Ad

Ad

29 March 2016

ປະກາດຜົນການເລືອກຕັ້ງ ສສຊ ຊຸດທີ 8 ແລະ ສສຂ

ວັນທີ 28 ມີນານີ້, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຖະແຫຼງຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ່ 8 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຂຶ້ນທີ່ສະພາແຫ່ງຊາດວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດແມ່ນຂະບວນການປະຕິບັດສິດປະຊາ ທິປະໄຕທາງດ້ານການເມືອງຂອງພົນລະເມືອງໃນການເລືອກເອົາຜູ້ທີ່ມີມາດຕະຖານ ຄົບຖ້ວນຕາມທີ່ກຳນົດໄວ້ໃນກົດໝາຍ ເຂົ້າຢູ່ສະພາແຫ່ງຊາດເພື່ອເປັນຕົວແທນໃນການປະຕິບັດສິດອຳນາດຂອງປະຊາຊົນບັນດາເຜົ່າ, ຊຶ່ງການເລືອກຕັ້ງ ສສຊ ຊຸດທີ່ 8 ແລະ ສສຂ ແມ່ນໄດ້ເລີ່ມດຳເນີນແຕ່ເວລາ 7  ໂມງເຊົ້າ - 17 ໂມງແລ້ງ, ຂອງວັນທີ 20 ມີນາ 2016 ດ້ວຍຄວາມເປັນເຈົ້າການ ແລະ ເປັນເອກະພາບໃນ 18 ເຂດ
ເລືອກຕັ້ງໃນທົ່ວປະເທດ,ຊຶ່ງມີຈຳນວນຜູ້ມີສິດປ່ອນບັດທັງໝົດ 3.733.932 ຄົນ, ຍິງ 1.851.987 ຄົນ, ແຕ່ມີຜູ້ໄປໃຊ້ສິດຕົວຈິງ 3.657.026 ຄົນ ,ຍິງ 1.797.319 ຄົນ, ,ເທົ່າກັບ 97,9 % ຂອງຈຳນວນຜູ້ມີສິດທັງໝົດ ແລະ ພາຍຫຼັງທີ່ຄະນະກຳມະການເລືອກຕັ້ງຂັ້ນທ້ອງຖິ່ນໄດ້ສຳເລັດການນັບຄະແນນສຽງເປັນທີ່ຖືກຕ້ອງ ແລະ ຮຽບຮ້ອຍແລ້ວຈຶ່ງໄດ້ອອກແຈ້ງການ ເລກທີ 013 / ຄລຊ ລົງວັນທີ 28 ມີນາ 2016 ເພື່ອລາຍງານຜົນການເລືອກຕັ້ງມາຍັງຄະນະກຳມະການເລືອກຕັ້ງລະດັບຊາດເພື່ອສັງລວມຜົນ ຢ່າງລະອຽດ,ຊັດເຈນ,ຈຶ່ງໄດ້ປະກາດຜົນການເລືອກຕັ້ງ ສສຊ ຊຸດທີ່ 8 ແລະ ສສຂ ດັ່ງນີ້:  ມີຜູ້ໄດ້ຮັບເລືອກຕັ້ງເປັນ ສສຊ ມີ 149 ທ່ານ ຍິງ 41 ທ່ານ, ຈາກຈຳ ນວນຜູ້ສະໝັກທັງໝົດ 210 ທ່ານ ໃນນັ້ນຈາກສູນກາງ 55 ທ່ານ , ຍິງ 16 ທ່ານ , ຈາກທ້ອງຖິ່ນ 94 ທ່ານ ຍິງ 25 ທ່ານ , ເຄີຍເປັນ ສສຊ ຊຸທີ່ 7 ມາແລ້ວ ຈຳນວນ 39 ທ່ານ ຍິງ 18 ທ່ານ ,ຈາກວິສາຫະກິດພາກເອກະຊົນ 6 ທ່ານ ຍິງ 2 ທ່ານ, ໃນັ້ນເຂດເລືອກຕັ້ງທີ 1 ນະຄອນລວງວຽງຈັນມີ 17 ທ່ານ, ເຂດເລືອກຕັ້ງທີ 2 ຜົ້ງສາລີ ມີ 5 ທ່ານ , ເຂດເລືອກຕັ້ງທີ 3 ຫຼວງນ້ຳທາມີ 5 ທ່ານ , ເຂດເລືອງຕັ້ງທີ 4 ອຸດົມໄຊ ມີ 7 ທ່ານ , ເຂດເລືອດຕັ້ງທີ 5 ແຂວງບໍ່ແກ້ວມີ 5 ທ່ານ, ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງມີ 10 ທ່ານ, ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີ 8 ທ່ານ, ເຂດເລືອກຕັ້ງທີ 8 ແຂວງຫົວພັນມີ 7 ທ່ານ, ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງມີ 5 ທ່ານ ,ເຂດເລືອກຕັ້ງທີ 10 ແຂວງວຽງຈັນມີ 10 ທ່ານ, ເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ມີ 6 ທ່ານ , ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ມີ 8 ທ່ານ , ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດມີ 19 ທ່ານ, ເຂດເລືອກຕັ້ງທີ 14 ແຂວງສາລະວັນ ມີ 8 ທ່ານ, ເຂດເລືອກຕັ້ງທີ 15 ແຂວງຈຳປາສັກມີ 14 ທ່ານ, ເຂດເລືອກຕັ້ງທີ 16 ແຂວງ ເຊກອງມີ 5 ທ່ານ, ເຂດເລືອກຕັ້ງທີ 17 ແຂວງອັດຕະປື ມີ 5 ທ່ານ, ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນມີ 5 ທ່ານ, ສຳລັບລາຍຊື້ລະອຽດຂອງຜູ້ໄດ້ຮັບເລືອກຕັ້ງເປັນ ສສຊ ຊຸດທີ່ 8 ແລະ ສສຂ ນັ້ນທາງໜັງສີພິມລາວພັດທະນາຂອງພວກເຮົາຈະແຈ້ງໃຫ້ຮູ້ເປັນລຳດັບຕໍ່ໆໄປ.



No comments:

Post a Comment