ກະຊວງພະລັງງານ
ແລະ ບໍ່ແຮ່ຂອງລາວ ແລະ ອົງການຈັດຕັ້ງສາກົນກ່ຽວກັບພະລັງງານ-ເຂື່ອນໄຟຟ້າ ( the
International Journal on Hydropower and Dams) ໄດ້ຈັດກອງປະຊຸມສາກົນຄັ້ງທີ VI ແລະ ການວາງສະແດງຮູບພາບຜະລິດຕະພັນກ່ຽວກັບຊັບພະຍາກອນນໍ້າ, ການພັດທະນາເຂື່ອນໄຟຟ້າໃນອາຊີຂຶ້ນໃນລະຫວ່າງວັນທີ
1-3 ມີນານີ້ທີ່ນະຄອນຫລວງວຽງຈັນ, ເຊິ່ງມີຄະນະຜູ້ແທນ, ຜູ້ຊ່ຽວຊານ ແລະ ເຈົ້າທີ່ກ່ຽວຂ້ອງທັງພາຍໃນ
ແລະ ຕ່າງປະເທດເຂົ້າຮ່ວມເປັນຈໍານວນຫລາຍ ເພື່ອປຶກສາຫາລືແລກປ່ຽນຄວາມຄິດເຫັນ
ແລະ ບົດຮຽນກ່ຽວກັບການພັດທະນາດ້ານວິທະຍາສາດ, ການຄົ້ນຄວ້າ, ການພັດທະນາພະລັງງານໄຟຟ້າ,
ຊັບພະຍາກອນນໍ້າ ແລະ ວຽກງານອື່ນໆທີ່ມີສ່ວນສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ເກີດປະໂຫຍດຢ່າງກວ້າງຂວາງ.
ລັດຖະບານລາວ, ໄດ້ຖືເອົາຂະແໜງພະລັງງານເປັນບູລິມະສິດຕົ້ນຕໍເພື່ອຊຸກຍູ້ການພັດທະ ນາເສດຖະກິດ-ສັງຄົມ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນບັນດາເຜົ່າ. ປະເທດລາວມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ມີແຫລ່ງນ້ຳທຳມະຊາດຢ່າງຫລວງຫລາຍ, ເຊິ່ງສາມາດພັດທະນາພະລັງງານໄຟຟ້າສະໜອງໃຫ້ແກ່ການຊົມໃຊ້ຢູ່ພາຍໃນປະເທດ
ແລະ ສົ່ງອອກເປັນສິນຄ້າສ້າງແຫລ່ງລາຍຮັບເງິນຕາເຂົ້າປະເທດ.
ກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ປັດຈຸບັນມີໂຄງການໄຟຟ້າພະລັງງານຄວາມຮ້ອນໜຶ່ງແຫ່ງ
ແລະ ພະລັງງານນ້ຳ 38 ແຫ່ງ, ມີກຳລັງຕິດຕັ້ງ 6.264
ເມກາວັດ, ມີກຳລັງການຜະລິດກະແສໄຟຟ້າຫລາຍກວ່າ 33 ພັນລ້ານກິໂລວັດໂມງຕໍ່ປີ, ສາມາດສະໜອງໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ກວມຫລາຍກວ່າ 90%
ຂອງຄອບຄົວໃນທົ່ວປະເທດ.
No comments:
Post a Comment