້າງລະບົບ ເຕືອນໄພພິບັດ ທີ່ເກີດຈາກນ້ຳ. ການບັນລຸເປົ້າໝາຍດັ່ງກ່າວນີ້ ຈະເປັນການປະກອບສ່ວນ ອັນສຳຄັນ ເຂົ້າໃນການສະໜອງຄວາມຕ້ອງການຂັ້ນພື້ນຖານ ຂອງປະຊາຊົນ  ໃນດ້ານການສະໜອງນໍ້າ ໃຫ້ພຽງພໍ ກັບຄວາມຕ້ອງການ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນເປັນກ້າວໆ, ປະກອບສ່ວນເຂົ້າໃນການບັນລຸຄາດໝາຍ ສີ່ບຸກທະລຸ ຂອງ ພັກ ທີ່ໄດ້ວາງອອກໃຫ້ປະກົດຜົນເປັນຈິງ.

          ໃນໂອກາດ ອັນສະຫງ່າລາສີນີ້, ໃນນາມລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມຂອບ ອົກຂອບໃຈ ແລະ ຄວາມຍ້ອງຍໍຊົມເຊີຍ ມາຍັງ ປະຊາຊົນລາວບັນດາເຜົ່າ, ຂະແໜງການທີ່ກ່ຽວຂ້ອງ, ອໍານາດການປົກຄອງທ້ອງຖິ່ນ, ຫົວໜ່ວຍທຸລະກິດ ແລະ ທຸກພາກສ່ວນໃນສັງຄົມ, ອົງການຈັດຕັ້ງສາກົນ ລວມທັງອົງການຈັດຕັ້ງ ທີ່ບໍ່ສັງກັດລັດຖະບານ ແລະ ບັນດາປະເທດເພື່ອນມິດ, ໄດ້ພ້ອມກັນອອກແຮງສູ້ຊົນປະສານສົມທົບ ແລະ ໃຫ້ ການສະໜັບສະໜູນ ຮ່ວມມື ໃນການຄຸ້ມຄອງ ແລະ ນຳໃຊ້ ຊັບພະຍາກອນນ້ຳ ຮ່ວມກັນ ແນໃສ່ ເຮັດໃຫ້ ສປປ ລາວ ເຮົາ ມີສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ, ປະຊາຊົນ ມີຄວາມສົມບູນ ພູນສຸກຕະຫລອດໄປ.

No comments:

Post a Comment