Ad

Ad

24 March 2016

ໄຂງານວາງສະແດງສິນຄ້າເຟີນີເຈີວຽງຈັນຄັ້ງທຳອິດ 2016

            ໃນວັນທີ 23 ມີນານີ້, ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ, ໄດ້ໄຂງານວາງສະແດງສິນຄ້າເຟີນີເຈີວຽງຈັນ (1st VIENTIANE FURNITURE FAIR 2016) ຄັ້ງທີ I ປະຈຳປີ 2016, ໂດຍການເຂົ້າຮ່ວມຂອງທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີທ່ານ ຄຳໄພ່ ສົມຊະນະ ປະທານສະມາຄົມເຟີນີເຈີລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນຈຳນວນຫລາຍ.
          ທ່ານປະທານສະມາຄົມເຟີນີເຈີລາວ ກ່າວວ່າ: ຈຸດປະສົງຂອງການຈັດງານວາງສະແດງຄັ້ງນີ້ ເພື່ອສ້າງຂະບວນການຕ້ອນຮັບການເຂົ້າເປັນປະຊາຄົມເສດຖະກິດອາຊຽນ (AEC), ສົ່ງເສີມການອະນຸລັກຮັກສາປ່າໄມ້ ແລະ ນຳໃຊ້ໄມ້ໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ ທັງເປັນເວທີໃຫ້ແກ່ຜູ້ປະກອບການຜະລິດເຟີນີເຈີທັງພາຍໃນ ແລະ ຕ່າງປະເທດໄດ້ມີໂອກາດແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆໃນການພັດທະນາເຄື່ອງເຟີນີເຈີໃຫ້ມີຄຸນນະພາບ, ມີຄວາມສວຍງາມ, ສ້າງມູນຄ່າເພີ່ມຂຶ້ນ ແລະ ມີ
ຕະຫລາດຈຳໜ່າຍກວ້າງຂວາງກວ່າເກົ່າ ແລະ ສົ່ງເສີມຜະລິດຕະພັນເຟີນີເຈີລາວເປັນສິນຄ້າປາຍແຫລມ ເພື່ອສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ເທື່ອລະກ້າວ ແລະ ທັງເປັນການຕ້ອນຮັບການເປັນປະທານອາຊຽນຂອງລາວໃນປີ 2016 ນີ້ໃຫ້ປະສົບຜົນສຳເລັດຢ່າງຈົບງາມ. ນອກຈາກນີ້ ຍັງເຮັດໃຫ້ຂະແໜງເຟີນີເຈີ ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນບັນດາເຜົ່າຢູ່ຫລາຍທ້ອງຖິ່ນ ແລະ ຊ່ວຍແກ້ໄຂຄວາມທຸກຍາກຂອງປະຊາຊົນລົງເທື່ອລະກ້າວ.

          ທ່ານປະທານກ່າວຕື່ມວ່າ: ງານດັ່ງກ່າວຈະດຳເນີນໄປຮອດວັນທີ 1 ເມສາ ຈຶ່ງຈະອັດລົງ ເຊິ່ງມີ ຫລາຍກວ່າ 20 ຫົວໜ່ວຍທຸລະກິດທົ່ວປະເທດເຂົ້າຮ່ວມວາງສະແດງຜະລິດຕະພັນຂອງຕົນ, ພາຍໃນງານຍັງຈະມີການສາທິດການແກະສະຫລັກໄມ້ເສດເຫລືອ, ການຈັບສະຫລາກແຈກ ໂຊກ, ສະແດງສິນລະປະໃນຍາມຄ່ຳຄືນ, ການແຕ້ມຮູບ ແລະ ກິດຈະກຳອື່ນໆ ທີ່ໜ້າສົນໃຈເພື່ອສ້າງຄວາມມ່ວນຊື່ນ ໃຫ້ແກ່ຜູ້ເຂົ້າຊົມງານດັ່ງກ່າວອີກດ້ວຍ.

No comments:

Post a Comment