Ad

Ad

25 March 2016

ອາກາດຈະເຢັນລົງເລັກໜ້ອຍ ຈົ່ງຮັກສາສຸຂະພາບຕໍ່ການປ່ຽນແປງດັ່ງກ່າວ

          ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 25-27 ມີນານີ້, ຄວາມກົດດັນອາກາດສູງຈະແຜ່ລົງມາປົກຄຸມອີກເທື່ອໃໝ່, ເຊິ່ງເຮັດໃຫ້ອາກາດເຢັນລົງໃນແຕ່ລະພາກ, ພ້ອມມີຝົນຕົກ, ລົມພັດແຮງຢູ່ບາງທ້ອງຖິ່ນ.
          ພາກເໜືອດ້ານຕາເວັນອອກ: ອາກາດຈະເຢັນລົງ ພ້ອມມີຝົນຕົກ ແລະ ລົມແຮງຢູ່ບາງທ້ອງຖິ່ນ, ໂດຍສະເພາະແມ່ນແມ່ວັນທີ 25 ມີນາ. ອຸນຫະພູມຕ່ຳສຸດ 12-14 ອົງສາ ແລະ ສູງສຸດ 26-29 ອົງສາ. ພາກເໜືອດ້ານຕາເວັນຕົກ: ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສູດ 34-36 ອົງສາ.

          ນະຄອນຫລວງວຽງຈັນ: ອາກາດຈະເຢັນລົງ, ພ້ອມມີຝົນຕົກ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 34-36 ອົງສາ. ພາກກາງ: ອາກາດຈະເຢັນລົງ ພ້ອມມີຝົນຕົກ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ 34-36 ອົງສາ.
          ພາກໃຕ້: ອາກາດຈະເຢັນລົງໜ້ອຍໜຶ່ງ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ອາກາດຍັງຈະຮ້ອນຢູ່ໃນໄລຍະຕອນບ່າຍ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 35-37 ອົງສາ, ເຂດພູພຽງບໍລະເວນ: ອາກາດຍັງຈະໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າມືດ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ.

ດັ່ງນັ້ນ ຈຶ່ງຂໍເຕືອນໃຫ້ປະຊາຊົນ ຈົ່ງມີສະຕິຕໍ່ສະພາບອາກາດປ່ຽນແປງດັ່ງກ່າວ, ເຊິ່ງອາດຈະສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນ, ສັດລ້ຽງ ແລະ ໃຫ້ກວດກາເບິ່ງອຸປະກອນໄຟຟ້າພາຍໃນເຮືອນ ເພື່ອຫລີກລ້ຽງບໍ່ໃຫ້ເກີດອັກຄີໄພ, ພ້ອມນີ້ກໍໃຫ້ມີສະຕິຕໍ່ສະພາບລົມແຮງໃນໄລຍະນີ້.

No comments:

Post a Comment