Ad

Ad

30 March 2016

ສປ ຈີນ ຊ່ວຍຄວບຄຸມພະຍາດສັດຂ້າມຊາຍແດນແກ່ລາວ

          ເມື່ອມໍ່ໆມານີ້, ກົມຮ່ວມມືເສດຖະກິດກະຊວງການຄ້າ ສປ ຈີນ ໄດ້ຕົກລົງຊ່ວຍເຫຼືອໂຄງການຄວບຄຸມພະຍາດສັດຂ້າມຊາຍແດນແກ່ລາວເປັນມູນຄ່າຫຼາຍກວ່າ 39 ລ້ານຢວນ (ສະກຸນເງິນຈີນ) , ຊຶ່ງພິທີລົງນາມບົດບັນທຶກໄດ້ມີຂຶ້ນ, ທີ່ກະຊວງກະສິກຳ ແລະ ປ່າໄມ້, ລະຫວ່າງທ່ານ ໄຊປລາເດດ ຈຸນລະມະນີ, ຫົວໜ້າກົມແຜນການ ແລະ ການຮ່ວມມືກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ເຈີ້ງຮົວເສີງ, ຮອງຫົວໜ້າກົມເສດຖະກິດກະຊວງການຄ້າ ສປຈີນ.

ຮອງຫົວໜ້າກົມຮ່ວມມືເສດຖະກິດກະຊວງການຄ້າ ສປ ຈີນ ໃຫ້ຮູ້ວ່າ: ເພື່ອເປັນການປ້ອງກັນ ແລະ ຄວບຄຸມພະຍາດສັດຂ້າມຊາຍແດນ, ທັງເປັນການປະກອບສ່ວນໃຫ້ແກ່ການພັດທະນາຍຸດທະສາດການຜະລິດສະບຽງອາຫານ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານໃຫ້ແກ່ ສປປລາວ ແລະ ເປັນ
ການສົ່ງເສີມການຄ້າຂາຍສັດ ແລະ ຜະລິດຕະພັນສັດລະຫວ່າງສອງປະເທດ ລາວ-ຈີນ ໃຫ້ມີການເຊື່ອມໂຍງກັບຕະຫຼາດອາຊຽນ ແລະ ຕະຫຼາດສາກົນ, ພ້ອມເປັນການເພີ່ມທະວີຄວາມສາມັກຄີລະຫ່ວາງປະຊາຊົນຕາມຊາຍແດນລາວ-ຈີນ, ໂດຍສະເພາະແມ່ນວຽກງານປ້ອງກັນ ແລະ ຄວບຄຸມພະຍາດສັດ, ດັ່ງນັ້ນລັດຖະບານຈີນຈົ່ງໄດ້ຕົກລົງໃຫ້ການຊ່ວຍເຫຼືອສຳລັບວຽກງານດັ່ງກ່າວແກ່ ສປປ ລາວ, ຊຶ່ງເບື້ອງຕົ້ນຈະຈະເລີ່ມສ້າງສູນເຝົ້າລະວັງພະຍາດສັດຢູ່ນະຄອນຫຼວງວຽງຈັນ, ແຂວງຫຼວງນ້ຳທາ ແລະ ແຂວງຜົ້ງສາລີ ບ່ອນລະ 1 ແຫ່ງ, ເພື່ອຄວາມສະດວກໃນການປະສານງານ ແລະ ການວາງແຜນຮັບມືກັບການລະບາດຂອງພະຍາດສັດທີ່ອາດຈະເກີດຂຶ້ນໄດ້ຢ່າງທັນການ .

No comments:

Post a Comment