Ad

Ad

23 March 2016

ອາກາດ​ຍັງສືບ​ຕໍ່​ຮ້ອນ​ເອົ້າປົກ​ຄຸມ​ທົ່ວ​ທຸກ​ພາກ​ຂອງລາວ

          ​ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ມວນອາກາດຮ້ອນເອົ້າ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງລາວດ້ວຍກຳລັງປານກາງແລະ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຍັງຮ້ອນຢູ່ຕື່ມໃນແຕ່ລະພາກແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ, ສະເພາະແຂວງພາກເໜືອດ້ານຕາເວັນຕົກລົງຫາພາກກາງແລະ ພາກໃຕ້ ອາກາດຮ້ອນຫາຮ້ອນເອົ້າຫລາຍພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ.

          ພາກເໜືອດ້ານຕາເວັນອອກ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າແລະຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນເປັນຕົ້ນແຂວງຜົ້ງສາລີແລະ ຫົວພັນ. ອຸນຫະພູມຕ່ຳສຸດ 17-19 ອົງສາແລະ 28-30 ອົງສາ. ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 18-20 ອົງສາແລະ ສູງສຸດ 36-38 ອົງສາ, ​ເມືອງສິງແລະ ວຽງພູຄາ: ອຸນຫະພູມຕ່ຳສຸດ 14-16 ອົງສາແລະ ສູງສຸດ 32-34 ອົງສາ.
          ນະຄອນຫລວງວຽງຈັນ: ອາກາດຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 23-25 ອົງສາແລະ ສູງສຸດ 36-38 ອົງສາ. ພາກກາງ: ອາກາດຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 26-28 ອົງສາແລະ ສູງສຸດ 37-39 ອົງສາ, ​ແຂວງໄຊສົມບູນ: ອຸນຫະພູມຕ່ຳສຸດ 12-14 ອົງສາແລະ ສູງສຸດ 29-31 ອົງສາ.
          ພາກໃຕ້: ອາກາດຍັງສືບຕໍ່ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຄຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 25-27 ອົງສາແລະ ສູງສຸດ 37-39 ອົງສາ, ​ເຂດພູພຽງບໍລະເວນ: ອຸນຫະພູມຕ່ຳສຸດ 14-16 ອົງສາແລະ ສູງສຸດ 28-30 ອົງສາ.


No comments:

Post a Comment