Ad

Ad

25 March 2016

ອຸທົກກະສາດແຈ້ງວ່າລະດັບນ້ຳຂອງຍັງຢູ່ໃນເກນປົກກະຕິທຽບກັບໄລຍະດຽວຂອງປີຜ່ານມາ

          ຫົວໜ້າກອງອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ໄລຍະນີ້ອາກາດຮ້ອນເອົ້າໄດ້ແຜ່ປົກຄຸມທົ່ວລາວ ເຮັດໃຫ້ແມ່ນ້ຳລຳເຊບາງທ້ອງຖິ່ນບົກແຫ້ງ, ແຕ່ປະ ກົດວ່າລະດັບນ້ຳຂອງ ໃນທົ່ວປະເທດຍັງຢູ່ໃນເກນປົກກະຕິ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານ ມາ ແລະ ຜ່ານການວັດແທກລະດັບນ້ຳຂອງຢູ່ແຕ່ລະເຂດເຫັນວ່າ: ທ່ານໍ້າ ເມືອງປາກແບງ ແຂວງອຸດົມໄຊ ມີລະດັບນ້ຳຂອງສູງຈາກພື້ນນ້ຳ 7,27 ຊັງຕີແມັດ, ຫລວງພະບາງ 5,48 ຊັງຕີແມັດ, ເມືອງປາກລາຍ ແຂວງໄຊຍະບູລີ 4,02 ຊັງຕີແມັດ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ 2,60 ຊັງຕີແມັດ, ນະຄອນຫລວງວຽງຈັນ ທ່າເຮືອຫລັກສີ່ 2,13 ຊັງຕີແມັດ, ເມືອງປາກຊັນ ແຂວງບໍລິຄຳໄຊ 2,35 ຊັງຕີແມັດ, ເມືອງທ່າ
ແຂກ ແຂວງຄຳມ່ວນ 3,04 ຊັງຕີແມັດ, ສະຫວັນນະເຂດ 1,82 ຊັງຕີແມັດ ແລະ ເມືອງປາກເຊ ແຂວງຈຳປາສັກ 1,18 ຊັງຕີແມັດ, ຍ້ອນ ສ.ປ ຈີນ ໄດ້ປ່ອຍນ້ຳຈາກເຂື່ອນໃຫຍ່ລົງມາເປັນໄລຍະ ຈຶ່ງເຮັດໃຫ້ລະດັບນ້ຳຂອງຍັງຢູ່ໃນເກນປົກກະຕິ, ແຕ່ປາສະຈາກບໍ່ໄດ້ບາງທ້ອງຖິ່ນ ຍັງມີສະພາບຂາດເຂີນນ້ຳໃຊ້-ນ້ຳກິນ ເນື່ອງຈາກອາກາດ ໃນໄລຍະນີ້ຮ້ອນເອົ້າ ຈຶ່ງເຮັດໃຫ້ນ້ຳບາດານ, ນ້ຳສ້າງ ບົກແຫ້ງເລັກໜ້ອຍ ສົ່ງຜົນໃຫ້ປະຊາຊົນບໍ່ສາມາດນຳໃຊ້ນ້ຳໄດ້ຢ່າງສະດວກສະບາຍຄືກັບໄລຍະຜ່ານມາ.

No comments:

Post a Comment