Ad

Ad

23 March 2016

​ການ​ປັກ​ດຳນາ​ແຊງ​ປີ​ນີ້​ປະຕິບັດ​ໄດ້​ພຽງ 88%

ກະຊວງກະສິກຳ​​ປ່າໄມ້ໃຫ້ຮູ້ວ່າ: ​ການຜະລິດເຂົ້ານາແຊງປີນີ້ບັນລຸໄດ້ພຽງ 99.315 ເຮັກຕາ, ເທົ່າກັບ 88% ຂອງຕົວເລກແຜນ ການວາງໄວ້ເທົ່ານັ້ນ, ອັນເນື່ອງມາຈາກສະພາບອາກາດບໍ່ເອື້ອຍອຳນວຍ, ​ໃນນັ້ນພາກເໜືອປະຕິບັດໄດ້ 8.422 ​ເຮັກຕາ, ​ເທົ່າກັບ 98 %  ຂອງແຜນການ, ພາກກາງປະຕິບັດໄດ້ 66.216 ​ເຮັກຕາ, ​ເທົ່າກັບ 93 % ຂອງແຜນການ, ພາກໃຕ້ປະຕິບັດໄດ້ 24.667 ​ເຮັກ ຕາ,​ ເທົ່າກັບ 75% ຂອງແຜນການແລະ ປັດຈຸບັນຂະ​​ແໜງກະສິກຳ​ ​ແລະ ປ່າໄມ້ກໍໄດ້ສົ່ງພະນັກງານວິຊາການຂອງຕົນລົງຊຸກຍູ້ຊາວກະສິກອນສຸ່ມໃສ່ການຜະລິດໃຫ້ໄດ້ຮັບຜົນເຊັ່ນ: ການບົວລະບັດຮັກ ສາ, ກຽມພ້ອມປ້ອງກັນສັດຕູພືດ, ​ໃສ່ຝຸ່ນ,​ ເສຍຫຍ້າໃຫ້ດີ ເພື່ອສາມາດຍົກສະມັດຕະພາບ​​ການຜະລິດໃຫ້​​ສູງຂື້ນ. ຕາມຕົວເລກແຜນການຂອງລັດຖະບານວາງໄວ້ໃນສົກປີ 2015-2016 ໃຫ້ຜະລິດເຂົ້າໄດ້ຢ່າງ 4,2 ລ້ານໂຕນ ເພື່ອສາມາດຄ້ຳປະກັນດ້ານສະບຽງອາຫານ, ໃນນັ້ນສະເພາະຜົນຜະລິດເຂົ້າ ນາແຊງໃຫ້ ບັນລຸໄດ້ຫຼາຍກ່າວ 577.000ໂຕນ.

No comments:

Post a Comment