Ad

Ad

29 March 2016

ການແຂ່ງຂັນເວົ້າພາສາຍີ່ປຸ່ນຄັ້ງທີ 13 ຈັດຂຶ້ນຢ່າງຄຶກຄື້ນ

ການແຂ່ງຂັນຄວາມສາມາດເວົ້າພາສາຍີ່ປຸ່ນຄັ້ງທີ 13 ໄດ້ຈັດຂຶ້ນໃນວັນທີ 27 ມີນາ 2016 ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນນະຄອນ ຫລວງວຽງຈັນ ໂດຍສະຖານເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ບັນດາສະຖາບັນສອນພາສາຍີ່ປຸ່ນຕ່າງໆ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ ເປັນຜູ້ຈັດຂຶ້ນ ເພື່ອແນໃສ່ສົ່ງເສີມຄວາມອາດສາມາດດ້ານພາສາຍີ່ປຸ່ນຂອງນັກຮຽນ-ນັກສຶກສາລາວເຂັ້ມແຂງດີຂຶ້ນ.
ງານແຂ່ງຂັນເວົ້າພາສາຍີ່ປຸ່ນແມ່ນຖືກຈັດຂຶ້ນໃນທຸກໆປີນັບຕັ້ງແຕ່ປີ 2004 ເປັນຕົ້ນມາ ເພື່ອເປັນການສົ່ງເສີມການຮຽນພາສາຍີ່ປຸ່ນໃນ ສປປ ລາວ ແລະ ທັງເປັນການສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ໃຫ້ແຫນ້ນແຟ້ນຍິ່ງຂຶ້ນ. ສຳລັບງານໃນປີນີ້ ມີໄວຫນຸ່ມເຂົ້າສະໝັກແຂ່ງຂັນທັງໝົດ 72 ຄົນ ທີ່ມາຈາກຫລາຍພາກສ່ວນຂອງລາວເຊັ່ນ ຫລວງພະບາງ, ບໍລິຄຳ
ໄຊ, ສະຫວັນນະເຂດ, ຈຳປາສັກ ແລະ ນະຄອນຫລວງວຽງຈັນ. ພວກເຂົາໄດ້ສະແດງຄວາມສາມາດດ້ານພາສາຍີ່ປຸ່ນໂດຍການເລົ່າບົດທ່ອງເປັນພາສາຍີ່ປຸ່ນ ແລະ ການຂຶ້ນໄປກ່າວບົດຄວາມຕ່າງໆທີ່ໄດ້ກະກຽມມາແລ້ວ. ສຳລັບຜູ້ທີ່ຊະນະເລີດ ແມ່ນຈະໄດ້ມີໂອກາດເດີນທາງໄປທ່ຽວປະເທດຍີ່ປຸ່ນ.  ຕະຫລອດໄລຍະການແຂ່ງຂັນໄດ້ມີການຮ້ອງເພງ, ການເຕັ້ນ ແລະ ການສະແດງລະຄອນສັ້ນ ເຊິ່ງແມ່ນການປະກອບສ່ວນຈາກບັນດານັກຮຽນ, ນັກສຶກສາ ແລະ ຜູ້ໃຫ້ການສະຫນັບ ສະຫນູນ.

ເປັນກຽດເຂົ້າຮ່ວມງານແຂ່ງຂັນຄັ້ງນີ້ມີທ່ານ ປອນເມກ ດາລາລອຍ ປະທານສະມາຄົມມິດຕະ ພາບລາວ-ຍີ່ປຸ່ນ, ທ່ານປະທານຄະນະລັດຖະສະພາມິດຕະພາບ ລາວ-ຍີ່ປຸ່ນ ແລະ ທ່ານ ທາເຄຊິ ຮິກິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ. ນອກຈາກນັ້ນ ກໍມີພະນັກງານຄູ-ອາຈານ, ນັກສຶກສາເຂົ້າມາຮ່ວມຊົມເປັນຈຳນວນຫລາຍ.

No comments:

Post a Comment