Ad

Ad

22 March 2016

ລາວໂຮມຊຸມນຸມລະນຶກວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດຄົບຮອບ 70 ປີ

           ພິທີໂຮມຊຸມນຸມລະນຶກວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດຄົບ ຮອບ 70 ປີ(21 ມີນາ 194621 ມີນາ 2016), ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 21 ມີນານີ້, ທີ່ຫໍປະຊຸມແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານປະທານປະເທດ ຈູມມາລີ ໄຊຍະສອນ,ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ, ມີບັນດາກົມການເມືອງສູນກາງພັກ, ລັດຖະມົນຕີ, ເຈົ້າແຂວງ, ພ້ອມດ້ວຍພະນັກງານປະຕິວັດອາວຸໂສ ເຂົ້າຮ່ວມເປັນຈໍານວນຫລາຍ.

           ໃນພິທີອັນມີຄວາມໝາຍສໍາຄັນນີ້, ທ່ານເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄດ້ຂຶ້ນກ່າວຄໍາປາໄສວ່າ: ຂະບວນການຕໍ່ສູ້ເພື່ອຄວາມເປັນເອກະລາດຢູ່ປະເທດເຮົາແມ່ນໄດ້ເກີດຂຶ້ນມາຫລາຍຮ້ອຍປີ, ແຕ່ດຸເດືອດຮຸນແຮງທີ່ສຸດແມ່ນຊ່ວງໄລຍະປີ 1964-1973 ເຊິ່ງເປັນສົງຄາມຕໍ່ສູ້ຕ້ານກັບພວກສັດຕູຮຸກຮານ
ເຊັ່ນ: ບັ້ນຮົບນໍ້າບາກ, ກູ້ກຽດ, ລາມເຊີນ, ພູກູດ, ທົ່ງໄຫຫີນ, ຜາທີ ແລະ ອື່ນໆໃນທົ່ວປະເທດຢ່າງພິລະອາດຫານຂອງປະຊາຊົນລາວບັນດາເຜົ່າ. ສະນັ້ນ ບັນດາທ່ານທີ່ເສຍອົງຄະຢູ່ບັນດາສູນເສຍອົງຄະ ກໍແມ່ນນັກກູ້ຊາດເພື່ອຍາດເອົາຄວາມເປັນເອກະລາດດ້ວຍຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ຈົນໄດ້ຮັບບາດເຈັບ ແລະ ເສຍຊີວິດກໍມີຈໍານວນບໍ່ໜ້ອຍ ແລະ ຕະຫລອດໄລຍະແຫ່ງການຕໍ່ສູ້ຢ່າງ ລະອິດລະອ້ຽວ, ແຕ່ມີກຽດສະຫງ່າງາມຂອງພັກປະຊາຊົນປະຕິວັດລາວ, ພັກ ແລະ ລັດຖະບານ ຍາມໃດກໍໄດ້ຖືສໍາຄັນເອົາໃຈໃສ່ເບິ່ງແຍງບັນດານັກຮົບປະຕິວັດທີ່ຖືກບາດເຈັບເສຍອົງຄະ, ໂດຍສະເພາະໄດ້ອອກດໍາລັດຮັບຮອງເອົາວັນທີ 21 ມີນາເປັນວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ແລະ ໄດ້ພະຍາຍາມສ້າງທຸກເງື່ອນໄຂອໍານວຍຄວາມສະດວກໃຫ້ຜູ້ເສຍອົງຄະດັ່ງກ່າວໂດຍໄດ້ສ້າງສູນເສຍອົງຄະເພື່ອເຕົ້າໂຮມເອົາຜູ້ເສຍອົງຄະມາຢູ່ເພື່ອໃຫ້ສະດວກໃນການເບິ່ງແຍງ ແລະ ພັດທະນາທາງດ້ານຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ, ສ່ວນຜູ້ເສຍຊີວິດກໍໄດ້ສ້າງອານຸສະວະລີ ແລະ ປ່າຊ້ານັກຮົບນິລະນາມໃນທົ່ວປະເທດ ເພື່ອໃຫ້ຄົນຮຸ້ນຫລັງໄດ້ເຄົາລົບບູຊາຄຸນງາມຄວາມດີຂອງພວກເພີ່ນ.

No comments:

Post a Comment