Ad

Ad

29 March 2016

ລະດົມຄວາມຄິດເຫັນໃສ່ວຽກງານຈົດທະບຽນ-ສະຖິຕິພົນລະເມືອງ

          ກະຊວງພາຍໃນ ໄດ້ຈັດກອງປະຊຸມສຳມະນາວຽກງານການຈົດທະບຽນ ແລະ ສະຖິຕິພົນລະ ເມືອງ ເພື່ອພ້ອມກັນຄົ້ນຄວ້າ, ປະກອບຄຳເຫັນຕໍ່ວຽກງານຄຸ້ມຄອງພົນລະເມືອງ ໂດຍສະເພາະຕໍ່ຮ່າງແຜນຍຸດທະສາດການຈົດທະບຽນ ແລະ ສະຖິຕິພົນລະເມືອງ, ການທົບທວນນິຕິກຳທີ່ກ່ຽວຂ້ອງ ເພື່ອຄົ້ນ ຄວ້າປັບປຸງ ຫລື ສ້າງກົດໝາຍໃໝ່ ແລະ ລະບົບຖານຂໍ້ມູນຄຸ້ມຄອງພົນລະເມືອງ, ພ້ອມຮັບຟັງການສະ  ເໜີບົດຮຽນຂອງຊ່ຽວຊານຕ່າງປະເທດ ກ່ຽວກັບຂັ້ນຕອນ, ຄວາມເປັນໄປໄດ້ ແລະ ລະ ບົບຄຸ້ມຄອງຂໍ້ມູນພົນລະເມືອງຂອງປະເທດ.
ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີກະຊວງພາຍໃນ ກ່າວໃນກອງປະຊຸມນີ້ວ່າ: ປັດຈຸບັນກະຊວງພາຍໃນ ພວມຈັດຕັ້ງປະຕິບັດສາມວຽກງານໃຫຍ່ ກ່ຽວກັບວຽກການຄຸ້ມຄອງພົນລະເມືອງຄື: ການສ້າງແຜນຍຸດທະສາດການຈົດທະບຽນ ແລະ ສະຖິຕິພົນລະເມືອງ, ການທົບທວນຄືນການຈັດຕັ້ງ
ປະຕິບັດກົດໝາຍ, ບັນດານິຕິກຳລຸ່ມກົດໝາຍຈຳນວນໜຶ່ງ ເພື່ອປັບປຸງ ຫລື ສ້າງເປັນກົດໝາຍໃໝ່ຂຶ້ນມາ ແນ່ໃສ່ໃຫ້ສອດຄ່ອງກັບສະພາບການຕົວຈິງ ແລະ ສຸດທ້າຍ ແມ່ນການສ້າງຖານຂໍ້ມູນຄຸ້ມຄອງພົນລະເມືອງໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະກັບສະພາບຕົວຈິງຢູ່ພາຍໃນປະເທດ ແລະ ຢູ່ພາກພື້ນອາຊີ-ປາຊີຟິກ ກໍຄືຖະແຫລງການບາງກອກທ້າຍປີ 2014 ທີ່ໄດ້ລະບຸວ່າ: ພົນລະເມືອງລາວທຸກຄົນ ໂດຍສະເພາະ ເດັກເກີດໃໝ່ຕ້ອງໄດ້ຮັບການຈົດທະບຽນໃຫ້ໄດ້ 70% ຮອດປີ 2024.

ກອງປະຊຸມສຳມະນາວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ໄດ້ຈັດຂຶ້ນໃນວັນທີ 28 ມີນານີ້ ຢູ່ນະຄອນຫລວງວຽງຈັນ, ເຊິ່ງຈະດຳເນີນໄປເປັນເວລາ 5 ວັນ (28/3-1/4/2016) ໂດຍມີ ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານນາງ ແຊລລີ ເບີນນິງແຮມ ຫົວໜ້າຫ້ອງ ການທະນາຄານໂລກປະຈຳລາວ ແລະ ຜູ້ຕາງໜ້າຈາກບັນດາພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ.  

No comments:

Post a Comment